ຂ່າວສານ

Festival ເຫ້ວ 2020: “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ຍາມໃດ ເຫ້ວ ກໍ່ໃໝ່ອ່ຽມ”

      ບັນດາງານບຸນຕົ້ນຕໍໃນຂອບເຂດງານ Festival ເຫ້ວ ໃນຄັ້ງນີ້ ລວມມີ: ລາຍການສິລະປະເປີດງານບຸນ, ງານບຸນອາຫານການກິນ, ລາຍການດົນຕີ ຈິ້ງກົງເຊີນ

(ພາບປະກອບ: VGP)
      ແຂວງ ເທື່ອທຽນເຫ້ວ ຕົກລົງຈັດງານ Festival ເຫ້ວ 2020 ໃນລະຫວ່າງວັນທີ 28 ສິງຫາ - 2 ກັນຍາ. Festival ເຫ້ວ ຄັ້ງທີ 11 ນີ້ໄດ້ສ້າງຂີດໝາຍໄລຍະທາງ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ Festival ວັດທະນະທຳ - ສິລະປະ - ທ່ອງທ່ຽວ.
        ບັນດາງານບຸນຕົ້ນຕໍໃນຂອບເຂດງານ Festival ເຫ້ວ ໃນຄັ້ງນີ້ ລວມມີ: ລາຍການສິລະປະເປີດງານບຸນ, ງານບຸນອາຫານການກິນ, ລາຍການດົນຕີ ຈິ້ງກົງເຊີນ, ລາຍການສະແດງຊຸດເສື້ອຍາວມໍລະດົກ… ທ່ານ ຟານທຽນດິ້ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຢືນຢັນວ່າ: ງານ Festival ເຫ້ວ 2020 ຈະແມ່ນຈຸດເວລາສຳຄັນໃຫ້ແກ່ການສົ່ງເສີມການທ່ອງທ່ຽວຂອງທ້ອງຖິ່ນ, ທາງແຂວງຈະບໍ່ເກັບຄ່າເຂົ້າຢ້ຽມຊົມຢູ່ບັນດາສະຖານທີ່ມໍລະດົກເຫ້ວ.
        “ສະເພາະປີນີ້, ພວກຂ້າພະເຈົ້າມຸ່ງໄປເຖິງຕະຫຼາດຢູ່ພາຍໃນປະເທດ ແລະ ພ້ອມທັງນຳໃຊ້ບັນດາຄະນະສິລະປະກອນຂອງບັນດາຫົວໜ່ວຍພາຍໃນແຂວງ. ນອກນັ້ນ, ຍັງຈັດຕັ້ງບັນດາການແຂ່ງຂັນຕື່ມອີກຄື: ແລ່ນແລະລານ, ແຂ່ງລົດຖີບ… ສົ່ງສານກ່ຽວກັບພະລັງຊີວິດໃໝ່ ພາຍຫຼັງທີ່ໂລກລະບາດຫາກໍ່ຖືກຄວບຄຸມ.”
 (ແຫຼ່ງຄັດຈາກ VOV)


top