ຂ່າວສານ

Festival ດອກໄມ້ ດ່າຫຼາດ ປີ 2019 ດຶງດູດນັກທ່ອງທ່ຽວ

Festival ດອກໄມ້ ດ່າຫຼາດ, ແຂວງ ເລິມດົ່ງ ປີ 2019, ດຳເນີນໃນລະຫວ່າງວັນທີ 20 – 24 ທັນວາ ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ດູດດື່ມ, ອັນໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

(Festival ດອກໄມ້ ດ່າຫຼາດ ປີ 2019 ດຶງດູດນັກທ່ອງທ່ຽວ)

ຢູ່ບັນດາສະຖານທີ່ທີ່ມີຊື່ສຽງຄື: ຮ່ວມພູແຫ່ງຄວາມຮັກ, ໜອງຊວນເຮືອງ… ເພື່ອນ ເລເຈິ່ນບາວກວນ, ນັກທ່ອງທ່ຽວມາຈາກແຂວງ ດົ່ງນາຍ, ແບ່ງປັນວ່າ.

          “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາແຫ່ງນີ້ ແລະ ກົງກັບໂອກາດຈັດງານ Festival, ບັນຍາກາດຢູ່ແຫ່ງນີ້ແມ່ນປອດໂປ່ງ, ເຢັນສະບາຍ, ດອກໄມ້ກໍ່ສວຍງາມ, ຂ້າພະເຈົ້າມັກທີ່ສຸດ. ຂອງກິນຢູ່ທີ່ນີ້ແມ່ນແຊບຫຼາຍ, ລາຄາເໝາະສົມ ແລະ ຊາວດ່າຫຼາດ ກໍ່ມີຄວາມໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າຈະມາຢ້ຽມຢາມດ່າຫຼາດ ອີກຫຼາຍຄັ້ງເພື່ອຮັບຊົມຄວາມງາມຂອງນະຄອນແຫ່ງດອກໄມ້ໃນໄລຍະຈະມາເຖິງ”.

 (ແຫຼ່ງຄັດຈາກ VOV)


top