ຂ່າວສານ

Festival ຈ່າງອານ ເຊື່ອມຕໍ່ມໍລະດົກໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ແຂວງ ນິງບິ່ງ

Festival ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອຕອບສະໜອງວັນມໍລະດົກວັດທະນະທຳ ຫວຽດນາມ (ວັນທີ 23 ພະຈິກ)

Festival ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອຕອບສະໜອງວັນມໍລະດົກວັດທະນະທຳ ຫວຽດນາມ (ວັນທີ 23 ພະຈິກ).

    

ການປະຊຸມຂ່າວແຈ້ງກ່ຽວກັບການຈັດ “Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງປີ 2022”

“Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງປີ 2022” ດ້ວຍຫົວຂໍ້ວ່າ “ຮວາລື ດັ່ງກ້ອງກັ່ງວານນັບພັນປີ” ຈະໄດ້ຮັບການຈັດຕັ້ງແຕ່ວັນທີ 17 – 19 ພະຈິກ 2022 ຢູ່ນະຄອນ ນິງບິ່ງ. Festival ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອຕອບສະໜອງວັນມໍລະດົກວັດທະນະທຳ ຫວຽດນາມ (ວັນທີ 23 ພະຈິກ). ຕາມທ່ານ ຫງວຽນແມ້ງເກື່ອງ, ຫົວໜ້້າພະແນກວັດທະນະທຳ ແລະ ກິລາແຂວງ ນິງບິ່ງ ແລ້ວ, ຜ່ານການຈັດຕັ້ງ Festival ຄັ້ງນີ້, ແຂວງ ນິງບິ່ງ ມຸ່ງໄປສູ່ການນຳ Festival ໃຫ້ກາຍເປັນເຄື່ອງໝາຍວັດທະນະທຳ, ທ່ອງທ່ຽວຂອງແຂວງຕົນ, ທ່ານໃຫ້ຮູ້ວ່າ:

        “ໃນຊຸມປີຜ່ານມາ, ນິງບິ່ງ ໄດ້ຈັດຕັ້ງການເຄື່ອນໄຫວ, ເຫດການຫຼາຍຢ່າງດ້ວຍຈຸດໝາຍນຳທ່ອງທ່ຽວຂອງແຂວງ ນິງບິ່ງ ກາຍເປັນຂະແໜງເສດຖະກິດປາຍແຫຼມ. ດ້ວຍຄວາມຫວັງຢາກອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳເພື່ອພ້ອມກັນເຊື່ອມຕໍ່, ພ້ອມກັນແຜ່ຂະຫຍາຍ, ປີນີ້ ນິງບິ່ງ ໄດ້ຈັດ Festival ເປັນຄັ້ງທຳອິດ ດັ່ງນັ້ນພວກຂ້າພະເຈົ້າຫວັງວ່າ ຜົນສຳເລັດຂອງ Festival ຄັ້ງທຳອິດນີ້ ຈະສ້າງທ່ວງທ່າເພື່ອໃຫ້ ນິງບິ່ງ ສືບຕໍ່ຈັດຕັ້ງ Festival ນີ້ກາຍເປັນເຄື່ອງໝາຍວັດທະນະທຳຂອງແຂວງ ນິງບິ່ງ ເວົ້າສະເພາະ ແລະ ຂອງປະເທດຊາດເວົ້າລວມ”.

(ແຫຼ່ງຄັດຈາກ VOV)


top