ຂ່າວສານ

Festival ເຫ້ວ 2026: ເລີ່ມງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ເມືອງ​ເກົາ

ສິ່ງ​ທີ່​ເປັນໜ້າ​ສົນ​ໃຈ​ແມ່ນ, ນັບ​ແຕ່​ວັນ​ທີ່ 30 ສິງ​ຫາ​ຫາ​ວັນ​ທີ 1 ກັນ​ຍາ, ຢູ່​ສະ​ໜາມຫຼວງ​ສູນ​ກິ​ລາ ນະ​ຄອນ ເຫ້ວ, ໄດ້​ດຳ​ເນີນ​ງານ​ບຸນ​ມໍ​ລະ​ດົກ ແລະ ດົນ​ຕີ​ສາ​ກົນ ເຫ້ວ - ເຫ້ວ Wonderverse Music Fest 2026", ທີ່​ຮັບ​ໃຊ້​ປະ​ຊາ​ຊົນ ​ແລະ ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ຊາດ 2 ກັນ​ຍາ​ໂດຍ​ບໍ່​ເສຍ​ຄ່າ.
ປະ​ກາດ Festival ເຫ້ວ 2026 (ພາບ: TTXVN)
ງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ​ໃນ​ຂອບ​ເຂດ Festival ເຫ້ວ 2026 ໄດ້​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ ຮອດ​ທ້າຍເດືອນ​ກັນ​ຍາ 2026, ຈະ​ນຳ​ແຂກ​ທ່ອງ​ທ່ຽວ​ກ້າວ​ເຂົ້າ​ສູ່​ວິ​ວັດ​ການ​ລົງ​ຕົວ​ຈິງ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ ແລະ ຫຼາຍ​ຮູບຫຼາຍ​ສີ​ດ້ວຍ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ​, ກິ​ລາ, ດົນ​ຕີ ແລະ ມໍ​ລະ​ດົກ. ໃນ​ເດືອນ​ສິງ​ຫາ​ແມ່ນ​ເຫດ​ການ​ງານມະ​ຫາ​ກຳ​ກິ​ລາ​ເພື່ອ​ສຸ​ຂະ​ພາບ​ຊຸມ​ຊົນ - “ເຫ້ວ Sports Festival” ດ້ວຍ 19 ການ​ເຄື່ອນ​ໄຫວ ທີ່​ໄດ້​ຈັດ​ຂຶ້ນ​ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​​ເດັ່ນ​ອື່ນ​ຂອງ​ລະ​ດູ​ໃບ​ໄມ້ຫຼົ່ນ. ເຫດ​ການ​ກໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່​ສ້າງ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ຈິດ​ໃຈ​ໂປ່ງ​ໃສ, ຍົກ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ເຫ້ວ​ກັບ​ບັນ​ດາ​ແຂວງ, ນະ​ຄອນ; ສົ່ງ​ເສີມ​ການ​ຮ່ວມ​ເດີນ​ທາງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ. ສິ່ງ​ທີ່​ເປັນໜ້າ​ສົນ​ໃຈ​ແມ່ນ, ນັບ​ແຕ່​ວັນ​ທີ່ 30 ສິງ​ຫາ​ຫາ​ວັນ​ທີ 1 ກັນ​ຍາ, ຢູ່​ສະ​ໜາມຫຼວງ​ສູນ​ກິ​ລາ ນະ​ຄອນ ເຫ້ວ, ໄດ້​ດຳ​ເນີນ​ງານ​ບຸນ​ມໍ​ລະ​ດົກ ແລະ ດົນ​ຕີ​ສາ​ກົນ ເຫ້ວ - ເຫ້ວ Wonderverse Music Fest 2026", ທີ່​ຮັບ​ໃຊ້​ປະ​ຊາ​ຊົນ ​ແລະ ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ຊາດ 2 ກັນ​ຍາ​ໂດຍ​ບໍ່​ເສຍ​ຄ່າ.

top