ຂ່າວສານ

Festival ທະ​ເລ​ແຄັ້ງ​ຮ່​ວາ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 17 – 19 ກໍ​ລະ​ກົດ

Festival ໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 19 ກໍ​ລະ​ກົດ, ຢູ່​ສະ​ໜາມຫຼວງ 2 ເດືອນ​​ເມ​ສາ, ເມືອງ​ຍາ​ຈາງ ແລະ ຫຼາຍ​ທ້ອງ​ຖິ່ນ​ໃນ​ບໍ​ລິ​ເວນ​ແຂວງ, ດ້ວຍ 40 ກວ່າກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ​ສິ​ລະ​ປະ, ກິ​ລາ ແລະ ການ​ທ່ອງ​ທ່ຽວ.
ທ່ານ​ນາງ ທ້າຍ​ທິ​ເລ​ຮັ່ງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ ແຄ້ງ​ຮ່​ວາ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວ (ພາບ: VOV)
ຕອນ​ບ່າຍ​ວັນ​ທີ 22 ມິ​ຖຸ​ນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ້​ງ​ຮ່​ວາ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ກາດ Festival ທະ​ເລ ແຄັ້ງ​ຮ່​ວາ 2026 ດ້ວຍ​ຫົວ​ຂໍ້ “ສີ​ສັນ​ມະ​ຫາ​ສະ​ໝຸດ - ບືນ​ຕົວ​ຂຶ້ນ​ລະ​ດັບ​ສາ​ກົນ”. Festival ໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 19 ກໍ​ລະ​ກົດ, ຢູ່​ສະ​ໜາມຫຼວງ 2 ເດືອນ​​ເມ​ສາ, ເມືອງ​ຍາ​ຈາງ ແລະ ຫຼາຍ​ທ້ອງ​ຖິ່ນ​ໃນ​ບໍ​ລິ​ເວນ​ແຂວງ, ດ້ວຍ 40 ກວ່າກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ​ສິ​ລະ​ປະ, ກິ​ລາ ແລະ ການ​ທ່ອງ​ທ່ຽວ. ບັນ​ດາ​ເຫດ​ການ​ຕອບ​ສະ​ໜອງ​ຈະ​ແກ່​ຍາວ​ແຕ່​ວັນ​ທີ 10 ກໍ​ລະ​ກົດ ຈົນ​ໝົດ​ວັນ​ທີ 10 ສິ​ງ​ຫາ. ​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ພາຍຫຼັງທີ່​ໄດ້​ຈັດ​ຕັ້ງມາ​ແລ້ວ​ 11 ຄັ້ງ, ເຫດ​ການ​ໄດ້​ປ່ຽນ​ຊື່​ຈາກ Festival ຍາ​ຈາງ ແຄ້ງ​ຮ່​ວາ ມາ​ເປັນ Festival ທະ​ເລ​ແຄ້ງ​ຮ່​ວາ. ແຕ່​ປີ 2026, ​ຈະ​ໄດ້​ຈັດ​ຕັ້ງປະ​ຈຳ​ປີ ແທນ​ທີ່​ຈະ​ຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ​ຄື​ເມື່ອ​ກ່ອນ. ທ່ານ​ນາງ ທ້າຍ​ທິ​ເລ​ຮັ່ງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ ແຄ້ງ​ຮ່​ວາ ໃຫ້​ຮູ້​ວ່າ ຜ່ານ Festival ທະ​ເລ​ແຄ້ງ​ຮ​ວ່າ 2026, ທາງ​ແຂວງ​ແຄ້ງ​ຮ່​ວາ ຈະ​ສືບ​ຕໍ່​ໂຄ​ສະ​ນາ​ຮູບພາບ​​ສະ​ຖາ​ນ​ທີ່​ນັດ​ພົບ​ທີ່​ປອດ​ໄພ, ເປັນ​ມິດ, ມີ​ຄຸນ​ນະ​ພາບ; ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທະ​ເລ​ໝູ່​ເກາະ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ສາ​ກົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ກາ​ນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ​ທ້ອງ​ຖິ່ນ.

top