Festival ທະເລ ແຄັງຮວ່າ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 17 ກໍລະກົດ, ຢູ່ຕາແສງ ຍາຈາງ, ແຂວງ ແຄັງຮວ່າ.
ທ່ານນາງຮອງປະທານປະເທດ ວໍທິແອັງຊວັນ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)
ກ່າວຄຳເຫັນທີ່ພິທີ, ທ່ານນາງ ວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ຢືນຢັນວ່າ ກວ່າ 2 ທົດສະວັດ ດ້ວຍການຈັດ Festival ເປັນ 10 ຄັ້ງທີ່ບັນລຸຜົນສຳເລັດນັ້ນ, Festival ທະເລ ແຄັງຮວ່າ ໄດ້ກາຍເປັນເຫດການດ້ານວັດທະນະທຳ, ເສດຖະກິດ ແລະ ການຕ່າງປະເທດທີ່ມີຕວາມໝາຍລະດັບຊາດ. Festival ປະກອບສ່ວນເຊີດຊູວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ, ໂຄສະນາພາບພົບດຂອງ ຫວຽດນາມ, ຊຸກຍູ້ການທ່ອງທ່ຽວ, ເສດຖະກິດທະເລ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານນາງຮອງປະທານປະເທດ ວໍທິແອັງຊວັນ ສະເໜີວ່າ:
“ຕ້ອງນຳໜ້າປະຕິບັດການຫັນເປັນສີຂຽວສຳລັບເສດຖະກິດທະເລ. ສົມທົບກັນຢ່າງກົມກຽວລະຫວ່າງການຂຸດຄົ້ນ ແລະ ການອະນຸລັກຮັກສາ, ລະຫວ່າງການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນ, ເຂດທະເລໃຫ້ມີປະສິດທິຜົນ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ລະບົບຊີວະພາບ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພິເສດ, ສ້າງການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຍູ້ແຮງການເຊື່ອມຕໍ່ເຂດ, ເປີດກວ້າງການຮ່ວມມືກັບສາກົນ ແລະ ຢັ້ງຢືນເຄື່ອງໝາຍການຄ້າທ່ອງທ່ຽວທະເລ ຫວຽດນາມ ໃນແຜນທີໂລກ”.
ລາຍການໄດ້ຈັດຂຶ້ນໃນເວລາປະມານ 80 ນາທີ, ໂດຍໄດ້ເຕົ້າໂຮມນັກສິລະປິນ, ນັກສະແດງກວ່າ 600 ຄົນຂອງ ຫວຽດນາມ ແລະ ຂອງບັນດາຄະນະນັກສະແດງສິລະປະທີ່ມາຈາກ ລາວ ແລະ ສ.ເກົາຫຼີ.