ຂ່າວສານ

Festival ທະເລແຄງຮວ່າ 2026: ແຜ່ກະຈາຍຄວາມຄາດຫວັງກ້າວສູ່ລະດັບໂລກ

ຜົນສໍາເລັດຂອງກິດຈະກໍານີ້ບໍ່ພຽງແຕ່ແມ່ນການໂຄ​ສະ​ນາ ພາບພົດແຂວງແຄງຮວ່າ ຫຼັງຈາກທ້ອນໂຮ່ມເທົ່ານັ້ນ ຫາກຍັງໄດ້​ເປີດໂອກາດການຮ່ວມມື, ສ້າງພື້ນຖານ ເພື່ອ ໃຫ້ທ້ອງຖິ່ນເປັນເຈົ້າພາບຈັດບັນດາກິດຈະກໍາ ສາກົນໃນໄລ​ຍະ​ຈະ​ມາ​ເຖິງ​ອີກ​ດ້ວຍ.
ລາຍ​ການ​ສະ​ແດງ ຢູ່​ພິ​ທີ​ອັດ Festival ທະເລແຄງຮວ່າ 2026 (ພາບ: VNA)

ຄໍ່າວັນທີ 19 ກໍລະກົດ, ຢູ່ແຂວງແຄງຮວ່າ, Festival ທະເລແຄງຮວ່າ 2026 ໄດ້ປິດລົງ ພາຍຫຼັງ ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ເປັ​ນ​ເວ​ລາ​ສາມ​ວັນ ດ້ວຍ​ບັນ​ດາກິດຈະກໍາວັດທະນະທໍາ, ສິລະປະ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກ. ຜົນສໍາເລັດຂອງກິດຈະກໍານີ້ບໍ່ພຽງແຕ່ແມ່ນການໂຄ​ສະ​ນາ ພາບພົດແຂວງແຄງຮວ່າ ຫຼັງຈາກທ້ອນໂຮ່ມເທົ່ານັ້ນ ຫາກຍັງໄດ້​ເປີດໂອກາດການຮ່ວມມື, ສ້າງພື້ນຖານ ເພື່ອ ໃຫ້ທ້ອງຖິ່ນເປັນເຈົ້າພາບຈັດບັນດາກິດຈະກໍາ ສາກົນໃນໄລ​ຍະ​ຈະ​ມາ​ເຖິງ​ອີກ​ດ້ວຍ.

ກ່າວຄໍາເຫັນໃນພິທີໄຂ, ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈໍາການຄະນະກໍາມະການ ປະຊາຊົນແຂວງແຄງຮວ່າ, ຫົວໜ້າຄະນະຈັດຕັ້ງ Festival ທະເລແຄງຮວ່າ 2026 ໄດ້ເນັ້ນໜັກວ່າ:

“ບັນດາການຮັບຊົມອັນງົດງາມທີ່ Festival ທະເລແຄງຮວ່າ ປະຈໍາປີ 2026 ຈະສືບຕໍ່ໃຫ້ ເພື່ອນມິດພາຍໃນ ແລະ ຕ່າງປະເທດຫຍັບ​ມໍ່ໆ​ເຂ້ົາ​ກັບແຄງຮວ່າ. ກວ່າ​ອີກ. ຍາມ​ໃດແຄງຮວ່າເປີດກວ້າງອ້ອມ​ແຂນມືຮັບຕ້ອນເພື່ອນມິດ ມາ​ຈາກ​ທຸກ​ສາ​ລະ​ທິດ ແລະ ຫວັງວ່າຈະໄດ້ຕ້ອນຮັບແຂກໃນລະດູ Festival ທະເລຄັ້ງ​ຕໍ່​ໄປ, ບ່ອນທີ່ມີທະເລຂຽວສົດ, ນໍ້າໃຈຄົນອົບເອື້ອອາລີ ແລະ ມີຄວາມມຸງຫັວງຈະກ້າວສູ່ອອກທະເລໃຫຍ່ໄດ້ສືບຕໍ່ສ້າງສີສັນໃໝ່”

ແຂວງແຄງຮວ່າຈະວາງຈຸດໝາຍຈະສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ຮູບແບບການຈັດຕັ້ງ ເພື່ອ ໃຫ້ Festival ທະເລແຄງຮວ່າ ກາຍເປັນເຄື່ອງໝາຍການຄ້າວັດທະນະທໍາລະດັບສາກົນ ເປັນກໍາລັງ​ໜູນ​ຊຸກ​ຍູ້ການພັດທະນາ ເສດຖະກິດ, ການທ່ອງທ່ຽວ, ດຶງດູດການລົງທຶນ ແລະ ຫັນຄວາມມຸງຫວັງພັດທະນາໄວ, ຍືນຍົງໃນ ສັງ​ກາດ​ໃໝ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ


top