ຂ່າວສານ

FAO ແລະ OECD ຄາດວ່າລາຄາສະບຽງອາຫານທົ່ວໂລກຈະຫຼຸດລົງໃນທົດສະວັດຈະມາເຖິງ

      ສອງອົງການດັ່ງກ່າວ ກ່າວເຕືອນວ່າ ບັນດາປະເທດຕ້ອງມີຫຼາຍນະໂຍບາຍພັດທະນາຂະແໜງກະສິກຳທີ່ເໝາະສົມ, ຕາມທິດເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກຕາມບັນດາຂໍ້ກຳນົດທີ່ໄດ້ລະບຸໃນ ສັນຍາ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ.
ພາບປະກອບ: AFP/TTXVN
      ວັນທີ 5 ກໍລະກົດ, ອົງການອາຫານ ແລະ ການກະເສດ ສປຊ (FAO) ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ປະກາດບົດລາຍງານແງ່ຫວັງກະສິກຳໃນໄລຍະ 2021 – 2030, ໃນນັ້ນຄາດວ່າ ລາຄາສິນຄ້າບັນດາປະເພດສະບຽງອາຫານຕົ້ນຕໍຈະຫຼຸດລົງໃນທົດສະວັດຈະມາເຖິງ ພາຍຫຼັງເພີ່ມຂຶ້ນຢ່າງແຮງໃນປີ 2020. ເຫດຜົນແມ່ນຍ້ອນສະມັດຕະພາບຂອງບັນດາຟາມເພີ່ມຂຶ້ນຢ່າງແຮງ ໃນຂະນະທີ່ຄວາມຕ້ອງການນຳໃຊ້ຂອງ ຈີນ ເຊິ່ງແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນໂລກ ໄດ້ຮັບການຮັກສາເປັນປົກກະຕິ. ຕາມບົດລາຍງານແລ້ວ, ລາຄາສິນຄ້າປະເພດຜະລິດຕະພັນກະເສດໄດ້ເພີ່ມຂຶ້ນຢ່າງແຮງນັບແຕ່ປີ 2020 ຍ້ອນຈີນ ເພີ່ມການນຳເຂົ້າ ແລະ ສາງສຳຮອງຂຶ້ນຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ລາຄາ ສິນຄ້າບັນດາປະເພດຜະລິດຕະພັນກະເສດ ເກືອບທັງໝົດ ຈະຫຼຸດລົງນ້ອຍໜຶ່ງ ເມື່ອທຽບກັບລາຄາຕົວຈິງ ໃນທົດສະວັດຈະມາເຖິງ, ໝາຍຄວາມວ່າຈະກັບຄືນສູ່ທ່າອ່ຽງຍາວນານແມ່ນ ເພີ່ມປະລິມານທີ່ ມີມາດຕະສ່ວນກົງກັບຂອບຂະໜາດປະຊາກອນໂລກ.
        ສອງອົງການດັ່ງກ່າວ ກ່າວເຕືອນວ່າ ບັນດາປະເທດຕ້ອງມີຫຼາຍນະໂຍບາຍພັດທະນາຂະແໜງກະສິກຳທີ່ເໝາະສົມ, ຕາມທິດເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກຕາມບັນດາຂໍ້ກຳນົດທີ່ໄດ້ລະບຸໃນ ສັນຍາ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)


top