ຂ່າວສານ

FAO: ລາຄາທັນຍາຫານໃນໂລກເພີ່ມຂຶ້ນສູງສຸດໃນໄລຍະ 1 ທົດສະວັດ

      ເລື່ອງລາຄາທັນຍາຫານເພີ່ມຂຶ້ນນັ້ນ ໄດ້ປະກອບສ່ວນເຮັດໄພເງິນເຟີ້ເພີ່ມຂຶ້ນ ໃນສະພາບທີ່ບັນດາພື້ນຖານເສດຖະກິດໃນໂລກພວມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ-19
ລື່ອງລາຄາທັນຍາຫານເພີ່ມຂຶ້ນນັ້ນ ເຮັດໃຫ້ປະຊາຊົນຜູ້ທຸກຍາກຢູ່ບັນດາປະເທດທີ່ອີງໃສ່ການນຳເຂົ້າເພື່ອພັດທະນາປະສົບກັບຄວາມສ່ຽງ
(ພາບປະກອບ: AFP/TTXVN)
      ວັນທີ 06 ມັງກອນ, ອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO) ໃຫ້ຮູ້ວ່າ, ໃນປີຜ່ານມາ, ລາຄາທັນຍາຫານໃນໂລກໄດ້ເພີ່ມຂຶ້ນ 28%, ເຊິ່ງແມ່ນລະດັບສູງສຸດໃນໄລຍະ 1 ທົດສະວັດຜ່ານມາ. ສິ່ງດັ່ງກ່າວໄດ້ເຮັດໃຫ້ຄວາມຫວັງກ່ຽວກັບເລື່ອງຕະຫຼາດຈະມີສະຖຽນລະພາບຄືນໃໝ່ໃນປີນີ້ຫຼຸດລົງ.
        ຕາມອົງການ FAO ແລ້ວ, ປີ 2021, ດັດຊະນີທັນຍາຫານຂອງອົງການນີ້ບັນລຸລະດັບສະເລ່ຍ 125,7 ຄະແນນ, ແມ່ນລະດັບສູງສຸດນັບແຕ່ປີ 2011. ເປັນຕົ້ນມາຕົວເລກດັ່ງກ່າວໄດ້ຫຼຸດລົງເລັກນ້ອຍໃນເດືອນທັນວາ 2021, ແຕ່ພັດເພີ່ມຂຶ້ນຢ່າງລຽນຕິດໃນ 4 ເດືອນກ່ອນນັ້ນ, ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່າ ສະພາບເກັບກ່ຽວຖືກຫຼຸດລົງ ແລະ ເລື່ອງຄວາມຕ້ອງການດ້ານທັນຍາຫານໄດ້ເພີ່ມຂຶ້ນຫຼາຍໃນປີຜ່ານມາ.
        ເລື່ອງລາຄາທັນຍາຫານເພີ່ມຂຶ້ນນັ້ນ ໄດ້ປະກອບສ່ວນເຮັດໄພເງິນເຟີ້ເພີ່ມຂຶ້ນ ໃນສະພາບທີ່ບັນດາພື້ນຖານເສດຖະກິດໃນໂລກພວມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ-19 ແລະ ເຮັດໃຫ້ປະຊາຊົນຜູ້ທຸກຍາກຢູ່ບັນດາປະເທດທີ່ອີງໃສ່ການນຳເຂົ້າເພື່ອພັດທະນາປະສົບກັບຄວາມສ່ຽງ.
(ແຫຼ່ງຄັດຈາກ VOV)

top