ວັນທີ 21 ພຶດສະພາ, ຢູ່ສຳນັກງານ ອົງການອາຫານ ແລະ ການກະເສດຂອງ ສປຊ (FAO) ຢູ່ ຣົມ (ອີຕາລີ), ທ່ານນາງ ຫງວຽນເຟືອງແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ເຂົ້າຍື່ນສານຕາຕັ້ງເຖິງທ່ານ ຈຸຍຕຸງອຸຍ ຜູ້ອຳນວຍການໃຫຍ່ FAO, ດຳລົງບົດບາດເປັນຜູ້ຕາງໜ້າ ຫວຽດນາມ ປະຈຳ FAO ຢ່າງເປັນທາງການ.
ທ່ານນາງ ຫງວຽນເຟືອງແອັງ ເອກອັກຄະລັດຖະທູດ ຫວຽດນາມ (ພາບ: TTXVN)
ໃນການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຈຸຍຕຸງອຸຍ ຜູ້ອຳນວຍການໃຫຍ່ FAO ໄດ້ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານ ຈຸຍຕຸງອຸຍ ສະເໜີ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການພັດທະນາ, ແຜ່ກະຈາຍບັນດາຮູບແບບທີ່ປະສົບຜົນສຳເລັດໄປເຖິງຫຼາຍປະເທດ ແລະ ພາກພື້ນ, ພ້ອມດຽວກັນນັ້ນ ກໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫັນປ່ຽນລະບົບທັນຍາຫານ, ອາຫານແບບຍືນຍົງ, ກະສິກຳສີຂຽວ ແລະ ການປັບຕົວໃຫ້ເໝາະກັບການປ່ຽນແປງຂອງດິນຟ້າອາກາດ.
ສ່ວນທ່ານນາງ ຫງວຽນເຟືອງແອັງ ເອກອັກຄະລັດຖະທູດ ຫວຽດນາມ ສະແດງຄວາມປາດຖະໜາວ່າ FAO ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປັບປຸງໂຄງປະກອບຂະແໜງກະສິກຳຄືນໃໝ່, ພັດທະນາກະສິກຳສີຂຽວ, ຍືນຍົງ, ຫັນເປັນດີຈີຕອນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜັນຂະຫຍາຍວິທີເຂົ້າເຖິງ One Health ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.