ຂ່າວສານ

Facebook ລຶບໝູ່ເກາະຮ່ວາງຊາ, ເຈື່ອງຊາ ອອກຈາກແຜນທີ່ຂອງຈີນ

ລະອຽດຄື, ຕອນບ່າຍວັນທີ 2 ກໍລະກົດ, ໃນແຜນທີ່ໂຄສະນາຂອງ Facebook, ຮູບພາບໝູ່ເກາະ 2 ແຫ່ງນີ້ບໍ່ມີໃນເຂດນ້ຳດິນແດນຂອງຈີນ ຄືເກົ່າ. ທ່ານຮອງຫົວໜ້າກົມສະຖານີວິທະຍຸ

ພາບປະກອບ
ຕອນບ່າຍວັນທີ 2 ກໍລະກົດ, ທ່ານເລກວາງຕື້ຢໍ, ຮອງຫົວໜ້າກົມສະຖານີວິທະຍຸ, ກະຈາຍສຽງ ແລະ ຖະແຫຼງຂ່າວເອເລັກໂຕນິກ, ຂຶ້ນກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ໃຫ້ຮູ້ວ່າ: ພາຍຫຼັງທີ່ກົມໄດ້ສົ່ງເອກະສານເຖິງ Facebook ອອກສຽງຄັດຄ້ານເລື່ອງແຜນທີ່ລົງໃນ Facebook “ຍ້າຍ” ໝູ່ເກາະຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ ເຂົ້າມາຕັ້ງຢູ່ເຂດນ້ຳດິນແດນຂອງ ຈີນ ນັ້ນ, ສື່ສັງຄົມອອນລາຍໃຫຍ່ສຸດໃນໂລກນີ້ໄດ້ມີມາດຕະການແກ້ໄຂຢ່າງທັນການ. ລະອຽດຄື, ຕອນບ່າຍວັນທີ 2 ກໍລະກົດ, ໃນແຜນທີ່ໂຄສະນາຂອງ Facebook, ຮູບພາບໝູ່ເກາະ 2 ແຫ່ງນີ້ບໍ່ມີໃນເຂດນ້ຳດິນແດນຂອງຈີນ ຄືເກົ່າ. ທ່ານຮອງຫົວໜ້າກົມສະຖານີວິທະຍຸ, ກະຈາຍສຽງ ແລະ ຖະແຫຼງຂ່າວເອເລັກໂຕນິກ ຫວຽດນາມ ກໍ່ໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບການລຶບບັນດາຮູບພາບທີ່ຜິດພາດດັ່ງກ່າວ, facebook  ກໍ່ໃຫ້ຄຳໝັ້ນສັນຍາໃນວັນທີ 2 ກໍລະກົດຈະແກ້ໄຂສະພາບການດັ່ງກ່າວໃນທັນທີ. ຜູ້ຕາງໜ້າ facebook ກໍ່ຖືວ່າ: ນີ້ແມ່ນຄວາມຜິດພາດດ້ານເຕັກນິກ ແລະ ພວມສືບຕໍ່ໄດ້ຮັບການດັດແປງໃນແຜນທີ່ live ຂອງສື່ສັງຄົມອອກລາຍນີ້. ທ່ານ ເລກວາງຕື້ຢໍ ກໍ່ເນັ້ນໜັກວ່າ: ບັນດາຮູບພາບທີ່ຜິດພາດດັ່ງກ່າວກໍ່ເຄີຍປະກົດມີໃນ facebook ແລະ Google. ຜ່ານບັນດາການກະທຳຕັ້ງໜ້າ, ທັນການຂອງອົງການຄຸ້ມຄອງລັດ ແລະ  ຂອງທັງ facebook ໃນໂອກາດນີ້ອາດຈະຢັ້ງຢືນໄດ້ວ່າແມ່ນໜຶ່ງໃນບັນດາຜົນສຳເລັດຂອງ ຫວຽດນາມ ໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

 


top