ຂ່າວສານ

EVN ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງ​ພຽງ​ພໍ​ຮັບ​ໃຊ້​ໃຫ້​ແກ່​ການ​ພັ​ດທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ເພື່ອຮັບໃຊ້ໃຫ້ແກ່ຍຸກສະໄໝຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ກຸ່ມບໍລິສັດ EVN ຕ້ອງສຸມໃສ່ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ; ໃຫ້ບຸລິມະສິດແກ່ບັນດາແຫຼ່ງໄຟຟ້າສະອາດ, ພະລັງງານຜະລິດຄືນໃໝ່ດ້ວຍໂຄງປະກອບທີ່ເໝາະສົມ, ຮັບປະກັນໃຫ້ລະບົບເຄື່ອນໄຫວຢ່າງປອດໄພໃນແຕ່ລະໄລຍະ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໜ້າທີປີ 2021 ຂອງ ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ (EVN) ໃນຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ: ເພື່ອຮັບໃຊ້ໃຫ້ແກ່ຍຸກສະໄໝຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ກຸ່ມບໍລິສັດ EVN ຕ້ອງສຸມໃສ່ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ; ໃຫ້ບຸລິມະສິດແກ່ບັນດາແຫຼ່ງໄຟຟ້າສະອາດ, ພະລັງງານຜະລິດຄືນໃໝ່ດ້ວຍໂຄງປະກອບທີ່ເໝາະສົມ, ຮັບປະກັນໃຫ້ລະບົບເຄື່ອນໄຫວຢ່າງປອດໄພໃນແຕ່ລະໄລຍະ.  ທ່ານກ່າວວ່າ:

        “ຄຳຮຽກຮ້ອງທຳອິດ ແມ່ນຕ້ອງສຸມໃສ່ຮັບປະກັນຄວາມໝັ້ນຄົງໃນການສະໜອງໄຟຟ້າ, ສະໜອງພະລັງງານໄຟຟ້າທີ່ມີຄຸນນະພາບດ້ວຍລາຄາເໝາະສົມຢ່າງພຽງພໍແກ່ການພັດທະນາເສດຖະກິດ - ສັງຄົມ. ພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ອັດສະລິຍະ ແລະ ທັນສະໄໝ, ບັນລຸລະດັບຄວາມກ້າວໜ້າຂອງ ອາຊຽນ. ຍູ້ໄວການສ້າງຕະຫຼາດຂາຍຍ່ອຍໄຟຟ້າ ທີ່ມີຄວາມແກ້ງແຍ້ງ, ໂປ່ງໃສ, ມີປະສິດທິຜົນ ແລະ ສອດຄ່ອງກັບກົນໄກເສດຖະກິດການຕະຫຼາດ, ຕາມກຳນົດສັງຄົມນິຍົມ”.

(ແຫຼ່ງຄັດຈາກ VOV)


top