ຂ່າວສານ

EVFTA-ກຳລັງໜູນສຳຄັນເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງເຢຍລະມັນ-ຫວຽດນາມ

ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ໄດ້ສ້າງກຳລັງໜູນສຳຄັນໃຫ້ແກ່ການເພີ່ມທະວີການພົວພັນດ້ານການຄ້າລະຫວ່າງ 2 ປະເທດ.
EVFTA ໄດ້ສ້າງກຳລັງໜູນສຳຄັນໃຫ້ແກ່ການເພີ່ມທະວີການພົວພັນດ້ານການຄ້າລະຫວ່າງ 2 ປະເທດ.(ພາບປະກອບ: TTXVN)

ວັນທີ 12 ມັງກອນ, ເວັບໄຊຂອງກະຊວງເສດຖະກິດ ແລະ ພະລັງງານສະຫະພັນເຢຍລະມັນ (BMWI) ໄດ້ລົງຂ່າວກ່ຽວກັບກອງປະຊຸມຄັ້ງທຳອິດຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດລະຫວ່າງຫວຽດນາມ - ເຢຍລະມັນ ເຊິ່ງໄດ້ດຳເນີນໃນວັນດຽວກັນທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານສະຫະພັນເຢຍລະມັນ Peter Altmaier ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ. ບົດຂຽນໄດ້ຄັດສະເໜີທ່ານລັດຖະມົນຕີ Peter Altmaier ໂດຍຢືນຢັນວ່າ: ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ໄດ້ສ້າງກຳລັງໜູນສຳຄັນໃຫ້ແກ່ການເພີ່ມທະວີການພົວພັນດ້ານການຄ້າລະຫວ່າງ 2 ປະເທດ.

        ໃນວັນດຽວກັນ, ເວັບໄຊສະເພາະດ້ານການເງິນ finanzen.net ຂອງເຢຍລະມັນ ກໍ່ໄດ້ລົງບົດຂຽນກ່ຽວກັບເລື່ອງເຢຍລະມັນ ແລະ ຫວຽດນາມ ຢາກຊຸກຍູ້ການພົວພັນທາງດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ. ບົດຂຽນຖືວ່າ, EVFTA ຈະຊ່ວຍເພີ່ມປະລິມານການຄ້າ 2 ຝ່າຍ ກໍຄືການມີໜ້າຂອງບັນດາບໍລິສັດເຢຍລະມັນ, ປະຈຸບັນຢູ່ໃນລະດັບມີວິຫະກິດ 350 ກວ່າແຫ່ງທີ່ພວມເຄື່ອນໄຫວຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top