ຂ່າວສານ

EVFTA ສວມ​ບົດ​ບາດ​ສຳ​ຄັນ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ຂອງ ຫວຽດ​ນາມ

ບົດລາຍງານສະແດງໃຫ້ເຫັນວ່າ, EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020 ໄດ້ສ້າງກຳລັງໜູນສຳຄັນຊ່ວຍການສົ່ງອອກຂອງຫວຽດນາມໄປຍັງ ສະຫະພາບເອີລົບ (EU).
ກອງປະຊຸມສຳມະນາ (ພາບ: nhandan.vn)

ກອງປະຊຸມສຳມະນາປະກາດບົດລາຍງານ “ຫວຽດນາມ ພາຍຫຼັງ 5 ປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA): ໝາກຜົນ, ຄວາມຮຽກຮ້ອງຕ້ອງການ ແລະ ການກຳນົດທິດການປະຕິຮູບ”, ໂດຍສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ.

ບົດລາຍງານສະແດງໃຫ້ເຫັນວ່າ, EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020 ໄດ້ສ້າງກຳລັງໜູນສຳຄັນຊ່ວຍການສົ່ງອອກຂອງຫວຽດນາມໄປຍັງ ສະຫະພາບເອີລົບ (EU). ມາດຕະຖ່ວງສົ່ງອອກໄປຍັງ EU ໃນຍອດວົງເງິນການສົ່ງອອກຂອງຫວຽດນາມເພີ່ມຂຶ້ນເທື່ອລະກ້າວ, ບັນລຸເກືອບ 13,2%ໃນປີ 2024. ຫວຽດນາມ ຍັງຮັກສາການສົ່ງອອກເກີນດຸນໄປຍັງ EU ເປັນຈຳນວນຫຼາຍ, ບັນລຸລະດັບ 35,2 ຕື້ USD ໃນປີ 2024, ສູງທີ່ສຸດໃນສັນຍາການຄ້າເສລີສະບັບຕ່າງໆເຊິ່ງຫວຽດນາມ ເຂົ້າຮ່ວມ. ທ່ານ ຫງວຽນຈຽນທັ້ງ, ສະຖາບັນຄົ້ນຄ້ວາ ເອີລົບ, ເນັ້ນໜັກວ່າ:

ເມື່ອປຽບທຽບກັບບັນດາສັນຍາສະບັບຕ່າງໆແລ້ວ  EVFTA ໄດ້ຊ່ວຍ ຫວຽດນາມ ໃນການຫັນບັນດາຄຳໝັ້ນສັນຍາເຂົ້າໃນກົດໝາຍຫວຽດນາມໂດຍໄວ, ຄື: ກົດຂໍ້ບັງຄັບກ່ຽວກັບຕົ້ນກຳເນີດ, ການປົກປ້ອງການຄ້າ, ບັນດາບັນຫາກ່ຽວກັບການຂັດແຍ້ງກັນໃນການລົງທຶນ… ນີ້ແມ່ນຈຸດສຳຄັນທີ່ສຸດ. ຂ້າພະເຈົ້າຖືວ່າ ວິທີການສຳຜັດຂອງ ຫວຽດນາມ ຕາມທິດນຳການປະຕິບັດດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບໃຫ້ ບັນດາວິສາຫະກິດ ຢູ່ຫວຽດນາມ ແນ່ນອນວ່າຈະມີຜົນສະທ້ອນຈາກບັນດາສັນຍາ, ໃນນັ້ນມີສັນຍາລຸ້ນໃໝ່ EVFTA.


top