ຂ່າວສານ

Eurocham ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ເຕີບໂຕສີຂຽວ

EuroCham ຈະສົມທົບກັບກະຊວງອຸດສາຫະກຳ ການຄ້າ ຈັດກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022 (GEFE 2022) ໃນລະຫວ່າງວັນທີ 28-30 ພະຈິກ ຢູ່ນະຄອນ ໂຮ່ຈີມິນ.

EuroCham ຈະສົມທົບກັບກະຊວງອຸດສາຫະກຳ ການຄ້າ ຈັດກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022 (GEFE 2022) ໃນລະຫວ່າງວັນທີ 28-30 ພະຈິກ ຢູ່ນະຄອນ ໂຮ່ຈີມິນ.

    

ພິທີເຊັນບົດບັນທຶດຊ່ວຍຈຳລະຫວ່າງ 2 ຝ່າຍ

(ພາບ: moit.gov.vn)

ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ປະຕິບັດບັນດາໂຄງການລົງທຶນສີຂຽວຍືນຍົງ, ຫຼຸດຜ່ອນການປ່ອຍອາຍພິດ… ນີ້ແມ່ນເນື້ອໃນຕົ້ນຕໍສ່ວນໜຶ່ງໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ແລະ ຊຸກຍູ້ການພັດທະນາແບບຍືນຍົງ ໂດຍກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ EuroCham ຫາກໍ່ລົງນາມຫວ່າງມໍ່ໆມານີ້.

        ພ້ອມກັນນັ້ນ, ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030 ໂດຍໄວນັ້ນ, EuroCham ຈະສົມທົບກັບກະຊວງອຸດສາຫະກຳ ການຄ້າ ຈັດກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022 (GEFE 2022) ໃນລະຫວ່າງວັນທີ 28-30 ພະຈິກ ຢູ່ນະຄອນ ໂຮ່ຈີມິນ. ໃນຂອບເຂດເຫດການ, ງານວາງສະແດງເສດຖະກິດສີຂຽວຈະແນະນຳ, ວາງສະແດງບັນດາເຕັກໂນໂລຊີກ້າວໜ້າ, ຜະລິດຕະພັນມີຄຸນນະພາບສູງ, ຂໍ້ລິເລີ່ມ ແລະ ຮູບແບບເສດຖະກິດສີຂຽວ, ເສດຖະກິດໝູນວຽນຂອງບັນດາວິສາຫະກິດ ເອີລົບ ແລະ  ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top