ຂ່າວສານ

EU ສ້າງສະຫະພັນຟື້ນຟູເສດຖະກິດຂຽວພາຍຫຼັງສິ້ນສຸດ Covid – 19

      ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ຫາກໍ່ຕົກລົງກັນສ້າງຕັ້ງສະຫະພັນຟື້ນຟູເສດຖະກິດຂຽວພາຍຫຼັງສິ້ນສຸດວິກິດການ Covid – 19 ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍພື້ນຖານເສດຖະກິດຂອງທະວີບເອີລົບ ໃຫ້ມີການພັດທະນາແບບຍືນຍົງກ່ວາ.
 
Tuabin ລົມຢູ່ທະເລ Baltic ເຢຍລະມັນ (ພາບ: AFP/TTXVN) 

Tuabin ລົມຢູ່ທະເລ Baltic ເຢຍລະມັນ (ພາບ: AFP/TTXVN) 
      ບັນດາລັດຖະມົນຕີຂອງ 11 ປະເທດສະມາຊິກ EU, ສະມາຊິກລັດຖະສະພາເອີລົບ79 ຄົນຂຶ້ນກັບພັກການເມືອງຕ່າງໆຂອງ 17 ປະເທດສະມາຊິກ EU, ບັນດາຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ, ບັນດາສະຫະສະມາຄົມວິສາຫະກິດຕາງໜ້າໃຫ້ແກ່ 10 ຂົງເຂດ, ສະຫະສະມາຄົມບັນດາກຸ່ມບໍລິສັດອຸດສາຫະກຳເອີລົບ, ໄດ້ພ້ອມກັນລົງນາມ, ໃຫ້ຄຳໝັ້ນສັນຍາສ້າງຕັ້ງສະຫະພັນຟື້ນຟູເສດຖະກິດຂຽວພາຍຫຼັງສິ້ນສຸດໂລກລະບາດ Covid -19, ສະໜັບສະໜູນແລະປະຕິບັດບັນດາວິທີການແກ້ໄຂເພື່ອແນໃສ່ກະກຽມໃຫ້ແກ່ບັນດາພື້ນຖານເສດຖະກິດອະນາຄົດຂອງໂລກ.
            ສະຫະພັນເພື່ອການຟື້ນຟູຂອງພື້ນຖານເສດຖະກິດຂຽວມີຄວາມປາດຖະໜາຢາກ “ສ້າງແລະແບ່ງປັນຈິນຕະນາການກ່ຽວກັບບັນດາແຜນການລົງທຶນຂຽວພາຍຫຼັງສິ້ນສຸດວິກິດການ Covid – 19” ແລະສະເໜີໃຫ້ “ບັນດາວິທີການລົງທຶນທີ່ຈຳເປັນແລະຜູກພັນກັບບັນດາຄຳໝັ້ນສັນຍາກ່ຽວກັບອາກາດ”.
 (ແຫຼ່ງຄັດຈາກ VOV)
 


top