ຕອນບ່າຍວັນທີ 29 ມັງກອນ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ António Costa ປະທານສະພາເອີລົບ ໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ António Costa ປະທານສະພາເອີລົບ (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ເລື່ອງປະທານສະພາເອີລົບ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ ແລະ ເລື່ອງ ຫວຽດນາມ - EU ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານນັ້ນໄດ້ມີຄວາມໝາຍສຳຄັນພິເສດ, ສ່ອງແສງການພົວພັນຢ່າງເລິກເຊິ່ງ ແລະ ວິໄສທັດຍຸດທະສາດຂອງການພົວພັນ ຫວຽດນາມ - EU ໃນໄລຍະແຫ່ງການພັດທະນາໃໝ່. ທ່ານ ໂຕເລິມ ໄດ້ແລກປ່ຽນກ່ຽວກັບບັນດາໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ແຈ້ງໃຫ້ຊາບກ່ຽວກັບ ບັນດາເປົ້າໝາຍການສ້າງສາ ແລະ ພັດທະນາ ຫວຽດນາມ ໃນໄລຍະໃໝ່. ກ່ຽວກັບການພົວພັນ ຫວຽດນາມ - EU, ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງເລື່ອງ ຫວຽດນາມ ແມ່ນປະເທດ ອາຊຽນ ທຳອິດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ EU.
ສ່ວນທ່ານປະທານສະພາເອີລົບ António Costa ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງການນຳສູງສຸດອີກສະໄໝໜຶ່ງ. ທ່ານປະທານສະພາເອີລົບ ເນັ້ນໜັກວ່າ ດ້ວຍການຍົກລະດັບການພົວພັນ, EU ປາດຖະໜາຢາກ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຊຸກຍູ້ການຄ້າເສລີ, ຫັນລະບົບສະໜອງ ການຫັນເປັນສີຂຽວ, ເສດຖະກິດທະເລ, ພື້ນຖານໂຄງລ່າງຄົມມະນາຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເສລີໃນການເດີນເຮືອ, ການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກເປັນຫຼາຍຮູບຫຼາຍແບບ.
ກ່ອນໜ້ານັ້ນ ຕອນບ່າຍວັນທີ 29 ມັງກອນ, ທີ່ການພົບປະກັບທ່ານປະທານສະພາເອີລົບ Antonio Costa, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ EU ຈັດສົ່ງຄະນະກວດກາມາຫວຽດນາມ ເພື່ອມີການຕີລາຄາລະອຽດ, ຄິດໄລ່ເຖິງຄວາມມານະພະຍາຍາມ ທີ່ເຂັ້ມງວດ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານ IUU, ເພື່ອແນໃສ່ຍົກເລີກ ບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.