ຫ້ອງການຄ້າ ເອີລົບປະຈຳ ຫວຽດນາມ ແຈ້ງໃຫ້ຊາບວ່າ ທ່ານ Maros Sefcovic ສະມາຊິກຄະນະກຳມະການການຄ້າ ເອີລົບ ແລະ ທ່ານ Jozef Sikela ສະມາຊິກຄະນະກຳມະການເອີລົບ ກ່ຽວກັບຄູ່ຮ່ວມມືສາກົນກໍ່ພວມສ້າງແຜນການມາຢ້ຽມຢາມ ຫວຽດນາມໃນເດືອນເມສາຈະມາເຖິງ.
ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (ພາບ: Deutschland)
ໃນຖະແຫຼງການຫຼ້າສຸດ, ທ່ານ Paula Pinho ໂຄສົກປະທານຄະນະກຳມະການເອີລົບ ໃຫ້ຮູ້ວ່າ ພາຍຫຼັງ 5 ປີແຫ່ງການເຊັນສັນຍາການຄ້າເສລີກັບ ຫວຽດນາມ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ພວມມີແຜນການມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ. ໃນຂະນະນັ້ນ, ຫ້ອງການຄ້າ ເອີລົບປະຈຳ ຫວຽດນາມ ແຈ້ງໃຫ້ຊາບວ່າ ທ່ານ Maros Sefcovic ສະມາຊິກຄະນະກຳມະການການຄ້າ ເອີລົບ ແລະ ທ່ານ Jozef Sikela ສະມາຊິກຄະນະກຳມະການເອີລົບ ກ່ຽວກັບຄູ່ຮ່ວມມືສາກົນກໍ່ພວມສ້າງແຜນການມາຢ້ຽມຢາມ ຫວຽດນາມໃນເດືອນເມສາຈະມາເຖິງ.
ຕາມຊ່ອງໂທລະພາບ Euro news ແລ້ວ, ເລື່ອງບັນດາການນຳເອີລົບສຸມໃສ່ຊຸກຍູ້ການພົວພັນທາງການຄ້າກັບ ຫວຽດນາມ ມາຈາກສອງປັດໄຈຫຼັກ. ທຳອິດແມ່ນ ຫວຽດນາມແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງສະຫະພາບ ເອີລົບ ໃນອາຊຽນ, ປະເທດທີ່ມີປະຊາກອນກ່ວາ 100 ລ້ານຄົນນີ້ຈະແມ່ນຂົວເຊື່ອມຕໍ່ຊ່ວຍເອີລົບເປີດກວ້າງຕະຫຼາດຢູ່ພາກພື້ນ.
ນອກຈາກນັ້ນ, ຕາມອົງການສຳຫຼວດທໍລະນີສາດອາເມລິກາ (USGS) ແລ້ວ, ຫວຽດນາມແມ່ນປະເທດຜະລິດ vonfram ໃຫຍ່ອັນດັບທີ ສອງຂອງໂລກໃນປີ 2022. ຫວຽດນາມກໍ່ແມ່ນປະເທດມີປະລິມານ ດິນຫາຍາກ ສຳຄັນ, ຢືນອັນດັບທີ 6 ໃນໂລກ ເຊິ່ງແມ່ນວັດຖຸດິບທີ່ມີຄວາມຈຳເປັນໃນການຜະລິດລົດໄຟຟ້າ, ເຄື່ອງກັງຫັນແຮງລົມ ແລະ ຖ່ານໄຟແສງຕາເວັນ.