ຂ່າວສານ

EU ເລີ່ມ​ກະ​ກຽມ​ການ​ລົງ​ໂທດ​ທີ 21 ເລັ່ງ​ໃສ່​ລັດ​ເຊຍ

ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ ສ່ວນຫຼາຍ​ຈະ​ເລັ່ງ​ໃສ່​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຂອງ​ລັດ​ເຊຍ ແລະ ເຄືອ​ຂ່າຍ​ກຳ​ປັ່ນ​ຂົນ​ສົ່ງ​ ທີ່​ຖືກ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ຫາ​ວ່າ ໜູນ​ຊ່ວຍ​ລັດ​ເຊຍຫຼີກ​ລ່ຽງ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ ລາ​ຄາ​ເພ​ດານ​ນ້ຳ​ມັນ.
  ພາບ​ປະ​ກອບ: REUTERS/Dado Ruvic  

ສະ​ຫະ​ພາບ ເອີ​ລົບ (EU)​ເລີ່ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລົງ​ໂທດ​ທີ 21 ເລັ່ງ​ໃສ່​ລັດ​ເຊຍ. ກ່​າວ​ຄຳ​ເຫັນ​ທີ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ທີ 11 ພຶດ​ສະ​ພາ, ຢູ່ Brussels (ແບນ​ຊິກ), ທ່ານ​ນາງ Kaja Kallas ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຂອງ ສະ​ຫະ​ພາບ ເອີ​ລົບໃຫ້​ຮູ້​ວ່າ EU ໄດ້​ສົ່ງ​ຂໍ້​ສະ​ເໜີ​ໄປ​ຍັງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກ່ຽວ​ກັບ​ມາດ​ຕະ​ການ​ຈຳ​ກັດ​ໃໝ່​ສຳ​ລັບ​ລັດ​ເຊຍ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ ສ່ວນຫຼາຍ​ຈະ​ເລັ່ງ​ໃສ່​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຂອງ​ລັດ​ເຊຍ ແລະ ເຄືອ​ຂ່າຍ​ກຳ​ປັ່ນ​ຂົນ​ສົ່ງ​ ທີ່​ຖືກ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ຫາ​ວ່າ ໜູນ​ຊ່ວຍ​ລັດ​ເຊຍຫຼີກ​ລ່ຽງ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ ລາ​ຄາ​ເພ​ດານ​ນ້ຳ​ມັນ. EU ກໍ່​ປ່ຽນ​ແປງ​ວິ​ທີ​ເຂົ້າ​ເຖິງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ໄຫວ​ພິບກວ່າ ​ແທນ​ທີ່ລໍ​ຖ້າ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​​ຕໍ່​ການ​ລົງ​ໂທດ​ຂະ​ໜາດ​ໃຫຍ່​ຄື​ເມືອ​ກ່ອນ. ເປົ້າ​ໝາຍ​ລວມ​ຂອງ​ບັນ​ດາ​ມາດ​ຕະ​ການ​ແມ່ນຈຳ​ກັດ​ແຫຼ່ງ​ລາຍ​ຮັບ​ຂອງ​ລັດ​ເຊຍເທື່ອ​ລະ​ກ້າວ.

ປັດ​ຈຸ​ບັນ​, ລັດ​ເຊຍ​ຍັງ​ບໍ່​ທັນ​ມີ​ປະ​ຕິ​ກິ​ລິ​ຍາ​​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ແຜນ​ການ​ກະ​ກຽມ​​ການ​ລົງ​ໂທດ​ທີ 21 ຂອງ EU ເທື່ອ, ແຕ່​ກ່ອນ​ໜ້າ​ນັ້ນໄດ້​ຢັ້ງ​ຢືນຫຼາຍ​ເທື່ອ ​ວ່າ ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ EU ​ແມ່ນບໍ່​ມີ​ປະ​ສິດ​ທິ​ຜົນ ແລະ ບໍ່​ສາ​ມາດ​​ສົ່ງ​ຜົນ​ກະ​ທົບ​ເຖິງຂໍ້​ຕົກ​ລົງ​ຍຸດ​ທະ​ສາດ​ຂອງ ລັດ​ເຊຍ​ໄດ້.


top