ຂ່າວສານ

EU ຮັດ​ແໜ້ນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຄ​ຳ​​ປະ​ກາດວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ

ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ມີ​ຄວາມ​ໝ​າຍ​ພິ​ເສດ​ສຳ​ລັບ​ສິນ​ຄ້​ານຳ​ເຂົ້າ EU , ເປັນ​ຕົ້ນ​ແມ່ນ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ, ອ​າ​ຫານ​, ກາ​ເຟ, ເຄື່ອງ​ເອ​ເລັກ​ໂຕ​ນິກ, ເຄື່ອງ​ໃຊ້​ປະ​ຈຳ​ວັນ, ເຄື່ອງຫຸ້ນ​ຫ​່, ເຄື່ອງ​ເຟີ​ນີ​ເຈີ ແລະ ຜະ​ລິດ​ຕະ​ພັນ​ໃຊ້​ສອຍ.
  ເກີ​ບ​ໜັງ​ໜຶ່ງ​ໃນ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ສົ່ງ​ອອກ​ໄປ​ຍັງ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດຫຼາຍ​ທີ່​ສຸດ (ພາບ: VNA)  

ແຕ່​ວັນ​ທີ 27 ກັນ​ຍາ, ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ຂອງ ສະ​ຫະ​ພາບ​ເອີ​ລົບ (EU) ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ ໃນ​ວິ​ວັດ​ການ​ຫັນ​ເປັນ​ສີ​ຂຽວ​ໄດ້​​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ ຕ້ອງ​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ສະ​ໜອງ​ຂໍ້​ມູນ​​ຢ່າງຈະ​ແຈ້ງ, ລະ​ອຽດ ແລະ ມີ​ພື້ນ​ຖານ​ພິ​ສູດ​ສຳ​ລັບ​ບັນ​ດາ​ຄຳປະ​ກາດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ໝາຍ​ຄວາມ​ວ່າ​ການ​ຢັ້ງ​ຢືນ​ກ່ຽວ​ກັບ​ລະ​ດັບ​ສີ​ຂຽວ, ຍືນ​ຍົງ ຫຼື​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ຜະ​ລິດ​ຕະ​ພັນ. EU ກໍ່​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ການ​ນຳ​ໃຊ້​ເຄື່ອງ​ໝາຍ, ໂລ​ໂກ ແລະ ໃບ​ຢັ້ງ​ຢືນ​ກ່ຽວ​ກັບ​ລັກ​ສະ​ນະ​ຍືນ​ຍົງ. ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ມີ​ຄວາມ​ໝ​າຍ​ພິ​ເສດ​ສຳ​ລັບ​ສິນ​ຄ້​ານຳ​ເຂົ້າ EU , ເປັນ​ຕົ້ນ​ແມ່ນ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ, ອ​າ​ຫານ​, ກາ​ເຟ, ເຄື່ອງ​ເອ​ເລັກ​ໂຕ​ນິກ, ເຄື່ອງ​ໃຊ້​ປະ​ຈຳ​ວັນ, ເຄື່ອງຫຸ້ນ​ຫ​່, ເຄື່ອງ​ເຟີ​ນີ​ເຈີ ແລະ ຜະ​ລິດ​ຕະ​ພັນ​ໃຊ້​ສອຍ.

ຕາມ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ຢູ່​ເຢຍ​ລະ​ມັນ​ແລ້ວ, ເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ຂອງ EU, ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ຫວຽດ​ນາມ ຕ້ອງ​ກວ​ດກາ​​ບັນ​ດາ​ຄຳປະ​ກາດ​ທີ່​​ກ່ຽວ​ຂ້ອງ​ເຖິງ​ສິ່ງ​ແວດ​ລ້ອມ​ໃນ​​ເຄື່ອງຫຸ້ນ​ຫໍ, ເຄື່ອງ​ໝາຍ​ການ​ຄ້າ, ເວັບ​ໄຊ, catalogue, ການ​ໂຄ​ສະ​ນາ ແລະ ບັນ​ດາ​ແພ​ລດ​ຟອມ ການ​ຄ້າ​ເອ​ເລັກ​ໂຕ​ນິກ; ພ້ອມ​ທັງ​ກຳ​ນົດ​ແຈ້ງ​ຮາກ​ຖາ​ນແລະ ເອ​ກະ​ສານ​ພິ​ເສດ​ໃຫ້​​ແຕ່​ລະ​ຄຳປະ​ກາດ.


top