ສະຫະພາບເອີຣົບ (EU) ປະກາດບ້ວງລົງທຶນກວ່າ 560 ລ້ານ ເອີໂຣ ໃຫ້ແກ່ ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ.
ເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ (ພາບ: vov.vn)
ໃນເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ສະຫະພາບເອີຣົບ (EU) ປະກາດບ້ວງລົງທຶນກວ່າ 560 ລ້ານ ເອີໂຣ ໃຫ້ແກ່ ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ. ໄປຄຽງຄູ່ກັນນັ້ນ, EU ກໍເລີ່ມຕົ້ນກົນໄກໜູນຊ່ວຍຄົມມະນາຄົມແບບຍືນຍົງລວມມູນຄ່າ 40 ລ້ານ ເອີໂຣ, ມຸ່ງໄປເຖິງການລະດົມກວ່າ 1 ຕື້ ເອີໂຣ ໃຫ້ແກ່ບັນດາໂຄງການເສັ້ນທາງລົດໄຟ ແລະ ຄົມມະນາຄົມຕົວເມືອງທີ່ມີຂອບຂະໜາດໃຫຍ່. ໃນເວທີປາໄສດັ່ງກ່າວກໍໄດ້ເປັນສັກຂີພິຍານການປະກາດຂໍ້ຕົກລົງຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດ EU ແລະ ຫວຽດນາມ ໃນບັນດາຂົງເຂດຂົນສົ່ງ, logistics, ສາທາລະນະສຸກດີຈີຕອນ ແລະ ອຸດສາຫະກຳ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ເສດຖະກິດ ແລະ ເປີດກວ້າງລະບົບມູນຄ່າ.
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: vov.vn)
ການພັດທະນາຢູ່ເວທີປາໄສດ້ວຍຫົວຂໍ້ “ຍຸດທະສາດປະຕູທາງເຂົ້າທົ່ວໂລກ: ການຮ່ວມມືລົງທຶນມຸ່ງໄປເຖິງອະນາຄົດແບບຍືນຍົງ”, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີ ໃຫ້ EU ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນສີຂຽວ, ຖ່າຍທອດເຕັກໂນໂລຢີ ແລະ ຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ EU ສຳເລັດການໃຫ້ສັດຕະຍາບັນສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ຜ່ານນັ້ນ ສຳເລັດກອບນິຕິກຳ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດສອງຝ່າຍ.