ຂ່າວສານ

EU ຊັ່ງ​ຊາ​ເລື່ອງ​ຍູ້​ແຮງ​ການ​ເນ​ລະ​ເທດ​ຊາວ​ອົບ​ພະ​ຍົ​ບ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ, ປະ​ຕິ​ຮູບ​ວິ​ຊາ

ວັນທີ 29 ມັງກອນ, ສະຫະພາບເອີຣົບ (EU) ໄດ້ປະກາດຍຸດທະສາດອົບພະຍົບໃໝ່ໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.
(ພາບປະກອບ: REUTERS/Stephanie Lecocq)

ຍຸດທະສາດໃໝ່ ໄດ້ເນັ້ນໜັກເຖິງຄວາມຈຳເປັນຍູ້ແຮງການເນລະເທດບຸກຄົນທີ່ຂໍລີ້ໄພໂດຍບໍ່ມີເງື່ອນໄຂຄົບຖ້ວນ, ຖືນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸລິມະສິດຂອງກຸ່ມ. ໃນນັ້ນ, ຍຸດທະສາດນີ້ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການຮ່ວມມືກັບບັນດາປະເທດທີສາມ ເພື່ອແນໃສ່ສົມທົບກັນຄວບຄຸມກະແສຊາວອົບພະຍົບໄປຍັງ ເອີຣົບ, ພ້ອມທັງຊຸກຍູ້ບັນດາປະເທດນີ້ຮັບພົນລະເມືອງຜູ້ບໍ່ມີເງື່ອນໄຂຄົບຖ້ວນໃຫ້ພັກອາໄສຢູ່ ອີຢູ. ຫວ່າງມໍ່ໆມານີ້, EU ໄດ້ລົງນາມ ຫຼື ພວມເຈລະຈາບັນດາຂໍ້ຕົກລົງສະບັບຕ່າງໆກັບບາງປະເທດ ອາຟະລິກາ ເໜືອ ຄື: ຕຸຍນີຊີ, ໂມຣິຕານີ, ອີຢິບ ແລະ ມາຣົກ, ໃນນັ້ນ EU ໄດ້ຍົກອອກມາບັນດາການໜູນຊ່ວຍດ້ານການເງິນ ແລະ ການລົງທຶນເພື່ອແລກເອົາເລື່ອງ ບັນດາປະເທດນີ້ໃຫ້ການຮ່ວມມືກັບ EU ໃນການຄວບຄຸມກະແສຊາວອົບພະຍົບ.

        ຍຸດທະສາດລະອຽດກ່ຽວກັບບັນຫາປະຕິຮູບລະບົບອົບພະຍົບນີ້ ຄາດວ່າ ຄະນະກຳມະການເອີຣົບ ຈະໄດ້ປະກາດໃນທ້າຍປີນີ້.


top