ຂ່າວສານ

EC ຮັບຮູ້ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບການສັກວັກຊິນກັນ ໂຄວິດ - 19 ຂອງ ຫວຽດນາມ

ວັນທີ 15 ພຶດສະພາ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາຂໍ້ຕົກລົງ 3 ສະບັບໂດຍຢັ້ງຢືນວ່າ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ໂດຍ ຫວຽດນາມ, ອິນໂດເນເຊຍ ແລະ ເຊແຊນ ອອກໃຫ້ ແມ່ນມີຄຸນຄ່າຄືກັນກັບ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ຂອງ ສະຫະພາບເອີຣົບ (ອີຢູ).
  (ພາບປະກອບ: TTXVN)  

 ວັນທີ 15 ພຶດສະພາ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາຂໍ້ຕົກລົງ 3 ສະບັບໂດຍຢັ້ງຢືນວ່າ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ໂດຍ ຫວຽດນາມ, ອິນໂດເນເຊຍ ແລະ ເຊແຊນ ອອກໃຫ້ ແມ່ນມີຄຸນຄ່າຄືກັນກັບ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ຂອງ  ສະຫະພາບເອີຣົບ (ອີຢູ).  ດັ່ງນັ້ນ, ສາມປະເທດນີ້ ຈະໄດ້ເຊື່ອມຕໍ່ກັບລະບົບຂອງ ສະຫະພາບເອີຣົບ ແລະ ສະຫະພາບເອີຣົບ ຈະຍອມຮັບໃບຢັ້ງຢືນກ່ຽວກັບໂຄວິດ - 19 ຂອງບັນດາປະເທດນີ້ ດ້ວຍເງື່ອນໄຂຄືກັນກັບໃບຢັ້ງຢືນເຕັກນິກດີຈີຕອນກ່ຽວກັບໂຄວິດ - 19.

ສິ່ງດັ່ງກ່າວໝາຍຄວາມວ່າ ຜູ້ໃດທີ່ຖືໃບຢັ້ງຢືນໂດຍ ອິນໂດເນເຊຍ, ເຊແຊນ ແລະ ຫວຽດນາມ ອອກໃຫ້ ສາມາດນຳໃຊ້ມັນໃນເງື່ອນໄຂຄືກັນກັບຜູ້ຖືໃບຢັ້ງຢືນເຕັກນິກດີຈີຕອນກ່ຽວກັບໂຄວິດ - 19 ຂອງ ອີຢູ. ຂໍ້ຕົກລົງເຫຼົ່ານັ້ນຂອງ EC ມີຜົນສັກສິດແຕ່ວັນທີ 11 ພຶດສະພາ ເປັນຕົ້ນໄປ.


top