EC ດັດປັບເພີ່ມການຄາດຄະເນໄພເງິນເຟີ້ຂອງ EU ໃນປີ 2026 ຂຶ້ນລະດັບ 3.1%...
ສຳນັກງານທະນາຄານສູນກາງເອີລົບ ຢູ່ ເຢຍລະມັນ (ພາບ: REUTERS/Jana Rodenbusch)
ຕາມບົດລາຍງານເສດຖະກິດລະດູບານໃໝ່ ປະກາດເມື່ອວັນທີ 21 ພຶດສະພາ, ຄະນະກຳມະການ ເອີລົບ (EC) ຄາດຄະເນວ່າ ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວສະຫະພາບ ເອີລົບ (EU) ໃນປີ 2026 ນີ້ພຽງແຕ່ຢູ່ໃນລະດັບ 1.1%, ຫລຸດ 0.3 ຄະແນນ % ເມື່ອທຽບກັບການຄາດຄະເນໄດ້ຍົກອອກໃນລະດູໃບໄມ້ຫຼົ່ນປີ 2025 ແລະ ອາດຈະເພີ່ມຂຶ້ນລະດັບ 1.4% ໃນປີ 2027. ສຳລັບເຂດໃຊ້ສະກຸນເງິນເອີໂຣລວມ (Eurozone), ລະດັບຄາດຄະເນການເຕີບໂຕແມ່ນ 0.9% ໃນປີ 2026 ແລະ 1.2% ໃນປີ 2027, ຕ່ຳກ່ວາລະດັບຄາດຄະເນໄດ້ຍົກອອກມາກ່ອນນັ້ນ.
ກ່ຽວກັບໄພເງິນເຟີ້, EC ດັດປັບເພີ່ມການຄາດຄະເນໄພເງິນເຟີ້ຂອງ EU ໃນປີ 2026 ຂຶ້ນລະດັບ 3.1%, ສູງກ່ວາ 1 ຄະແນນ% ເມື່ອທຽບກັບການຄາດຄະເນກ່ອນນັ້ນ ແລະ ອາດຈະຫລຸດລົງເຫຼືອພຽງ 2.4% ໃນປີ 2027. ຕົວເລກນີ້ຢູ່ Eurozone ແມ່ນ 3% ໃນປີ 2026 ນີ້ ແລະ 2.3% ໃນປີ 2027. ບັນດາການຄາດຄະເນໄດ້ຍົກອອກມາ ໃນສະພາບການທີ່ການປະທະກັນຢູ່ ຕາເວັນອອກກາງ ພວມຍູ້ໄພເງິນເຟີ້ເພີ່ມຂືຶ້ນສູງ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈບໍລິໂພກໄດ້ຫລຸດລົງ ກໍ່ຄືກໍ່ຜົນສະທ້ອນຕໍ່ບັນດາການເຄື່ອນໄຫວດຳເນີນທຸລະກິດໃນພາກພື້ນ.