ທ່ານ Doseba Tua Sinay ໄດ້ດຳລົງຕຳແໜ່ງ ຫົວໜ້າ ຜູ້ຕາງ ໜ້າອົງການ ວິໄສທັດໂລກ (World Vision International - WVI) ປະຈຳຫວຽດນາມ ແຕ່ປີ 2021 ຈົນເຖິງປັດຈຸບັນ. ເພິ່ນ ແລະ ອົງການຈັດຕັ້ງໄດ້ອຸທິດຄວາມພະຍາຍາມຫຼາຍຢ່າງ ເພື່ອ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປັບປຸງສະຫວັດດີການ ໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ທີ່ດ້ອຍໂອກາດ ຢູ່ຫວຽດນາມ.
ທ່ານ Doseba Tua Sinay ໄດ້ດຳລົງຕຳແໜ່ງ ຫົວໜ້າ ຜູ້ຕາງ ໜ້າອົງການ ວິໄສທັດໂລກ (World Vision International - WVI) ປະຈຳຫວຽດນາມ ແຕ່ປີ 2021 ຈົນເຖິງປັດຈຸບັນ. ເພິ່ນ ແລະ ອົງການຈັດຕັ້ງໄດ້ອຸທິດຄວາມພະຍາຍາມຫຼາຍຢ່າງ ເພື່ອ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປັບປຸງສະຫວັດດີການ ໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ທີ່ດ້ອຍໂອກາດ ຢູ່ຫວຽດນາມ.
ທ່ານ Doseba Tua Sinay, ຫົວໜ້າຜູ້ຕາງໜ້າອົງການ World Vision International ປະຈຳ ຫວຽດນາມ ແມ່ນຜູ້ທີ່ມີໄມຕີຈິດມິດຕະພາບ.
ປີ 2024 ແມ່ນປີທີ່ WVI ໄດ້ມີການປະກອບສ່ວນຢ່າງພົ້ນເດັ່ນ ໃນການຊ່ວຍເຫຼືອ ແລະ ໄປຄຽງຄູ່ກັບປະຊາຊົນ, ເດັກນ້ອຍ ແລະ ຊຸມຊົນທີ່ດ້ອຍໂອກາດຢູ່ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ໃນທຸກການເຄື່ອນໄຫວ ຢູ່ທ້ອງຖິ່ນ, ເດັກນ້ອຍຫວຽດນາມ ຍາມໃດກໍແມ່ນບັນຫາບຸລິມະສິດທີ່ສຸດຂອງ WVI. ທ່ານ Doseba Tua Sinay ໄດ້ເດີນທາງໄປຍັງຫຼາຍ ເຂດຊົນນະບົດທຸກຍາກຂອງຫວຽດນາມ, ເຊິ່ງ WVI ໄດ້ປະຕິບັດບັນດາ ໂຄງ ການ ທີ່ຫຼາກຫຼາຍກ່ຽວກັບສຸຂະພາບ ແລະ ໂພຊະນາການ, ຊີ ວິດການເປັນຢູ່ ຫຼື ການປົກປ້ອງເດັກ ແລະ ຊຸກຍູ້ການເຂົ້າຮ່ວມ ຂອງເດັກ. ຮູບພາບທີ່ເຮັດໃຫ້ເພິ່ນປະທັບໃຈທີ່ສຸດແມ່ນຮອຍຍິ້ມທ່ີໄຮ້ດຽງສາຂອງ ເດັກນ້ອຍ. ເມື່ອພາຍຸ Yagi ພັດເຂົ້າ ມາ ຫວຽດນາມ, ເພິ່ນພ້ອມດ້ວຍຄະນະປະຕິບັດງານຢູ່ WVI ໄດ້ ຕອບສະໜອງຢ່າງມີຍຸດທະສາດ ແລະ ຊ່ວຍເຫຼືອ ໂດຍກົງ ໃຫ້ ແກ່ບັນດາເຂດທີ່ໄດ້ຮັບຜົນກະທົບຈາກພະຍຸຄື: ດ້ຽນບຽນ, ອຽນ ບ໋າຍ, ຫາຍຟ່ອງ ແລະ ແທງຮ໋ວາ. ທ່ານ Doseba Tua Sinay ບໍ່ຫວັ່ນໄຫວຕໍ່ຄວາມລຳບາກ ແລະ ໄພອັນຕະລາຍ ໃນການຢ້ຽມຢາມບັນດາຄອບຄົວທີ່ຫຍຸ້ງຍາກ ເພື່ອເຊື່ອມໂຍງ ແລະ ແບ່ງປັນກັນ. ເມື່ອມາຮອດຊຸມຊົນ, ເພິ່ນໄດ້ຮັບຄວາມຮັກແພງ ຈາກເດັກນ້ອຍ ຫວຽດນາມ ຄືພໍ່ເຖົ້າ ຫຼື ລຸງຂອງຄອບຄົວ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ເພິ່ນຮູ້ສຶກສະເທືອນໃຈ ແລະ ມີຄວາມ ຮັກແພງປະຊາຊົນ ຫວຽດນາມ ຍິ່ງຂຶ້ນ. ເພິ່ນກ່າວວ່າ: “ການຊ່ວຍເຫຼືອເດັກນ້ອຍ ແມ່ນບໍ່ພຽງພໍຈັກເທື່ອ, ແຕ່ຄວາມຕ້ອງການ ທີ່ສຸດເມື່ອພາຍຸຜ່ານໄປ ແມ່ນໃຫ້ເດັກນ້ອຍ ແລະ ນັກສຶກສາ ຫວຽດນາມ ໄດ້ມີໂອກາດໄປໂຮງຮຽນຢ່າງປອດໄພ”.
ພ້ອມກັບ WVI, ເພິ່ນຍັງໄດ້ຜັນຂະຫຍາຍໂຄງການ “ເພີ່ມທະວີຄວາມສາມາດຕ້ານໄພທຳມະຊາດ ໃຫ້ພໍ່ແມ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ ຢູ່ແຂວງ ດ້ຽນບຽນ” ພ້ອມກັບພັນທະມິດ ບັນ ເທົາທຸກ ເຢຍລະມັນ (ADH). ໂຄງການດັ່ງກ່າວໄດ້ສຸມໃສ່ຄອບຄົວທີ່ມີສະພາບການເປັນຢູ່ທຸກຍາກ, ເດັກ, ພໍ່ແມ່ ລ້ຽງ ດ່ຽວ, ຄົນພິການໃນ 14 ຕາແສງເປົ້າໝາຍ. WVI ໄດ້ ປະຕິບັດ ຫຼາຍ ລາຍການທີ່ແຕກຕ່າງກັນ ເຊິ່ງປະກອບສ່ວນປັບ ປຸງຊີວິດ ການເປັນຢູ່ຂອງ ປະຊາຊົນຫຼາຍກວ່າ 66.700 ຄົນ, ໃນນັ້ນ ມີ ເດັກ ນ້ອຍ 33.400 ກວ່າຄົນ, ໂດຍສະເພາະ ແມ່ນກຸ່ມຄົນ ທີ່ ງ່າຍ ໄດ້ຮັບຜົນກະທົບທີ່ສຸດເຊັ່ນ: ຄອບຄົວ ທີ່ມີສະພາບການ ເປັນ ຢູ່ທຸກຍາກ, ເດັກນ້ອຍ, ພໍ່ແມ່ລ້ຽງດ່ຽວ ແລະ ຄົນພິການ.
ເມື່ອມາຮອດແຂວງ ອຽນບ໋າຍ, ປະຊາຊົນ ຕ່າງຮັກແພງທ່ານ Doseba Tua Sinay ຍ້ອນຄວາມຈິງໃຈທ່ີມີຕໍ່ປະຊາຊົນ ແລະ ເດັກໆ ຂອງເພິ່ນ. ທ່ານນາງ ຊຸ່ງທິໄມ, ຮອງປະທານສະມາຄົມກາແດງແຂວງ ອຽນບ໋າຍ ໄດ້ກ່າວວ່າ: “ພວກຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈຕໍ່ທ່ານ Doseba Tua Sinay ແລະ WVI ທ່ີໄດ້ລະ ດົມແຫຼ່ງກຳລັງຊ່ວຍເຫຼືອບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍຈາກພາຍຸເລກ 3 ຢ່າງທັນການ. ນອກຈາກການຊ່ວຍເຫຼືອສຸກ ເສີນ ໃນຮູບແບບການສະໜອງເງິນສົດ ອະເນກປະສົງ ແລ້ວ, WVI ຍັງໃຫ້ການ ສະໜັບສະໜູນອື່ນໆເຊັ່ນ: ແຈກຢາຍ ຊຸດ ສຸຂະອະນາໄມ, ຖັງນໍ້າ, ການສ້ອມແປງເລັກນ້ອຍ ໃຫ້ແກ່ສະ ຖານທີ່ ນໍ້າສະອາດ ແລະໂຮງຮຽນ, ການຝຶກອົບຮົມ ແລະ ການ ສື່ສານກ່ຽວ ກັບນໍ້າສະອາດ, ການອະນາໄມ ສິ່ງແວດລ້ອມ, ນະໂຍບາຍປ້ອງກັນ ແລະ ຄຸ້ມຄອງບັນດາກໍລະນີລະເມີດນະໂຍ ບາຍປ້ອງກັນຄວາມປອດໄພ”.
ທ່ານ Doseba Tua Sinay ມີຄວາມສົນໃຈກ່ຽວກັບຂໍ້ມູນຂ່າວສານກ່ຽວກັບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ.
ວຽກທີ່ທ່ານ Doseba Tua Sinay ພວມເຮັດເພື່ອຮັບໃຊ້ເດັກ ແລະ ຊຸມຊົນຢູ່ ຫວຽດນາມ ແມ່ນມາຈາກນ້ຳໃຈຮັກແພງ: ເພື່ອຊີວິດ ທີ່ມີຄວາມໝາຍຢ່າງຄົບຖ້ວນ ຂອງ ເດັກນ້ອຍທຸກຄົນ ແລະ ຄວາມປາດຖະໜາດີ ຈະເຮັດໃຫ້ຄວາມປາດຖະໜາ ນັ້ນ ກາຍເປັນຈິງ.
ບົດ: VNP/ບິກເວິນ - ພາບ: ກົງດາດ- ແປໂດຍ: ຢືຟຽນ