ເພື່ອນມິດ ກັບ ຫວຽດນາມ

David Devin – ໄປພ້ອມກັບຄວາມສຸກ ຂອງແມ່ຍິງ ຫວຽດ

ເຄີຍມາ​ເຮັດ​ວຽກ​ຢູ່​ ຫວຽດນາມ​ ໃນ​ສະໄໝສົງຄາມ, ສະນັ້ນ ທ່ານ David Devin (ອາຍຸ 78ປີ) ​ຈຶ່ງຢາກກັບ​ຄືນ​ມາ​ໃນສະ   ໄໝສັນຕິພາບ. ທ່ານ David Devin 

ມາ​ ຫວຽດນາມ ຄັ້ງ

ທ່ານ David Devin ເຕີບໃຫຍ່ຢູ່ນະຄອນ Seattle ລັດ Washington, ສ ອາເມລິກາ. ​ນະຄອນ​ທີ່​ເພິ່ນຢູ່ ມີ​ຊາວ ​ຫວຽດ ນາມ 60.000 ກວ່າ​ຄົນພວມດຳລົງຊີວິດ​ຢູ່​ທີ່​ນັ້ນ. ​ທີ່​ນີ້​ຍັງ​ມີ​ເຂດ “​Little Saigon” (ໄຊງ່ອນ ນ້ອຍ) ເພື່ອໃຫ້ເພິ່ນ ​ສາມາດ​ມາ​ ເວົ້າພາສາ​ ຫວຽດ ກັບ​ເຈົ້າ​ຂອງ​ຮ້ານ, ຊື້​ປຶ້ມ, ໜັງສືພິມ...ພິ​ເສດ​ແມ່ນ​ເພິ່ນ​ມີ​ປະສົບ​ການ​ໃນ​ການ​ໄປ​ຊື້​ເຄື່ອງ​ຫັດຖະກຳສິລະປະ ກຳ, ຊິມອາຫານພິເສດເຍື່ອງຕ່າງໆ ​ຈາກ​ທຸກ​ພາກ​ພື້ນ​ຂອງ ​ຫວຽດນາມ. ວັດທະນະທຳ ຫວຽດນາມ ​ໄດ້​ຮັບ​ການ​ປູກຝັງ​ຢູ່​ໃນໃຈຂອງທ່ານ David Devin ​ແຕ່​ຍັງ​ໜຸ່ມ.

ທ່ານ David Devin ມາ ຫວຽດນາມ ຄັ້ງທຳອິດໃນເດືອນ ມິຖຸ ນາ 1967 ຕອນເພິ່ນເປັນນັກສຶກສາ ທີ່ຮຽນຢູ່ມະຫາວິທະຍາໄລ Washington.​ ເພິ່ນ​ໄດ້​ດຳລົງ​ຊີວິດ​ເປັນ​ເວລາ 3 ​ເດືອນໃນລະ ດູຮ້ອນ ​ກັບ​ຄອບຄົວໜຶ່ງ ເປັນຄົນພາກ​ເໜືອ​ ທີ່ອົບ​ພະຍົບ​ໄປ​ຢູ່​ແຂວງ ດັກ​ລັກ ​ໃນ​ເງື່ອນໄຂການເປັນຢູ່ທີ່​ຫຍຸ້ງຍາກ. ຄັ້ງ​ທີ​ສອງ, ເພິ່ນ​ໄດ້ມາ ​ຫວຽດ​ນາມ ໃນຖານະ ເປັນ​ພະ​ນັກ​ງານ​ການ​ເງິນ​ ຂອງ​ ສະ​ຖານ​ທູດ​ ອາ​ເມ​ລິ​ກາ ປະ​ຈຳໄຊງ່ອນ ແຕ່​ເດືອນ ​ຕຸ​ລາ 1968 ຫາເດືອນ ​ເມ​ສາ 1975. ​ໃນ​ໄລຍະ​ນີ້, ເພິ່ນໄດ້​ມີ​ການ ເຄື່ອນໄຫວ​ທີ່​ໜ້າ​ສົນ​ໃຈ ​ຢູ່​ເຂດຊົນນະບົດຈຳນວນໜຶ່ງ​ຂອງ ​ຫວຽດນາມ. ເພິ່ນ​ໄປ​ທົ່ວ​ພາກ​ກາງ​ ຫວຽດນາມ ​ເພື່ອ​ເກັບຊື້​ດິນເຮັດນາ​ຈາກ​ເຈົ້າ​ທີ່​ດິນ ​ແລະ ​ແຈກ​ຢາຍ​ໃຫ້​ຊາວ​ກະສິກອນ ຜູ້ທີ່​ທຸກ​ຍາກ​ໂດຍ​ບໍ່​ເສຍ​ຄ່າ​ ​ໃນ​ໂຄງການ “​ຊາວ​ນາ ​ມີ​ນາ.

ຕໍ່ມາ, ທ່ານ David Devin ກັບຄືນ ອາເມລິກາ ເພື່ອເຮັດວຽກຢູ່ໃນກະຊວງການຕ່າງປະເທດ ອາເມລິກາ, ເພິ່ນໄດ້ໄປ 25 ປະເທດໃນໂລກ. ຫຼັງຈາກພັກກິນເບັ້ຍບໍານານ ເມື່ອປີ 1990, ທ່ານ David Devin ກັບຄືນ ອາເມລິກາ ເພື່ອສ້າງຕັ້ງບໍລິສັດ ເຄື່ອນໄຫວກ່ຽວກັບການກໍ່ສ້າງ ແລະ ຄຸ້ມຄອງເຮືອນ ຄອນໂດ ຂະໜາດນ້ອຍ. ເນື່ອງຈາກເຫດການໜຶ່ງໃນການດຳເນີນເຮັດ ທຸລະກິດ, ເພິ່ນເກືອບລົ້ມລະລາຍ.

ປີ 2009, ເພິ່ນ​ໄດ້​ຕັດສິນ​ໃຈ​ມາຍັງ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ມີ​ເວລາ​ທີ່​ງຽບ​ສະ​ຫງົບ ​ເພື່ອ​ສະທ້ອນ​ເຖິງ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ​ທີ່​ຕົນເອງເຄີຍ​ໄດ້​ປະສົບ​ໃນ​ຊີວິດ.

ທ່ານ​ໄດ້​ໃຊ້​ເວລາ​ຫຼາຍ​ຢ່າງ​ໃນ​ການ​ຂຽນ​ປຶ້ມ, ​ໂດຍ​ສະ​ເພາະ​ແມ່ນ​ປຶ້ມ “ຜູ້ຍິງ​ນຳ​ໜ້າ​ດ້ວຍ​ຄວາມ​ຮັກ” ​ໄດ້​ພິມ​ຈຳໜ່າຍ​ຄືນ​ໃໝ່ 8ຄັ້ງ​ຢູ່​ ຫວຽດນາມ. ພາບ: ຫວຽດເກື່ອງ/VNP


ທ່ານ David Devin ໂອ້ລົມກັບໄວໜຸ່ມ ຫວຽດນາມ ກ່ຽວກັບປຶ້ມ ຜູ້ຍິງນຳພາດ້ວຍຄວາມຮັກ ແລະ ວິທີການຮຽນພາສາ ອັງກິດ. ພາບ: ຫວຽດເກື່ອງ/VNP


ແນະນຳ​ໃຫ້​ໄວໜຸ່ມ​ ຫວຽດນາມ​ ກ່ຽວ​ກັບ​ປຶ້ມ​ທີ່​ເພິ່ນ​ຂຽນ. ພາບ: ຫວຽດເກື່ອງ/VNP

ສໍາລັບເພິ່ນ, ເພື່ອກາຍເປັນແມ່ຍິງທີ່ປະສົບຜົນສໍາເລັດຕ້ອງມາຈາກຄວາມຮັກ. ພາບ: ຫວຽດເກື່ອງ/VNP   


ທ່ານ David Devin ກັບບັນດານັກສຶກສາຂອງຕົນ ທີ່ການໂອ້ລົມສົນທະນາກ່ຽວກັບຜົນສຳເລັດຂອງແມ່ຍິງ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ຫວຽດນາມ-ສະຖານທີ່ເລີ່ມຕົ້ນ ໃນໄວ 60 ປີ

ເພິ່ນເລີ່ມເຮັດວຽກໃໝ່ ດ້ວຍການຮຽນພາສາ ຫວຽດ, ຮຽນ ເອົາໃບປະກາດສະນີຍະບັດ ໃນຂະແໜງສ້າງຄູ ແລ້ວ ຍ້າຍໄປ ຮ່າ ໂນ້ຍ ເພື່ອເຮັດວຽກເປັນຄູສອນພາສາ ອັງກິດ ແລະ ສືບຕໍ່ ອາ ໄສຢູ່ທີ່ນີ້ເພື່ອຮຽນ ແລະ ເຮັດວຽກ.

ເມື່ອທ່ານ David Devin ເຂົ້າມາສອນຢູ່ມະຫາວິທະຍາໄລ ບັກຮ່າ, ມະຫາວິທະຍາໄລບໍ່ແຮ່ - ທໍລະນີສາດ ແລະ ມະຫາວິທະ ຍາໄລ ຫງວຽນຈ໊າຍ, ເພິ່ນຮູ້ສຶກແປກໃຈ ເມື່ອເຫັນນັກສຶກສາສ່ວນຫຼາຍມີຄວາມຝັນຢາກເປັນ CEO ຂອງ ບໍລິສັດໃຫຍ່ແຫ່ງ ໜຶ່ງ, ແຕ່ມະຫາວິທະຍາໄລ ບໍ່ໄດ້ສອນ ໃຫ້ເຂົາເຈົ້າເປັນ CEO, ແຕ່ພຽງແຕ່ສອນໃຫ້ເຂົາເຈົ້າເປັນ ນັກບັນຊີ ຫຼື ເສດຖະສາດເທົ່ານັ້ນ. ສິ່ງ​ດັ່ງກ່າວ​ໄດ້ເປັນແຮງ​ດົນ​ໃຈ​ໃຫ້ເພິ່ນ​ຂຽນ​ປຶ້ມ ຜູ້ຍິງ​ນຳ ພາ​​ ດ້ວຍ​ຄວາມ​ຮັກ”. ​ໃນ​ເວລາ​ບໍ່​ດົນ, ປຶ້ມ​ຫົວ​ນີ້ ​ໄດ້​ກາຍ​ເປັນ​ປະກົດ​ການ​ໜຶ່ງຢູ່​ ຫວຽດນາມ, ​ໄດ້​ພິມ​ໃໝ່ 5 ຄັ້ງ​ໃນ​ປີ 2015 ​ແລະ ມາ​ຮອດ​ປັດຈຸ​ບັນແມ່ນ 8 ຄັ້ງ. ທ່ານນາງ ຄຸກ​ຮວ່າ​ເຟືອງ, ຜູ້​ອຳ​ນວຍ​ການ ຂອງ​ ສຳ​ນັກ​ພິມ​ແມ່​ຍິງ​ ຫວຽດ​ນາມ ໃນ​ເວ​ລາ​ນັ້ນ ໄດ້​ຖື​ປຶ້ມ​ຂອງທ່ານ David ເປັນ​ປຶ້ມ​ທີ່​ໜ້າ​ສົນ​ໃຈ, ມີ​ປະ​ໂຫຍດ​ທີ່​ສຸດ​ສຳ​ລັບ​ແມ່​ຍິງ ທີ່​ເຂົາ​ເຈົ້າ​ຈັດ​ພິມ​ໃນ 10 ປີ​ຜ່ານ​ມາ. ສຳ​ນັກ​ພິມ​ແມ່​ຍິງ​ ຫວຽດ​ນາມ ໄດ້​ມອບ​ລາງວັນ ນັກ​ປະ​ພັນ​ທີ່​ມີ​ແຮງ​ບັນ​ດານ​ໃຈ​ທີ່​ສຸດ 2015” ໃຫ້ທ່ານ David Devin.

ພາຍຫຼັງ​ພິມ​ຈຳໜ່າຍ​ປຶ້ມ, ທ່ານ David ​ໄດ້​ຈັດ​ຕັ້ງ​ງານ​ສຳ​ມະ​ນາ 30 ຄັ້ງ ​ເພື່ອ​ໃຫ້​ແມ່ຍິງ​ ເວົ້າ​ເຖິງ​ຫົວ​ເລື່ອງ ການ​ນຳ​ດ້ວຍ​ຄວາມ​ຮັກ​ແພງ” ເຊິ່ງ​ດຶງ​ດູດ​ແມ່ຍິງ ຫວຽດນາມ ເຂົ້າຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​. ປັດຈຸ​ບັນ, ທ່ານ David Devin ພວມ​ສອນ​ນັກ​ສຶກສາ​ ຫວຽດນາມ 6 ຄົນ​ທີ່​ມີ​ພອນ​ສະຫວັນ​ ຂຽນ​ປຶ້ມ​ກ່ຽວ​ກັບ​ຫົວ​ເລື່ອງ​ທີ່​ຕົນ​ຢາກ​ສະ​ແດງ​ອອກ.

ນອກ​ຈາກການ​ຂຽນ​ປຶ້ມ, ແຕ່​ປີ 2009 ​ເຖິງ​ປັດ​ຈຸ​ບັນ, ທ່ານ David ຍັງ​ໄດ້​ໃຊ້​ເວ​ລາ​ຂອງຕົນ ເພື່ອສອນ​ພາ​ສາ​ ອັງ​ກິດ, ແນະ ນຳ​ໃຫ້​ໄວ​ໜຸ່ມ ​ຫວຽດນາມ ປັບປຸງ​ການ​ຮຽນ​ພາສາ ​ອັງກິດ​ ຢ່າງ​ມີ​ປະສິດທິ​ຜົນ​ ໃນ​ການ​ອອກ​ສຽງ ​ແລະ ໄວຍາກອນ. ເພິ່ນ​ໄດ້​ຊ່ວຍ​ໃຫ້​ນັກ​ຮຽນ​ເກົ່າ ​ຫວຽດນາມ 10 ກວ່າ​ຄົນ​ໄປ ສ. ອາ​ເມ​ລິ​ກາ ​ເພື່ອ​ເຂົ້າ​ຮຽນ​ຢູ່​ບັນດາມະຫາວິທະຍາ​ໄລ​ ອັນ​ດັບ​ໜຶ່ງ ​ເພື່ອ​ຮຽນເອົາໃບປະກາດ MBA ຫຼື​ ປະລິນຍາ​ໂທ.

9 ປີ ເປັນເວລາທີ່ທ່ານ David ໄດ້ສອນນອກເວລາ ຢູ່ ມະຫາວິ ທະຍາໄລ 8 ແຫ່ງ ແລະ ສູນພາສາ ອັງກິດ 10 ແຫ່ງ ທີ່ແຕກຕ່າງກັນ ກັບນັກຮຽນປະມານ 6.000 ຄົນ. ສູນພາສາ ອັງກິດ ບາງແຫ່ງຍັງໄດ້ຂໍໃຫ້ເພິ່ນ ມາສອນຢູ່ໂຮງຮຽນມັດທະຍົມ ທ້ອງ ຖິ່ນ-ບໍ່ພຽງແຕ່ພາສາ ອັງກິດ ເທົ່ານັ້ນ, ແຕ່ຍັງ ມີຄະນິດສາດ ແລະ ວິທະຍາສາດດ້ວຍ ພາສາອັງກິດ ອີກດ້ວຍ. ເມື່ອວັນທີ 20 ພະຈິກ 2015, ເພິ່ນໄດ້ຮັບລາງວັນ “ຄູສອນ ທີ່ໄດ້ຮັບຄວາມນິຍົມ ທີ່ສຸດໃນ Topica ໂດຍນັກຮຽນ 1.000 ກວ່າ ຄົນຄັດເລືອກ ໃນການແຂ່ງຂັນ ກັບຄູສອນພາສາ ອັງກິດ ກວ່າ 100 ຄົນ.

ສໍາລັບທ່ານ David Devin, ທຸກໆມື້ ເພິ່ນຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບ ອີເມວ ຈາກແມ່ຍິງ ຫວຽດນາມ ທີ່ຝາກມາຈາກ ທຸກປະ ເທດ ໃນໂລກ, ຂອບໃຈເພິ່ນ ທີ່ໄດ້ຂຽນປຶ້ມເຫຼັ້ມນີ້ ແລະ ຂໍຄໍາແນະນໍາກ່ຽວກັບຄວາມສໍາພັນ ຂອງ ເຂົາເຈົ້າ ແລະ ວິທີການຄວບຄຸມຊີວິດ ຂອງ ຕົນຢ່າງໝັ້ນໃຈ.

 

top