ເຄີຍມາເຮັດວຽກຢູ່ ຫວຽດນາມ ໃນສະໄໝສົງຄາມ, ສະນັ້ນ ທ່ານ David Devin (ອາຍຸ 78ປີ) ຈຶ່ງຢາກກັບຄືນມາໃນສະ ໄໝສັນຕິພາບ. ທ່ານ David Devin
ມາ ຫວຽດນາມ 3 ຄັ້ງ
ທ່ານ David Devin ເຕີບໃຫຍ່ຢູ່ນະຄອນ Seattle ລັດ Washington, ສ ອາເມລິກາ. ນະຄອນທີ່ເພິ່ນຢູ່ ມີຊາວ ຫວຽດ ນາມ 60.000 ກວ່າຄົນພວມດຳລົງຊີວິດຢູ່ທີ່ນັ້ນ. ທີ່ນີ້ຍັງມີເຂດ “Little Saigon” (ໄຊງ່ອນ ນ້ອຍ) ເພື່ອໃຫ້ເພິ່ນ ສາມາດມາ ເວົ້າພາສາ ຫວຽດ ກັບເຈົ້າຂອງຮ້ານ, ຊື້ປຶ້ມ, ໜັງສືພິມ...ພິເສດແມ່ນເພິ່ນມີປະສົບການໃນການໄປຊື້ເຄື່ອງຫັດຖະກຳສິລະປະ ກຳ, ຊິມອາຫານພິເສດເຍື່ອງຕ່າງໆ ຈາກທຸກພາກພື້ນຂອງ ຫວຽດນາມ. ວັດທະນະທຳ ຫວຽດນາມ ໄດ້ຮັບການປູກຝັງຢູ່ໃນໃຈຂອງທ່ານ David Devin ແຕ່ຍັງໜຸ່ມ.
ທ່ານ David Devin ມາ ຫວຽດນາມ ຄັ້ງທຳອິດໃນເດືອນ ມິຖຸ ນາ 1967 ຕອນເພິ່ນເປັນນັກສຶກສາ ທີ່ຮຽນຢູ່ມະຫາວິທະຍາໄລ Washington. ເພິ່ນໄດ້ດຳລົງຊີວິດເປັນເວລາ 3 ເດືອນໃນລະ ດູຮ້ອນ ກັບຄອບຄົວໜຶ່ງ ເປັນຄົນພາກເໜືອ ທີ່ອົບພະຍົບໄປຢູ່ແຂວງ ດັກລັກ ໃນເງື່ອນໄຂການເປັນຢູ່ທີ່ຫຍຸ້ງຍາກ. ຄັ້ງທີສອງ, ເພິ່ນໄດ້ມາ ຫວຽດນາມ ໃນຖານະ ເປັນພະນັກງານການເງິນ ຂອງ ສະຖານທູດ ອາເມລິກາ ປະຈຳໄຊງ່ອນ ແຕ່ເດືອນ ຕຸລາ 1968 ຫາເດືອນ ເມສາ 1975. ໃນໄລຍະນີ້, ເພິ່ນໄດ້ມີການ ເຄື່ອນໄຫວທີ່ໜ້າສົນໃຈ ຢູ່ເຂດຊົນນະບົດຈຳນວນໜຶ່ງຂອງ ຫວຽດນາມ. ເພິ່ນໄປທົ່ວພາກກາງ ຫວຽດນາມ ເພື່ອເກັບຊື້ດິນເຮັດນາຈາກເຈົ້າທີ່ດິນ ແລະ ແຈກຢາຍໃຫ້ຊາວກະສິກອນ ຜູ້ທີ່ທຸກຍາກໂດຍບໍ່ເສຍຄ່າ ໃນໂຄງການ “ຊາວນາ ມີນາ”.
ຕໍ່ມາ, ທ່ານ David Devin ກັບຄືນ ອາເມລິກາ ເພື່ອເຮັດວຽກຢູ່ໃນກະຊວງການຕ່າງປະເທດ ອາເມລິກາ, ເພິ່ນໄດ້ໄປ 25 ປະເທດໃນໂລກ. ຫຼັງຈາກພັກກິນເບັ້ຍບໍານານ ເມື່ອປີ 1990, ທ່ານ David Devin ກັບຄືນ ອາເມລິກາ ເພື່ອສ້າງຕັ້ງບໍລິສັດ ເຄື່ອນໄຫວກ່ຽວກັບການກໍ່ສ້າງ ແລະ ຄຸ້ມຄອງເຮືອນ ຄອນໂດ ຂະໜາດນ້ອຍ. ເນື່ອງຈາກເຫດການໜຶ່ງໃນການດຳເນີນເຮັດ ທຸລະກິດ, ເພິ່ນເກືອບລົ້ມລະລາຍ.
ປີ 2009, ເພິ່ນໄດ້ຕັດສິນໃຈມາຍັງນະຄອນ ໂຮ່ຈີມິນ ເພື່ອມີເວລາທີ່ງຽບສະຫງົບ ເພື່ອສະທ້ອນເຖິງບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທີ່ຕົນເອງເຄີຍໄດ້ປະສົບໃນຊີວິດ.
 ທ່ານໄດ້ໃຊ້ເວລາຫຼາຍຢ່າງໃນການຂຽນປຶ້ມ, ໂດຍສະເພາະແມ່ນປຶ້ມ “ຜູ້ຍິງນຳໜ້າດ້ວຍຄວາມຮັກ” ໄດ້ພິມຈຳໜ່າຍຄືນໃໝ່ 8ຄັ້ງຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ/VNP
 ທ່ານ David Devin ໂອ້ລົມກັບໄວໜຸ່ມ ຫວຽດນາມ ກ່ຽວກັບປຶ້ມ ຜູ້ຍິງນຳພາດ້ວຍຄວາມຮັກ ແລະ ວິທີການຮຽນພາສາ ອັງກິດ. ພາບ: ຫວຽດເກື່ອງ/VNP |
ຫວຽດນາມ-ສະຖານທີ່ເລີ່ມຕົ້ນ ໃນໄວ 60 ປີ
ເພິ່ນເລີ່ມເຮັດວຽກໃໝ່ ດ້ວຍການຮຽນພາສາ ຫວຽດ, ຮຽນ ເອົາໃບປະກາດສະນີຍະບັດ ໃນຂະແໜງສ້າງຄູ ແລ້ວ ຍ້າຍໄປ ຮ່າ ໂນ້ຍ ເພື່ອເຮັດວຽກເປັນຄູສອນພາສາ ອັງກິດ ແລະ ສືບຕໍ່ ອາ ໄສຢູ່ທີ່ນີ້ເພື່ອຮຽນ ແລະ ເຮັດວຽກ.
ເມື່ອທ່ານ David Devin ເຂົ້າມາສອນຢູ່ມະຫາວິທະຍາໄລ ບັກຮ່າ, ມະຫາວິທະຍາໄລບໍ່ແຮ່ - ທໍລະນີສາດ ແລະ ມະຫາວິທະ ຍາໄລ ຫງວຽນຈ໊າຍ, ເພິ່ນຮູ້ສຶກແປກໃຈ ເມື່ອເຫັນນັກສຶກສາສ່ວນຫຼາຍມີຄວາມຝັນຢາກເປັນ CEO ຂອງ ບໍລິສັດໃຫຍ່ແຫ່ງ ໜຶ່ງ, ແຕ່ມະຫາວິທະຍາໄລ ບໍ່ໄດ້ສອນ ໃຫ້ເຂົາເຈົ້າເປັນ CEO, ແຕ່ພຽງແຕ່ສອນໃຫ້ເຂົາເຈົ້າເປັນ ນັກບັນຊີ ຫຼື ເສດຖະສາດເທົ່ານັ້ນ. ສິ່ງດັ່ງກ່າວໄດ້ເປັນແຮງດົນໃຈໃຫ້ເພິ່ນຂຽນປຶ້ມ “ຜູ້ຍິງນຳ ພາ ດ້ວຍຄວາມຮັກ”. ໃນເວລາບໍ່ດົນ, ປຶ້ມຫົວນີ້ ໄດ້ກາຍເປັນປະກົດການໜຶ່ງຢູ່ ຫວຽດນາມ, ໄດ້ພິມໃໝ່ 5 ຄັ້ງໃນປີ 2015 ແລະ ມາຮອດປັດຈຸບັນແມ່ນ 8 ຄັ້ງ. ທ່ານນາງ ຄຸກຮວ່າເຟືອງ, ຜູ້ອຳນວຍການ ຂອງ ສຳນັກພິມແມ່ຍິງ ຫວຽດນາມ ໃນເວລານັ້ນ ໄດ້ຖືປຶ້ມຂອງທ່ານ David ເປັນປຶ້ມທີ່ໜ້າສົນໃຈ, ມີປະໂຫຍດທີ່ສຸດສຳລັບແມ່ຍິງ ທີ່ເຂົາເຈົ້າຈັດພິມໃນ 10 ປີຜ່ານມາ. ສຳນັກພິມແມ່ຍິງ ຫວຽດນາມ ໄດ້ມອບລາງວັນ “ນັກປະພັນທີ່ມີແຮງບັນດານໃຈທີ່ສຸດ 2015” ໃຫ້ທ່ານ David Devin.
ພາຍຫຼັງພິມຈຳໜ່າຍປຶ້ມ, ທ່ານ David ໄດ້ຈັດຕັ້ງງານສຳມະນາ 30 ຄັ້ງ ເພື່ອໃຫ້ແມ່ຍິງ ເວົ້າເຖິງຫົວເລື່ອງ “ການນຳດ້ວຍຄວາມຮັກແພງ” ເຊິ່ງດຶງດູດແມ່ຍິງ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ປັດຈຸບັນ, ທ່ານ David Devin ພວມສອນນັກສຶກສາ ຫວຽດນາມ 6 ຄົນທີ່ມີພອນສະຫວັນ ຂຽນປຶ້ມກ່ຽວກັບຫົວເລື່ອງທີ່ຕົນຢາກສະແດງອອກ.
ນອກຈາກການຂຽນປຶ້ມ, ແຕ່ປີ 2009 ເຖິງປັດຈຸບັນ, ທ່ານ David ຍັງໄດ້ໃຊ້ເວລາຂອງຕົນ ເພື່ອສອນພາສາ ອັງກິດ, ແນະ ນຳໃຫ້ໄວໜຸ່ມ ຫວຽດນາມ ປັບປຸງການຮຽນພາສາ ອັງກິດ ຢ່າງມີປະສິດທິຜົນ ໃນການອອກສຽງ ແລະ ໄວຍາກອນ. ເພິ່ນໄດ້ຊ່ວຍໃຫ້ນັກຮຽນເກົ່າ ຫວຽດນາມ 10 ກວ່າຄົນໄປ ສ. ອາເມລິກາ ເພື່ອເຂົ້າຮຽນຢູ່ບັນດາມະຫາວິທະຍາໄລ ອັນດັບໜຶ່ງ ເພື່ອຮຽນເອົາໃບປະກາດ MBA ຫຼື ປະລິນຍາໂທ.
9 ປີ ເປັນເວລາທີ່ທ່ານ David ໄດ້ສອນນອກເວລາ ຢູ່ ມະຫາວິ ທະຍາໄລ 8 ແຫ່ງ ແລະ ສູນພາສາ ອັງກິດ 10 ແຫ່ງ ທີ່ແຕກຕ່າງກັນ ກັບນັກຮຽນປະມານ 6.000 ຄົນ. ສູນພາສາ ອັງກິດ ບາງແຫ່ງຍັງໄດ້ຂໍໃຫ້ເພິ່ນ ມາສອນຢູ່ໂຮງຮຽນມັດທະຍົມ ທ້ອງ ຖິ່ນ-ບໍ່ພຽງແຕ່ພາສາ ອັງກິດ ເທົ່ານັ້ນ, ແຕ່ຍັງ ມີຄະນິດສາດ ແລະ ວິທະຍາສາດດ້ວຍ ພາສາອັງກິດ ອີກດ້ວຍ. ເມື່ອວັນທີ 20 ພະຈິກ 2015, ເພິ່ນໄດ້ຮັບລາງວັນ “ຄູສອນ ທີ່ໄດ້ຮັບຄວາມນິຍົມ ທີ່ສຸດໃນ Topica” ໂດຍນັກຮຽນ 1.000 ກວ່າ ຄົນຄັດເລືອກ ໃນການແຂ່ງຂັນ ກັບຄູສອນພາສາ ອັງກິດ ກວ່າ 100 ຄົນ.
ສໍາລັບທ່ານ David Devin, ທຸກໆມື້ ເພິ່ນຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບ ອີເມວ ຈາກແມ່ຍິງ ຫວຽດນາມ ທີ່ຝາກມາຈາກ ທຸກປະ ເທດ ໃນໂລກ, ຂອບໃຈເພິ່ນ ທີ່ໄດ້ຂຽນປຶ້ມເຫຼັ້ມນີ້ ແລະ ຂໍຄໍາແນະນໍາກ່ຽວກັບຄວາມສໍາພັນ ຂອງ ເຂົາເຈົ້າ ແລະ ວິທີການຄວບຄຸມຊີວິດ ຂອງ ຕົນຢ່າງໝັ້ນໃຈ.