ເພື່ອນມິດ ກັບ ຫວຽດນາມ

Cynthia Mann: ນັກອອກແບບ ອົດສະຕຣາລີ ເມົາມົວກັບແພພື້ນເມືອງ ຫວຽດ

ໂດຍຈຸດປະສົງມາ ຫວຽດນາມ ເພື່ອຊ່ວຍເຫຼືອໝູ່ຂອງຕົນ ສຳເລັດຂັ້ນຕອນສຸດທ້າຍຂອງຮູບເງົາສາລະຄະດີຊຸດໜຶ່ງ, ແຕ່ທ່ານນາງ Cynthia Mann ຕັດສິນໃຈຢູ່ຄືນ ຫວຽດນາມ ຍ້ອນເກີດມີຄວາມຮັກເມົາມົວກັບແພພື້ນເມືອງ ຫວຽດ. ນັກອອກແບບອົດສະຕຣາລີ ດ້ວຍບັນດາຜະລິດຕະພັນ ແຟຊັ່ນ ຖືຍີ່ຫໍ້ Future Traditions ໄດ້ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ສ່ວນຫຼາຍທີ່ເປັນຄົນຕ່າງປະເທດ ອາໄສຢູ່ ຫວຽດນາມ ໃນຕະຫຼອດເວລາ 6 ປີຜ່ານມາ. 
ຢູ່ ອົດສະຕຣາລີ, ທ່ານນາງ Cynthia Mann ເຄີຍໄດ້ທຳອາຊີບເປັນຜູ້ຜະລິດ, ຜູ້ອຳນວຍການສິລະປະ ຂອງຮູບເງົາຈຳນວນໜ່ຶງ. ໄດ້ຢູ່ໃນສະພາບແວດລ້ອມທີ່ເຕັມໄປດ້ວຍສິລະປະ ຕັ້ງແຕ່ນ້ອຍ ເມື່ອມີແມ່ເປັນນັກອອກແບບ ແຟຊັ່ນ, ພໍ່ເປັນນັກອອກແບບສິລະປະສ້າງຮູບ, ສະນັ້ນ ທ່ານນາງ Cynthia Mann ກໍ່ເລີຍໄດ້ຮຽນການຕັດຫຍິບດ້ວຍຜ້າຫຼາຍຊະນິດ. ໃນເວລາເຂົ້າຮ່ວມໃນການຜະລິດຮູບເງົາ, ເພິ່ນກໍ່ເປັນຜູ້ອອກແບບ ເຄື່ອງນຸ່ງຫຼາຍຊຸດ, ສະນັ້ນ ຈຶ່ງມີເງື່ອນໄຂຮູ້ຈັກກັບການອອກແບບ ແຟຊັ່ນ. 

ປີ 2014, ໃນເວລາຜະລິດຮູບເງົາກັບໝູ່ຂອງຕົນຢູ່ ຫວຽດນາມ, ເພິ່ນໄດ້ພົບກັບພໍ່ແມ່ປະຊາຊົນ ບັນດາເຜົ່າ ຢູ່ຫຼາຍທ້ອງຖິ່ນ, ທ່ານນາງ Cynthia Mann ໄດ້ເຫັນກັບຕາ ວິທີການນຳບັນດາລາຍແຕ້ມກ່ຽວກັບຊີວິດການເປັນຢູ່ປະຈຳວັນ ເຂົ້າໃນຜ້າ, ຈາກນັ້ນ ຜູ້ໃດເຫັນກໍ່ຈະຮູ້ໄດ້ວ່າ ນັ້ນແມ່ນຊຸດເຄື່ອງນຸ່ງຂອງຊາວເຜົ່າ ໄທ, ມົ້ງ ຫຼື ຢາວ. ພ້ອມກັບການລະດົມກຳລັງໃຈຂອງແມ່, ທ່ານນາງ Cynthia Mann ຈຶ່ງຄິດເຖິງເລື່ອງຢູ່ຄືນ ຫວຽດນາມ ແລະ ເລີ່ມການຄົ້ນຄວ້າກ່ຽວກັບການນຳໃຊ້ແພພື້ນເມືອງຂອງບັນດາຊົນເຜົ່ນສ່ວນນ້ອຍຢູ່ ຫວຽດນາມ ເພື່ອຜະລິດບັນດາຊຸດອອກແບບ ແຟຊັ່ນ ຂອງຕົນ. 


ພາຍຫຼັງການເປັນຢູ່ ແລະ ເຮັດວຽກທີ່ ຫວຽດນາມ ມາເປັນເວລາ 6 ປີ, ນັກອອກແບບ ອົດສະຕຣາລີ  Cynthia Mann ໃຫ້ຮູ້ວ່າ ເພິ່ນຮູ້ສຶກເພິ່ງພໍໃຈ ຕໍ່ການຕັດສິນໃຈຢູ່ຄືນ ແລະ ພັດທະນາພາລະກິດຂອງຕົນໃນຂົງເຂດ ແຟຊັ່ນ ຢູ່ ຫວຽດນາມ. ພາບ: ແຄ໋ງລອງ


ນອກຈາກບັນດາລາຍແຕ້ມທີ່ເປັນແພພື້ນເມືອງ, ທ່ານນາງ Cynthia Mann ຍັງນຳໃຊ້ບັນດາລາຍແຕ້ມຕ່າງໆ ເພື່ອສ້າງຈຸດພິເສດໃຫ້ແກ່ຜະລິດຕະພັນ ແຟຊັ່ນ ຂອງ Future Traditions ອີກດ້ວຍ. ພາບ: ແຄ໋ງລອງ


ນັກອອກແບບ ອົດສະຕຣາລີ  Cynthia Mann ຖ່າຍຮູບຮ່ວມ
ກັບທ່ານນາງ ເສີ່ມທິຕິ່ງ, ເຈົ້າຂອງເຄື່ອງໝາຍການຄ້າ ຮວາຕຽນ Brocade. ພາບ: ແຄ໋ງລອງ



ນັກອອກແບບ ອົດສະຕຣາລີ  Cynthia Mann ພ້ອມກັບບັນດາ
ຜະລິດຕະພັນແພພື້ນເມືອງຂອງຊົນເຜົ່າ ມົ້ງ. ພາບ: Cynthia Mann



ນັກອອກແບບ ອົດສະຕຣາລີ  Cynthia Mann ຖ່່າຍຮູບຮ່ວມກັບພໍ່ແມ່ປະຊາຊົນ ເຜົ່າ ຢາວ. ພາບ: Cynthia Mann

ທ່ານນາງ Cynthia Mann ໃຫ້ຮູ້ວ່າ: “Future Traditions ບໍ່ແມ່ນເຫື່ອແຮງຂອງຂ້າພະເຈົ້າຄົນດຽວເທົ່ານັ້ນ, ເຊິ່ງແມ່ນເຫື່ອແຮງຂອງໝົດທຸກຄົນ, ຜູ້ທີ່ຊ່ວຍເຫຼືອຂ້າພະເຈົ້າ ຕັ້ງແຕ່ເວລາ Future Traditions ຫາກໍ່ໄດ້ສ້າງຕັ້ງຂຶ້ນມາ. ຄືກັບໝົດທຸກຄົນ, ຂ້າພະເຈົ້າກໍ່ເສຍຫຼາຍເວລາເພື່ອຕັ້ງຊື່ໃຫ້ເຄື່ອງໝາຍການຄ້າຂອງຕົນ. ເພາະສະນັ້ນ ສຳລັບຂ້າພະເຈົ້າ, ຊື່ເຄື່ອງໝາຍການຄ້າກໍ່ແມ່ນຄວາມມຸ່ງຫວັງຂອງຂ້າພະເຈົ້າ, ແມ່ນຢາກປະກອບສ່ວນກໍ່ສ້າງອະນາຄົດໜຶ່ງໃຫ້ແກ່ຂະແໜງຕຳ່ແຜ່ນຕັດຫຍິບມູນເຊື້ອ ຫວຽດນາມ”. 

ໃນບັນດາຊຸດອອກແບບຂອງຕົນ, ທ່ານນາງ Cynthia Mann ໄດ້ຂຶ້ນແຜນໃຫ້ແກ່ເຄື່ອງນຸ່ງແຕ່ລະຊຸດ, ແລ້ວໄປຫາທ້ອງຖິ່ນຈຳນວນໜຶ່ງຄື ຮ່າຢາງ, ຊາປາ, ມາຍເຈົາ, ເງະອານ ເພື່ອຊອກຫາແພພື້ນເມືອງ ທີ່ເໝາະສົມກັບສີສັນໃນຊຸດອອກແບບ, ກັບມາ ເພິ່ນໄດ້ວັດແທກ ແລະ ຕັດຜ້າໂດຍຕົນເອງ,  ແລ້ວສົ່ງໃຫ້ຊ່າງຕັດຫຍິບ ຫວຽດນາມ ສຳເລັດການຜະລິດໃນຂັ້ນຕອນສຸດທ້າຍ. ບັນດາຊຸດ ແຟຊັ່ນ ຖືຍີ່ຫໍ້ Future Traditions ໄດ້ຮັບການປະສານສົມທົບຢ່າງດູນດ່ຽວຖົ່ວເຖິງ ໃນການສົມທົບ ລະຫວ່າງ ສິີສັນ, ວັດຖຸທາດ ແລະ ແພພື້ນເມືອງທີ່ມີລາຍແຕ້ມແຕກຕ່າງກັນ ເພື່ອສ້າງຂຶ້ນບັນດາຜະລິດຕະພັນທີ່ມີຄວາມນິຍົມໃຊ້ຫຼາຍໃນຊີວິດການເປັນຢູ່ປະຈຳວັນ. ນອກຈາກນັ້ນ ທ່ານນາງ Cynthia Mann ມັກຖັກແສ່ວເພີ່ມເຕີມລາຍດອກຈຳນວນໜຶ່ງໂດຍຕົນເອງ ເພ່ືອເຮັດໃຫ້ຜະລິດຕະພັນມີສີສັນພິເສດກວ່າ.

ນັກອອກແບບ ອົດສະຕຣາລີ  Cynthia Mann ເຮັດໃຫ້ແຜ່ນເຄື່ອງປັ້ນດິນເຜົາແຕກ ກາຍເປັນເຄື່ອງແຕ່ງຕົວ... ພາບ: ແຄ໋ງລອງ


... ເມື່ອມັນກາຍເປັນເຄື່ອງແຕ່ງຕົວ ໄປພ້ອມກັບໂສ້ງເສື້ອ ຖືຍີ່ຫໍ້ Future Traditions. ພາບ: ແຄ໋ງລອງ


ແຜ່ນເຄື່ອງປັ້ນດິນເຜົາແຕກ ໄດ້ທ່ານນາງ Cynthia Mann ຜະລິດກາຍເປັນເຄື່ອງແຕ່ງຕົວ ທີ່ມີສີສັນພິເສດ ... ພາບ: ແຄ໋ງລອງ


... ແລະ ນີ້ ເປັນເຄື່ອງແຕ່ງຕົວ ທີ່ໄດ້ ທ່ານນາງ Cynthia Mann
ພ້ອມກັບຊ່າງຫ່ວງຄຳຂອງ ຫວຽດນາມ ຜະລິດອອກມາຈາກ ແຜ່ນເຄື່ອງປັ້ນດິນເຜົາແຕກ.  ພາບ: ແຄ໋ງລອງ



ຜະລິດຕະພັນ ແຟຊັ່ນ ຖືຍີ່ຫໍ້ Future Traditions ໄດ້ຮັບຄວາມນິຍົມໃຊ້ຫຼາຍໃນຊີວິດການເປັນຢູ່ປະຈຳວັນ.  ພາບ: ແຄ໋ງລອງ

ມາເຖິງປັດຈຸບັນນີ້, ບັນດາຜະລິດຕະພັນ ແຟຊັ່ນ ຂອງ Future Traditions ໄດ້ນັກອອກແບບ Cynthia Mann ແນະນຳຊຸດອອກແບບຂອງຕົນຜ່ານ ເວັບໄຊ, Facebook, ຮ້ານກາເຟ ສຳລັບໃຫ້ແກ່ຜູ້ມີຄວາມຮັກມັກກັບສິລະປະ ທີ່ ຮ່າໂນ້ຍ, ຮ້ານວາງສະແດງ Hanoi Cooking Centre ດ້ວຍລູກຄ້າສ່ວນຫຼາຍແມ່ນຄົນຕ່າງປະເທດ ທີ່ພວມອາໄສ ແລະ ເຮັດວຽກທີ່ ຫວຽດນາມ. 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ Cynthia Mann


top