“CPTPP ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໂດຍກົງ ແລະ ຊຸກຍູ້ການປະຕິຮູບຢູ່ ຫວຽດນາມ”
ບັນດາປະເທດລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)
ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາໃນບົດລາຍງານ “ການກະທົບເສດຖະກິດ ແລະ ການຈັດແບ່ງລາຍຮັບຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ” ຂອງທະນາຄານໂລກ (WB) ປະກາດໃນວັນທີ 09 ມີນາ, ພາຍຫລັງທີ່ ຫວຽດນາມ ແລະ 10 ປະເທດອື່ນໆ ຫາກໍ່ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເປັນເວລາໜຶ່ງວັນ.
ຕາມບົດລາຍງານນີ້, ສຳລັບ ຫວຽດນາມ ແລ້ວ, ບັນດາສັນຍາການຄ້າຫລາຍຝ່າຍຄື: CPTPP ຈະເພີ່ມເຕີມກຳລັງໜູນໃຫ້ຮູບແບບການເຕີບໂຕ ໂດຍອີງໃສ່ການລົງທຶນ ແລະ ສົ່ງອອກຂອງ ຫວຽດນາມ. ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຄາດວ່າ ສັນຍາ CPTPP ກໍ່ຈະປະກອບສ່ວນເພີ່ມຢ່າງໜ້ອຍສຸດ 1,1 % GDP ຂອງ ຫວຽດນາມ ຕື່ມອີກເມື່ອໄລ່ຮອດປີ 2030.
ໃນຂະນະນັ້ນ, ທ່ານ Sebastian Eckardt ນັກຊ່ຽວຊານເສດຖະກິດທະນາຄານໂລກປະຈຳ ຫວຽດນາມ ຖືວ່າ: ສັນຍາສະບັບໃໝ່ ຈະນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ ຫວຽດນາມ ໂດຍອີງໃສ່ການຫັນການຄ້າເປັນເສລີ ແລະ ເພີ່ມທະວີການເຂົ້າເຖິງຕະຫລາດ: ສຳຄັນທີ່ສຸດ ແມ່ນສັນຍາຈະຊຸກຍູ້ ແລະ ເພີ່ມລະດັບຄວາມໄວຂອງວິວັດການປະຕິຮູບພາຍໃນປະເທດໃນຫລາຍຂົງເຂດທີ່ແຕກຕ່າງກັນ.
(ແຫຼ່ງຄັດຈາກ VOV)