ຂ່າວສານ

CPP ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VI

 ພັກປະປະຊາຊົນ ກຳປູເຈຍ ຍາດໄດ້ໄຊຊະນະດ້ວຍຈຳນວນບັດເລືອກຕັ້ງບັນລຸ 77,5%. CPP ຈະຍາດໄດ້ 100 ທີ່ນັ່ງໃນສະພາແຫ່ງຊາດຊຸດໃໝ່

ປະທານພັກ CPP Hunsen

ເມື່ອຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ ໃນຕອນເຊົ້າວັນທີ 30 ກໍລະກົດ, ທ່ານ Sok Eysan, ໂຄສົກພັກປະຊາຊົນ ກຳປູເຈຍ (CPP) ໄດ້ຢັ້ງຢືນວ່າ: ພັກປະຊາຊົນ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີ Hunsen ເປັນປະທານນັ້ນ, ຍາດໄດ້ໄຊຊະນະດັງກ້ອງໃນການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VI. ທ່ານ Sok Eysan ໃຫ້ຮູ້ວ່າ: ພັກປະປະຊາຊົນ ກຳປູເຈຍ ຍາດໄດ້ໄຊຊະນະດ້ວຍຈຳນວນບັດເລືອກຕັ້ງບັນລຸ 77,5%. CPP ຈະຍາດໄດ້ 100 ທີ່ນັ່ງໃນສະພາແຫ່ງຊາດຊຸດໃໝ່.

        ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VI ທີ່ໄດ້ຮັບການຈັດຕັ້ງໃນວັນທີ 29 ກໍລະກົດ ໄດ້ດຳເນີນໄປຢ່າງຈົບງາມ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປເລືອກຕັ້ງຫຼາຍທີ່ສຸດ, ກວມເອົາ 82,17% ອັນໄດ້ສະແດງໃຫ້ເຫັນບັນຍາກາດເວທີການເມືອງຢູ່ລາຊະອານາຈັກ ກຳປູເຈຍ ມີປະຊາທິປະໄຕ, ເສລີພາບ, ສະເໝີພາບຢ່າງແທດຈິງ. ພັກປະຊາຊົນ ກຳປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hunsen ເປັນຜູ້ນຳໜ້າໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດໃໝ່ ແມ່ນເໝາະສົມທີ່ສຸດ. ໃນອາຍຸການ 5 ປີແຕ່ປີ 2018 – 2023, CPP ໄດ້ຮັບການມອບໝາຍຈາກ ປະຊາຊົນກຳປູເຈຍ ແມ່ນສືບຕໍ່ພາລະກິດນຳພາພັດທະນາລາຊະອານາຈັກ ກຳປູເຈຍ ໃຫ້ນັບມື້ນັບສີວິໄລ, ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)



top