ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໄຂຂຶ້ນໃນວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Belem, ລັດ Para (ບຣາຊິນ), ພາຍຫຼັງທີ່ບັນດາປະເທດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ໂຄງການດຳເນີນງານ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ Belem ກ່ອນກອງປະຊຸມການປ່ຽນແປງດິນຟ້າອາກາດຂອງ ສປຊ ຢູ່ Belem,ບຣາຊິນ, ໃນວັນທີ 7/11/2025 (ພາບ: REUTERS/Adriano Machado)
ກ່າວຄຳເຫັນທີ່ພິທີໄຂ, ທ່ານ Luiz Inácio Lula da Silva ປະທານາທິບໍດີປະເທດເຈົ້າພາບ ຮຽກຮ້ອງຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດ, ພິເສດແມ່ນກ່ຽວກັບການເພີ່ມແຫຼ່ງການເງິນ ແລະ ຄ່ອຍໆຢຸດຕິການນຳໃຊ້ເຊື້ອເພີງຟອກຊິວ. ທ່ານ Lula ຢັ້ງຢືນວ່າ: “ວິກິດການດິນຟ້າອາກາດບໍ່ພຽງແຕ່ແມ່ນໄພນາບຂູ່ຕໍ່ອະນາຄົດເທົ່ານັ້ນ, ຫາກຍັງແມ່ນໂສກນາດຕະກຳໃນປັດຈຸບັນອີກດ້ວຍ”.
ໜຶ່ງໃນບັນດາເນື້ອໃນບັນດາຈຸດສຸມຂອງ COP30 ແມ່ນຄຳຮຽກຮ້ອງເພີ່ມແຫຼ່ງການເງິນເພື່ອດິນຟ້າອາກາດທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ, ແຕ່ 300 ຕື້ USD ຕໍ່ປີໃນປັດຈຸບັນຂຶ້ນເປັນ 1.300 ຕື້ USD ໃນປີ 2035, ຕາມແຜນການທີ່ໄດ້ເຫັນດີເປັນເອກະພາບຢູ່ COP29 ທີ່ Baku. ທ່ານ Simon Stiell ເລຂາທິການໃຫຍ່ ສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກ່າວເຕືອນວ່າ ບັນດາຄຳໝັ້ນສັນຍາໃນປັດຈຸບັນ “ບໍ່ທັນວ່ອງໄວຢ່າງພຽງພໍ” ເພື່ອສາມາດຫຼຸດຜ່ອນການປ່ອຍອາຍພິດໃນທົ່ວໂລກໄດ້.