ຂ່າວສານ

COP27: ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ບໍ່​ສາ​ມາດ​ຮັບ​ມື​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ໃນກອງປະຊຸມ COP27, ບັນຫາທີ່ໄດ້ນຳມາປຶກສາຫາລືຢ່າງເປັນທາງການແມ່ນ ບັນດາປະເທດຮັ່ງມີທີ່ປ່ອຍອາຍພິດດ້ວຍຈຳນວນຫຼາຍ ຄວນໃຫ້ຄຳໝັ້ນສັນຍາບ້ວງເງິນໜູນຊ່ວຍອື່ນອີກ ເພື່ອຮັບມືກັບສະພາບອຸນຫະພຸມອຸ່ນຂຶ້ນໃນທົ່ວໂລກຫຼືບໍ?
  ປາກິດສະຖານ ພວມຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງ (ພາບ: Reuters)  

ວັນທີ 8 ພະຈິກ, ຢູ່ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ເຊິ່ງພວມດຳເນີນຢູ່ Sharm El-Sheikh, ອີຢິບ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif ໄດ້ກ່າວເຕືອນສະພາບການປ່ຽນແປງຂອງດິນຟ້າອາກາດເຊິ່ງພວມກໍ່ຜົນກະທົບຢ່າງຮ້າຍແຮງ, ເກີນຄວາມສາມາດໃນການຮັບມືຂອງບັນດາປະເທດພວມພັດທະນາ. ທ່ານນາຍົກລັດຖະມົນຕີ Shehbaz Sharif ໃຫ້ຮູ້ວ່າ ນ້ຳຖ້ວມຄັ້ງຕ່າງໆ ໄດ້ກໍ່ຜົນເສຍຫາຍປະມານ 30 ຕື້ USD ແລະ ປາກິດສະຖານ ພວມຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງ ເຖິງວ່າແມ່ນປະເທດທີ່ປ່ອຍອາຍພິດດ້ວຍຈຳນວນໜ້ອຍ ໃນຂະນະທີ່ບັນດາປະເທດຮັ່ງມີ ໄດ້ປ່ອຍອາພິດດ້ວຍຈຳນວນຫຼວງຫຼາຍ ອັນໄດ້ພາໃຫ້ເກີດສະພາບອຸ່ນຂຶ້ນໃນທົ່ວໂລກນັ້ນ, ພັດບໍ່ປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນກ່ຽວກັບດິນຟ້າອາກາດໃນຂົງເຂດຈຳນວນໜຶ່ງ.

ໃນກອງປະຊຸມ COP27, ບັນຫາທີ່ໄດ້ນຳມາປຶກສາຫາລືຢ່າງເປັນທາງການແມ່ນ ບັນດາປະເທດຮັ່ງມີທີ່ປ່ອຍອາຍພິດດ້ວຍຈຳນວນຫຼາຍ ຄວນໃຫ້ຄຳໝັ້ນສັນຍາບ້ວງເງິນໜູນຊ່ວຍອື່ນອີກ ເພື່ອຮັບມືກັບສະພາບອຸນຫະພຸມອຸ່ນຂຶ້ນໃນທົ່ວໂລກຫຼືບໍ?.


top