ຂ່າວສານ

COP26 ອັດ​ລົງ​ດ້ວຍ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ສະ​ບັບ​ໃໝ່

ຢູ່ກອງປະຊຸມ, ອາເມລິກາ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຕາມນັ້ນແລ້ວ, ສອງປະເທດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຮ່ວມມືໃນທົດສະວັດຈະມາເຖິງ ເພື່ອສ້າງບັນດາຍຸດທະສາດຍາວນານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍ ການປ່ອຍອາດພິດລົງລະດັບ 0.
ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) (ພາບ: AFP/TTXVN)

ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ໄດ້ອັດລົງໃນວັນທີ 13 ພະຈິກ ຢູ່ Glasgow, Scotland (ລາຊະອານາຈັກອັງກິດ), ດ້ວຍເລື່ອງຢັ້ງຢືນການຮັກສາເປົ້າໝາຍຈຳກັດລະດັບເພີ່ມຂຶ້ນອຸນຫະພູມທົ່ວໂລກ ຢູ່ລະດັບ 1,5 ອົງສາ C ຕາມສົນທິສັນຍາ Paris ຄືນໃໝ່. ຕາມນັ້ນແລ້ວ, 197 ປະເທດ ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດລ້ວນແຕ່ຮັບຮອງເອົາສົນທິສັນຍາດິນຟ້າອາກາດ Glasgow (Glasgow Climate Pact).

ຢູ່ກອງປະຊຸມ, ອາເມລິກາ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຕາມນັ້ນແລ້ວ, ສອງປະເທດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຮ່ວມມືໃນທົດສະວັດຈະມາເຖິງ ເພື່ອສ້າງບັນດາຍຸດທະສາດຍາວນານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍ ການປ່ອຍອາດພິດລົງລະດັບ 0, ພ້ອມທັງແກ້ໄຂບັນດາບັນຫາກ່ຽວກັບການປ່ອຍອາຍ ເມຕານ, ຫັນປ່ຽນໄປຍັງການນຳໃຊ້ພະລັງງານສະອາດ ແລະ ຫຼຸດຜ່ອນການປ່ອຍ ກາກບອນ.

(ແຫຼ່ງຄັດຈາກ VOV)
 

top