ຂ່າວສານ

COP15: ຈີນ ສະເໜີຮ່າງຂໍ້ຕົກລົງຂອບເຂດຊີວະນາໆພັນໃນທົ່ວໂລກ ຄຸນໝີງ -Montreal

ຈີນ ໄດ້ສະເໜີຂໍ້ຕົກລົງທົ່ວໂລກສະບັບໃໝ່, ດ້ວຍຄຳໝັ້ນສັນຍາປົກປ້ອງເນື້ອທີ່ດິນ, ນ້ຳ ແລະ ທະເລຢ່າງໜ້ອຍສຸດ 30% ໃນປີ 2030 ແລະ ປຸກລະດົມແຫຼ່ງເງິນອຸປະຖຳນັບຮ້ອຍຕື້ USD ໃຫ້ແກ່ຂໍ້ຕົກລົງສະບັບນີ້.
  ບັນດາຜູ້ແທນເຂົ້າຮ່ວມ COP15 (ພາບ:Nguyễn Viết Tuân/TTXVN)  

ໃນຂອບເຂດກອງປະຊຸມຄັ້ງທີ 15 ບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP15) ພວມຈັດຂຶ້ນຢູ່ນະຄອນ Montreal (ປະເທດ ການາດາ), ວັນທີ 18 ທັນວາ, ຈີນ ໄດ້ສະເໜີຂໍ້ຕົກລົງທົ່ວໂລກສະບັບໃໝ່, ດ້ວຍຄຳໝັ້ນສັນຍາປົກປ້ອງເນື້ອທີ່ດິນ, ນ້ຳ ແລະ ທະເລຢ່າງໜ້ອຍສຸດ 30% ໃນປີ 2030 ແລະ ປຸກລະດົມແຫຼ່ງເງິນອຸປະຖຳນັບຮ້ອຍຕື້ USD ໃຫ້ແກ່ຂໍ້ຕົກລົງສະບັບນີ້.

ຮ່າງຂໍ້ຕົກລົງໄດ້ສະເໜີວ່າ: 30% ບັນດາເຂດເທິງບົກ, ເຂດນ້ຳຢູ່ພາຍໃນ, ເຂດແຄມທະເລ ແລະ ທະເລ, ພິເສດແມ່ນບັນດາເຂດທີ່ມີຄວາມສຳຄັນສຳລັບຊີວະນາໆພັນ, ບັນດາພາລະບົດບາດ ແລະ ການບໍລິການຂອງລະບົບຊີວະພາບ, ຕ້ອງໄດ້ຮັບການອະນຸລັກຮັກສາຢ່າງມີປະສິດທິຜົນໃນປີ 2030. ຂໍ້ຕົກລົງສະເໜີລວມມີຄຳໝັ້ນສັນຍາປຸກລະດົມແຫຼ່ງເງິນຢ່າງໜ້ອຍສຸດ 200 ຕື້ USD ໃນແຕ່ລະປີຈາກແຫຼ່ງເງິນພາກລັດ ແລະ ເອກະຊົນເພື່ອອຸປະຖຳໃຫ້ຂົງເຂດທຳມະຊາດ ແລະ ຫລຸດຜ່ອນບັນດາບ້ວງເງິນອຸດໜູນທີ່ກໍ່ມີຜົນເສຍຫາຍຕໍ່ທຳມະຊາດຢ່າງໜ້ອຍສຸດແມ່ນ 500 ຕື້ USD ໃນປີ 2030.


top