ຂ່າວສານ

CNN ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເລົ່າ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ “ປະ​ເທດ ຫວຽດ​ນາມ ໃໝ່”

ທ່ານ Phil Nelson, ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ ສະ​ຖາ​ນີ​ໂທ​ລະ​ພາບ CNN ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເລົ່າ​ບັນ​ດາເລື່ອງ​ລາວ​ກ່ຽວ​ກັບ​ປະ​ເທດ “ຫວຽດ​ນາມ ໃໝ່” - ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ກ່ຽວ​ກັບ​ເສດ​ຖະ​ກິດ, ນະ​ວັດ​ຕະ​ກຳ, ເຕັກ​ໂນ​ໂລ​ຢີ ແລະ ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ຫຼາກຫຼາຍ​.
  ​ທ່ານ Phil Nelson, ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ ສະ​ຖາ​ນີ​ໂທ​ລະ​ພາບ CNN (ອາ​ເມ​ລິ​ກາ) ແລະ ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ວັນ​ທີ 25 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Phil Nelson, ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ ສະ​ຖາ​ນີ​ໂທ​ລະ​ພາບ CNN (ອາ​ເມ​ລິ​ກາ), ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ, ເລື່ອງເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) 2027 ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ້ ຫວຽດ​ນາມ ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ແນະ​ນຳ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ, ສີ​ສັນ​ວັດ​ທະ​ນະ​ທຳ, ​ຄວາມ​ສາ​ມາ​ດບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ກໍ​ຄື ກຳ​ນົດ​ທິດ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ເຖິງ​ປະ​ຊາ​ຄົມ​ສາ​ກົນ, ພິ​ເສດ​ແມ່ນ​ຄົນ​ລຸ້ນ​ໜຸ່ມ ຜ່ານ​ບັນ​ດາ​ຍານ​ພາ​ຫະ​ນະ​ສື່ມວນ​ຊົນ ແລະ ເຕັກ​ໂນ​ໂລ​ຢີ​ໃໝ່.

ສ່ວນ​ທ່ານ Phil Nelson, ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ ສະ​ຖາ​ນີ​ໂທ​ລະ​ພາບ CNN ກໍ່​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເລົ່າ​ບັນ​ດາເລື່ອງ​ລາວ​ກ່ຽວ​ກັບ​ປະ​ເທດ “ຫວຽດ​ນາມ ໃໝ່” - ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ກ່ຽວ​ກັບ​ເສດ​ຖະ​ກິດ, ນະ​ວັດ​ຕະ​ກຳ, ເຕັກ​ໂນ​ໂລ​ຢີ ແລະ ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ຫຼາກຫຼາຍ​; ເປີດກວ້າງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ, ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ສື່ມວນ​ຊົນ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ວັດ​ທ​ະ​ນະ​ທຳ, ນະ​ວັດ​ຕະ​ກຳ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ແນ​ໃສ່​ຄົ້ນ​ຄວ້າ​ບັນ​ດາ​ຮູບການ​ຮ່ວມ​ມື​ທີ່​ເໝາະ​ສົມ, ປະ​ກອບ​ສ​່ວນ​ໂຄ​ສະ​ນາ​ພາບ​ພົດ ຫວຽດ​ນາມ ແລະ ປີ APEC 2027 ຢ່າງ​ມີ​ປະ​ສິດ​ທິ​ຜົນເຖິງ​ເພື່ອ​ນ​ມິດ​ສາ​ກົນ./.


top