ຂ່າວສານ

CICA ຄັດຄ້ານການແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ

ວັນທີ 15 ມິຖຸນາ, ກອງປະຊຸມສຸດຍອດຄັ້ງທີ 5 ກ່ຽວກັບການສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ (CICA) ໄດ້ອັດລົງຢູ່ນະຄອນຫລວງ Dushanbe ຂອງ ຕັດຈີກິດສະຖານ ດ້ວຍການຮັບຮອງເອົາຖະແຫຼງການຮ່ວມທີ່ເນັ້ນໜັກເຖິງການຄັດຄ້ານການແຊກແຊງເຂົ້າວຽກງານພາຍໃນຂອງປະເທດຕ່າງ.

ບັນດາການນຳເຂົ້າຮ່ວມກອງປະຊຸມ  CICA (ພາບ: AFP/TTXVN)

ຕາມຖະແຫຼງການດັ່ງກ່າວ, ການຮ່ວມມືໃນ CICA ຈະອີງໃສ່ຄວາມສະເໝີພາບ, ເຄົາລົບອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເອກະລາດດ້ານການເມືອງ, ບໍ່ແຊກແຊງ, ດຳລົງຊີວິດຮ່ວມກັນຢູ່ໃນສັນຕິພາບ, ພ້ອມກັນມີຜົນປະໂຫຍດ, ປະລະການນາບຂູ່ ຫຼື ນຳໃຊ້ກຳລັງອາວຸດຕ້ານຄືນຜືນແຜ່ນດິນອັນຄົບຖ້ວນ ຫຼື ເອກະລາດດ້ານການເມືອງບໍ່ວ່າຂອງປະເທດໃດ ພາຍໃຕ້ບໍ່ວ່າເປົ້າໝາຍໃດ ທີ່ບໍ່ເໝາະສົມກັບບັນດາຫຼັກການ ຫຼື ເປົ້າໝາຍຂອງກົດບັດສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)

top