ເປັນເວລາຫຼາຍປີ ມານີ້, ຊາວບ້ານ ໃນຮ່ອມ ຮ້າໂຮ່ຍ ໄດ້ມີຄວາມຄຸ້ນເຄີຍ ກັບ ທ່ານ Chuck Searcy, ນັກຮົບເກົ່າ ຊາວ ອາເມລິກາ ທີ່ດຳລົງຊີວິດຢ່າງງຽບໆ, ເຂົ້າເຖິງງ່າຍ ແລະ ໃກ້ຊິດກັບຊີວິດ ປະຈຳວັນ. ພາຍຫຼັງ ເຮັດວຽກໜັກມາທັງວັນ, ທ່ານມັກ ຈະຍ່າງ ເລາະຫຼິ້ນ ຢ່າງສະບາຍ ແລະ ແວ່ ຮ້ານ ກາເຟ ທີ່ຄຸ້ນເຄີຍ, ຊີມ ລົດຊາດ ກາເຟ ຄືດັ່ງ ສ່ວນໜຶ່ງທີ່ ຂາດບໍ່ໄດ້ ຂອງຈັງຫວະຊີວິດ ໃນ ຮ່າໂນ້ຍ.
ເປັນເວລາຫຼາຍປີ ມານີ້, ຊາວບ້ານ ໃນຮ່ອມ ຮ້າໂຮ່ຍ ໄດ້ມີຄວາມຄຸ້ນເຄີຍ ກັບ ທ່ານ Chuck Searcy, ນັກຮົບເກົ່າ ຊາວ ອາເມລິກາ ທີ່ດຳລົງຊີວິດຢ່າງງຽບໆ, ເຂົ້າເຖິງງ່າຍ ແລະ ໃກ້ຊິດກັບຊີວິດ ປະຈຳວັນ. ພາຍຫຼັງ ເຮັດວຽກໜັກມາທັງວັນ, ທ່ານມັກ ຈະຍ່າງ ເລາະຫຼິ້ນ ຢ່າງສະບາຍ ແລະ ແວ່ ຮ້ານ ກາເຟ ທີ່ຄຸ້ນເຄີຍ, ຊີມ ລົດຊາດ ກາເຟ ຄືດັ່ງ ສ່ວນໜຶ່ງທີ່ ຂາດບໍ່ໄດ້ ຂອງຈັງຫວະຊີວິດ ໃນ ຮ່າໂນ້ຍ.
ພາຍຫຼັງຜູກພັນກັບ ຫວຽດນາມ ມາກວ່າ 3 ທົດສະວັດ, ທ່ານ Chuck Searcy ໄດ້ເລືອກເອົາທີ່ນີ້ ເປັນບ້ານເກີດເມືອງນອນ ແຫ່ງທີສອງ ຂອງຕົນ. ໃນພາບແມ່ນ ຮູບຂອງ
ທ່ານ Chuck Searcy ທີ່ຖ່າຍໃນເດືອນ ເມສາ 2026. ພາບ: ກົງດາດ/VNP
ຕອນບ່າຍວັນໜຶ່ງ ຂອງ ເດືອນ ເມສາ ທີ່ສົດໃສ ແລະ ມີແສງແດດກ້າ, ຢູ່ຮ້ານ
ກາເຟ Oia ເທິງຖະໜົນ
ເຈິ່ນກວັກຕວານ, ທ່ານໄດ້ພົບກັບ ທ່ານນາງ ຫງວຽນຫາຍແອັງ, ເຊິ່ງເປັນເພື່ອນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ຢູ່ ມຽນມາ. ພວກເຂົາ ເຄີຍພົບກັນ ຢູ່ບ່ອນນີ້
ເມື່ອ 5 ປີກ່ອນ. ການພົບປະທີ່ລຽບງ່າຍ ແຕ່ເຕັມໄປດ້ວຍ ຄວາມອົບອຸ່ນ, ໄດ້ເປີດເລື່ອງລາວ ກ່ຽວກັບການເດີນທາງ ຂອງ ນັກຮົບເກົ່າ ອາເມລິກາ ທີ່ໄດ້ຄົ້ນພົບ
“ເຮືອນຫຼັງທີສອງ” ຢູ່ໃຈກາງ ນະຄອນຫຼວງ.
ທ່ານ Chuck Searcy ສົນທະນາກັບ ທ່ານນາງ ຫງວຽນຫາຍແອັງ - ເພື່ອນຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ມຽນມາ. ການພົບປະກັນ
ພາຍຫຼັງຫຼາຍປີທີ່ຫ່າງໄກ ໄດ້ດຳເນີນໄປໃນບັນຍາກາດທີ່ ອົບອຸ່ນ ແລະ ສະໜິດສະໜົມ. ພາບ:
ກົງດາດ/VNP
ທ່ານ Chuck Searcy ຢູ່ຮ້ານກາເຟ ທີ່ຄຸ້ນເຄີຍ ເທິງຖະໜົນ ເຈິ່ນກວັກຕວານ, ຮ່າໂນ້ຍ. ຮ້ານນ້ອຍໆ ແຫ່ງນີ້
ໄດ້ກາຍເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນຊີວິດປະຈຳວັນ ຂອງເພິ່ນ
ຕະຫຼອດໄລຍະເວລາຫຼາຍປີຜ່ານມາ. ພາບ: ກົງດາດ/VNP
ທ່ານ Chuck Searcy ເຄີຍເປັນພະຍານຫຼັກຖານ ສົງຄາມຕໍ່ຕ້ານຈັກກະພັດ ອາເມລິກາ ຢູ່ ຫວຽດນາມ ດ້ວຍຄວາມດຸເດືອດຂ້ຽວຂາດທັງໝົດ. ເມື່ອກັບຄືນ ສູ່ ຫວຽດນາມ ພາຍຫຼັງສົງຄາມ, ໃນເວລາເຂົ້າຮ່ວມໂຄງການ RENEW ທີ່ໄດ້ຮັບການອຸປະຖຳ ຈາກກະຊວງ ການຕ່າງປະເທດ ສ ອາເມລິກາ, ທ່ານໄດ້ກັບຄືນ ໄປຍັງ ບັນດາເຂດດິນ ທີ່ເຄີຍເປັນ ສະໜາມຮົບຫຼາຍຄັ້ງ, ເພື່ອພົບປະ ແລະ ຮັບຟັງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດ
ທີ່ບໍ່ທັນແຕກ. ນັບແຕ່ບັນດາ ການເດີນທາງນັ້ນ, ສາຍໃຍ ແຫ່ງການຜູກພັນ ຢ່າງງຽບໆ ກໍໄດ້ ເກີດຂຶ້ນ. ໃນປີ 1995, ທ່ານໄດ້ຕັດສິນໃຈ ຍ້າຍມາກຳລົງຊີວິດ ຢູ່ ຫວຽດນາມ ແລະ
ຜູກພັນມາຮອດ ປັດຈຸບັນ.
ເມື່ອຖາມວ່າ ເປັນຫຍັງຈຶ່ງບໍ່ກັບຄືນ ອາເມລິກາ, ທ່ານ ໄດ້ກ່າວ ດ້ວຍຄວາມຈິງໃຈວ່າ ຍ້ອນທ່ານ ຮັກວັດທະນະທຳ, ຮັກຄົນ ຫວຽດນາມ, ໂດຍສະເພາະ ແມ່ນວັດທະນະທຳ ທາງດ້ານ ຈິດວິນຍານ ຂອງຊາວ ຫວຽດນາມ, ເຊິ່ງເປັນສິ່ງທີ່ທ່ານ ບໍ່ສາມາດ ຄົ້ນພົບໄດ້ຢູ່ ອາເມລິກາ. ມັນແມ່ນສາຍໃຍ ທີ່ຜູກພັນທ່ານໄວ້ກັບ ບ່ອນນີ້. ຖ້າບໍ່ມີບັນຫາເລື່ອງອາຍຸ ຫຼື
ພະຍາດໂລຄາ,
ທ່ານຈະຢູ່ທີ່ນີ້ ຕະຫຼອດໄປ. ສຳລັບທ່ານແລ້ວ, ຫວຽດນາມ ແມ່ນສະຖານທີ່ ທີ່ໜ້າຢູ່.
ຮ້ານກາເຟ Oia ທີ່ຕົກແຕ່ງດ້ວຍຮູບພາບ ກ່ຽວກັບ ຮ່າໂນ້ຍ, ບັນຍາກາດ ທ່ີອົບອຸ່ນ, ພ້ອມກັບຄວາມເປັນກັນເອງ ຂອງ ບັນດາໄວໜຸ່ມ ໄດ້ກາຍເປັນສ່ວນໜຶ່ງ ທີ່ຄຸ້ນເຄີຍໃນຊີວິດ ຂອງ ທ່ານ. ພະນັກງານຮ້ານ ຈື່ຄວາມມັກກາເຟ ຂອງ
ແຂກພິເສດ ທ່ານນີ້ໄດ້ເປັນຢ່າງດີ. ບາງມື້, ທ່ານ ແວ່ຮ້ານ ສອງ ຫຼື ສາມຄັ້ງ
ບໍ່ພຽງແຕ່ເພື່ອດື່ມກາເຟເທົ່ານັ້ນ, ແຕ່ເພື່ອດື່ມດ່ຳ ກັບ ຈັງຫວະຊີວິດ ທີ່ສະຫງົບສຸກ
ຂອງຕົວເມືອງ.
ພາຍຫຼັງດຳລົງຊີວິດຢູ່ ຫວຽດນາມ ມາກວ່າ 30 ປີ, ສິ່ງທີ່ເຮັດໃຫ້ທ່ານ ຮູ້ສຶກວ່າ ຕົນເອງ “ເຂົ້າໃຈ”
ຫຼາຍຂຶ້ນ ກໍແມ່ນ ການເດີນທາງ ທີ່ໄດ້ເປັນພະຍານໃຫ້ແກ່ການປ່ຽນແປງ ຂອງ ປະເທດຊາດ. ນັ້ນແມ່ນ
ຊ່ວງເວລາທີ່ເຫັນ ຫວຽດນາມ ພັດທະນາ. ການທ່ອງທ່ຽວ ໄດ້ເຊື່ອມຕໍ່ທຸກຄົນ ແບບບໍ່ມີຊາຍແດນ
ແລະ ນຳມາຊຶ່ງເພື່ອນໃໝ່. ຄົນ ຫວຽດນາມ ຮັກຫອມສັນຕິພາບ. ທ່ານ Chuck Searcy ກ່າວວ່າ,
ທ່ານດີໃຈຫຼາຍ ທີ່ເຫັນພວກເຂົາ ມີຄວາມ ເປັນກັນເອງ, ຮັກແພງ
ແລະ ຕ້ອນຮັບ ເພື່ອນຊາວ ອາເມລິກາ ຄືພວກທ່ານດ້ວຍຄວາມອົບອຸ່ນ.
ການອ່ານປຶ້ມ ແມ່ນໜຶ່ງໃນບັນດານິໄສທີ່ທ່ານ Chuck
Searcy ປະຕິບັດຢ່າງຕໍ່ເນື່ອງ ຕະຫຼອດໄລຍະເວລາຫຼາຍປີ
ທີ່ດຳລົງຊີວິດຢູ່ ຫວຽດນາມ. ພາບ: ກົງດາດ/VNP
ສຳລັບທ່ານແລ້ວ, ຄວາມເຂົ້າໃຈ ບໍ່ໄດ້ມາຈາກສິ່ງທີ່ຍິ່ງໃຫຍ່, ແຕ່ມາຈາກຊີວິດປະຈຳວັນ. ທ່ານ ຍ່າງເລາະ ຜ່ານບັນດາ ຮ່ອມນ້ອຍ, ສົນທະນາກັບຜູ້ເຖົ້າຜູ້ແກ່, ຄົນໜຸ່ມສາວ, ເວົ້າພາສາ ຫວຽດນາມ ແລະ ຮັບຮູ້ໄດ້ເຖິງ ສິ່ງທີ່ຜູ້ເປັນຄູ່
ສົນທະນາຢາກແບ່ງປັນ. ໃນວັດທະນະທຳ ແລະ ສັງຄົມ ຫວຽດນາມ, ທ່ານ ໄດ້ຮັບຮູ້ເຖິງຄວາມຊື່ສັດ
ແລະ ການໃຫ້ກຽດ ຊຶ່ງກັນ ແລະ ກັນ, ເຊິ່ງແມ່ນບັນດາ ຄຸນຄ່າ ທີ່ທ່ານຖະນຸຖະໜອມ.
ທ່ານ Chuck Searcy ສົນທະນາຢ່າງເປັນກັນເອງ ກັບປະຊາຊົນ ເທິງຖະໜົນ ເຈິ່ນກວັກຕວານ. ທ່ານສື່ສານດ້ວຍພາສາ ຫວຽດນາມ ຢ່າງເປັນທຳມະຊາດ,
ໃກ້ຊິດ ແລະ ເຕັມໄປດ້ວຍໄມຕີຈິດ. ພາບ: ກົງດາດ/VNP
ທ່ານໄຂຄວາມໃນໃຈອອກມາວ່າ, ທ່ານບໍ່ມັກສົງຄາມ, ແຕ່ກ່ອນ ກໍແມ່ນແນວນັ້ນ ແລະ ດຽວນີ້ ກໍຍັງແມ່ນແນວນັ້ນ. ບັນດາວັນ ໃນເດືອນ ເມສາ ທີ່ເປັນປະຫວັດສາດ, ເມື່ອ
ຫວຽດນາມ ສະເຫຼີມສະຫຼອງ ວັນທ້ອນໂຮມ ປະເທດຊາດ ເປັນເອກະພາບ, ທ່່ານກໍໄດ້ຮ່ວມ ດ້ວຍຄວາມ ເບີກບານມ່ວນຊື່ນນັ້ນ. ທ່ານຮັກສັນຕິພາບ
ໃນດິນແດນແຫ່ງນີ້. ທ່ານກ່າວວ່າ, ມີພຽງແຕ່ ສັນຕິພາບເທົ່ານັ້ນ ຈຶ່ງຈະສ້າງ ຊ່ວງເວລາ ທີ່ສະຫງົບສຸກ
ແລະ ນັ້ນແມ່ນສິ່ງທີ່ທ່ານ ພວມຮັບຮູ້ໄດ້ ຢ່າງຈະແຈ້ງທີ່ສຸດຢູ່ ຮ່າໂນ້ຍ.
ໃນໄວຊະລາ, ເມື່ອໝູ່ເພື່ອນຫຼາຍຄົນ ໄດ້ກັບຄືນ ອາເມລິກາ ຫຼື ບາງຄົນກໍຈາກໄປແລ້ວ, ທ່ານ ຍັງຄົງເລືອກທີ່ຈະຢູ່ຕໍ່. ສາຍສຳພັນກັບ ບ້ານໃກ້ເຮືອນຄຽງ, ເພື່ອນມິດຊາວ ຫວຽດນາມ, ເພື່ອນຮ່ວມງານ ໃນໂຄງການ RENEW ແລະ ບັນດາອະດີດທະຫານ ອາເມລິກາ ທີ່ເຄື່ອນໄຫວຮ່ວມກັນ ໃນອົງການນັກຮົບເກົ່າ ເພື່ອສັນຕິພາບ (VFP
160)
ໄດ້ກາຍເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນຊີວິດ ຂອງ ທ່ານ.
ພາຍຫຼັງຫຼາຍປີ ທີ່ຜ່ານພົ້ນສົງຄາມ ແລະ ການເດີນທາງອັນຍາວນານ ທີ່ຜູກພັນກັບ ຫວຽດນາມ, ທ່ານໄດ້ເລືອກທີ່ຈະຢູ່ຕໍ່
ບໍ່ພຽງແຕ່ເພື່ອດຳລົງຊີວິດເທົ່ານັ້ນ, ແຕ່ເພື່ອທຳຄວາມເຂົ້າໃຈ
ແລະ ເປັນສ່ວນໜຶ່ງ ຂອງທີ່ນີ້. ພາບ: ກົງດາດ/VNP
* ການເດີນທາງ ຂອງ ທ່ານ Chuck Searcy:
- ເດືອນ ມິຖຸນາ 1967 - ເດືອນ ມິຖຸນາ 1968: ທ່ານ Chuck Searcy ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ, ສັງກັດກອງພັນ ຂ່າວສືບ ທາງທະຫານ 519, ປະຈຳຢູ່ ໄຊງ່ອນ.
- ປີ 1969: ກັບຄືນ ອາເມລິກາ, ເຂົ້າສຶກສາຢູ່ ມະຫາວິທະຍາໄລ Georgia ແລະ ເຂົ້າຮ່ວມຂະບວນການ ນັກຮົບເກົ່າ ອາເມລິກາ ຕໍ່ຕ້ານ ສົງຄາມຢູ່ ຫວຽດນາມ (VVAW).
- ປີ 1992: ກັບຄືນສູ່ ຫວຽດນາມ ພາຍຫຼັງຫຼາຍປີທີ່ຫ່າງໄກ. - ປີ 1995 - ປັດຈຸບັນ: ຕັດສິນໃຈດຳລົງຊີວິດ ແລະ ເຮັດວຽກ ໃນໄລຍະຍາວຢູ່ ຫວຽດນາມ.
- ຜູ້ຮ່ວມກໍ່ຕັ້ງໂຄງການ RENEW ຢູ່ ແຂວງ ກວາງຈິ; ເປັນຜູ້ ຕາງໜ້າ ກອງທຶນ ນັກຮົບເກົ່າ ອາເມລິກາ ຢູ່ ຫວຽດນາມ (VVAF); ປະທານອົງການ ນັກຮົບເກົ່າ ເພື່ອສັນຕິພາບ (VFP 160).
- ປີ 2003: ໄດ້ຮັບຫຼຽນໄຊ ມິດຕະພາບ ຈາກ ລັດຖະບານ ຫວຽດນາມ.
ທ່ານກ່າວວ່າ ສິ່ງທີ່ເຮັດໃຫ້ເພິ່ນຢູ່ ຫວຽດນາມຕໍ່ ແມ່ນບັນດາ ຊ່ວງເວລາ ທີ່ທ່ານໄດ້ສຳຜັດ, ນັບແຕ່ຊີວິດປະຈຳວັນ
ຈົນຮອດ ບັນດາຜູ້ຄົນທີ່ ທ່ານຜູກພັນ. ແມ່ນສິ່ງເຫຼົ່ານີ້ເອງ ທີ່ດຶງດູດ ໃຫ້ທ່ານຢູ່ຄືນທີ່ນີ້.
ສຳລັບທ່ານແລ້ວ,
ນິຍາມຂອງຄຳວ່າ ບ້ານເກີດເມືອງນອນ ແມ່ນລຽບງ່າຍທີ່ສຸດ:
ບ່ອນໃດທີ່ມີຄົນ ຮັກເຮົາ,
ບ່ອນນັ້ນຄືບ້ານ.
ໃນຂະນະທີ່ຄົນໜຸ່ມສາວຫຼາຍຄົນເລືອກສະຖານທີ່ ຢູ່ອາໄສ ໂດຍອີງໃສ່ ກາລະໂອກາດ ແລະ ຜົນປະໂຫຍດ,
ທ່ານ Chuck Searcy ພັດມີທາງເລືອກທີ່ແຕກຕ່າງ: ນັ້ນແມ່ນການໃຊ້ຊີວິດ ແບບຊ້າໆ, ເຊື່ອມໂຍງ ແລະ ດື່ມດ່ຳກັບຄວາມສະຫງົບສຸກ ຂອງ ຮ່າໂນ້ຍ.
ດ້ວຍຄວາມລຽບງ່າຍ ແລະ ເປັນກັນເອງ, ທ່ານໄດ້ກາຍເປັນສ່ວນໜຶ່ງ ຂອງຕົວເມືອງ, ຄືດັ່ງວິທີທີ່ທ່ານ ເລືອກຈະຢູ່ຕໍ່: ເພື່ອເຂົ້າໃຈ
ແລະ ຈາກນັ້ນ, ເພື່ອເປັນສ່ວນໜຶ່ງ ຂອງທີ່ນີ້.
ບົດ: ບິກເວິນ/VNP - ພາບ: ກົງດາດ - ແປໂດຍ: ບິກລຽນ