ຂ່າວສານ

CEO Sumit 2017 ປຶກສາຫາລືບັນດາຫົວຂໍ້ ເພື່ອແນໃສ່ຊຸກຍູ້ການເຕີບໂຕທົ່ວໂລກ

      ໃນຂອບເຂດສັບປະດາຂັ້ນສູງ APEC 2017, ວັນທີ 09 ພະຈິກ, ທີ່ດ່າໜັງ, ກອງປະຊຸມສຸດຍອດວິສາຫະກິດ APEC 2017 ສືບຕໍ່ໄດ້ດຳເນີນ ດ້ວຍບັນດາວາລະປຶກສາຫາລືຕາມຫົວຂໍ້ທີ່ແຕກຕ່າງກັນ ເພື່ອແນໃສ່ຊຸກຍູ້ການເຕີບໂຕທົ່ວໂລກແບບຍືນຍົງ. 

ກອງປະຊຸມCEO Sumit 2017
      ນັກປາຖະກະຖາຂອງບັນດາວາລະປຶກສາຫາລື ແມ່ນບັນດາການນຳຂອງບາງພື້ນຖານເສດຖະກິດ, ບັນດາຜູ້ອຳນວຍການໃຫຍ່, ປະທານກຸ່ມບໍລິສັດເສດຖະກິດໃຫຍ່ໃນພາກພື້ນຫລາຍແຫ່ງ.
        ທີ່ວາລະປຶກສາຫາລື ບັນດາປັດໄຈສ້າງວຽກເຮັດງານທຳໃໝ່. ທ່ານນາງ Chrustia Freeland ລັດຖະມົນຕີການຕ່າງປະເທດ ການາດາ ຖືວ່າ:
        “ເມື່ອເວົ້າເຖິງການປະຕິວັດເຕັກໂນໂລຢີ ເຄື່ອງຈັກຈະປ່ຽນແທນໃຫ້ມະນຸດໃນຫລາຍຂົງເຂດ ແຕ່ຄວນຄິດວ່າ: ເຕັກໂນໂລຢີສະຫລາດ ຈະຊ່ວຍແກ້ໄຂບັນດາສິ່ງທ້າທາຍກ່ອນນີ້ ເຊິ່ງມະນຸດເຄີຍປະສົບ. ຍຸກສະໄໝເຕັກໂນໂລຢີກໍ່ພາໃຫ້ປະກົດມີຫລາຍອົງການຈັດຕັັ້ງສັງຄົມ ປົກປ້ອງຊາວຜູ້ອອກແຮງງານ, ປະກົດມີເສດຖີໃໝ່ຫລາຍຄົນ ແລະ ເຂົາເຈົ້າໄດ້ເຮັດວຽກໂດຍກົງກັບລັດຖະບານ ແລະ ບັນດາອົງການຂອງລັດຖະບານ ຊ່ວຍໃຫ້ເຂົາເຈົ້າແກ້ໄຂຂໍ້ຕິດຂັດໃນການດຳເນີນທຸລະກິດໄດ້ສະດວກກ່ວາ.”
        ທີ່ວາລະປະຊຸມ, ທ່ານນາງ ເຢືອງທິມາຍຮວາ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Vingroup (ຫວຽດນາມ) ແບ່ງປັນວ່າ:
        “ພວກຂ້າພະເຈົ້າໄດ້ລົງທຶນເຂົ້າເຕັກໂນໂລຢີຫລາຍກ່ວາ. Vingroup ລົງທຶນເຂົ້າ 7 ຂະແໜງການ. ເລື່ອງໝູນໃຊ້ເຕັກໂນໂລຢີໃນບັນດາຂະແໜງດຳເນີນທຸລະກິດນີ້ ແມ່ນແຕກຕ່າງກັນ. ໃນດ້ານສາທາລະນະສຸກ, ຫຸ່ນຍົນໄດ້ຮັບການນຳໃຊ້ເພື່ອຜ່າຕັດ. ໃນດ້ານກະສິກຳ, ພວກຂ້າພະເຈົ້າມີບັນດາຊອັບແວໃໝ່ ທີ່ຕິດຕັ້ງໃນຟາມ. ໃນດ້ານການສຶກສາ ພວກຂ້າພະເຈົ້ານຳໃຊ່ຫຸ່ນຍົນສອນພາສາຕ່າງປະເທດ. ເລື່ອງໝູນໃຊ້ເຕັກໂນໂລຢີ ເຮັດໃຫ້ບາງວຽກງານຖືກຜົນສະທ້ອນ ແຕ່ສິ່ງສຳຄັນທີ່ສຸດ ແມ່ນວິທີພວກເຮົາຈັດຕັ້ງວຽກງານຄືແນວໃດ ເພື່ອຫັນປ່ຽນການຊັບຊ້ອນມະນຸດໃຫ້ເໝາະສົມ.”
 (ແຫຼ່ງຄັດຈາກ VOV)

top