ຂ່າວສານ

Carnaval ຮະ​ລອງ 2026 - ມະ​ຫັດ​ສະ​ຈັນ​ປະກາຍແຈ້ງໃນ​ສັງ​ກາດ​ໃໝ່

ລາຍການ “Carnaval ຮະລອງ 2026 - ມະຫັດສະຈັນປະກາຍແຈ້ງໃນສັງກາດໃໝ່” ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງກວ່າ 4.000 ຄົນ
  ທີ່ພິທີເປີດຕົວສະໂມສອນມໍລະດົກ ອ້າວຢາຍ ຫວຽດນາມ ຢູ່ ລາວ (ພາບ: TTXVN)  

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 344 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.

ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ  ຜ່ານມາ, ລາຍການພາກພາສາ ລາວ ໄດ້ຮັບຄຳເຫັນຜ່ານ Facebook, ອີເມວ, ຂໍ້ຄວາມ ສົ່ງຄຳອວຍພອນເຖິງບັນດາບັນນາທິການຍິງທີ່ປະຕິບັດດຳເນີນລາຍການ ແລະ ເອື້ອຍນ້ອງແມ່ຍິງທີ່ພວມເຮັດວຽກຢູ່ VOV. ໃນນັ້ນ, ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: “ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ, ຂ້າພະເຈົ້າຂໍອວຍພອນໃຫ້ເອື້ອຍນ້ອງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາມໃດກໍ່ຮັກສາກຳລັງແຮງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ”.

ເພື່ອນ ຄຳປະສົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນຂໍ້ມູນທີ່ວ່າ: “ໃນອາທິດຜ່ານມາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກ ອ້າວຢາຍ ຫວຽດນາມ ຢູ່ ລາວ ດ້ວຍຫົວຂໍ້ “ອ້າວຢາຍ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”. ໂດຍເປັນກຽດໄດ້ເຂົ້າຮ່ວມລາຍການ, ຂ້າພະເຈົ້າເຫັນວ່າ ອ້າວຢາຍ (ຊຸດເສື້ອຍາວ) ຂອງ ຫວຽດນາມ ບໍ່ພຽງແຕ່ແມ່ນຊຸດອາພອນທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງຄວາມງາມ. ແລະນີ້ກໍ່ແມ່ນການເຄື່ອນໄຫວປະກອບສ່ວນແຜ່ກະຈາຍຮູບພາບຊຸດເສື້ອຍາວ ຫວຽດນາມ ໄປເຖິງເພື່ອນມິດສາກົນ, ໃນນັ້ນມີປະຊາຊົນ ລາວ, ຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຊາວ ຫວຽດນາມ ຫຼາຍຂຶ້ນ”.

ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ໂທລະສັບ, ສົ່ງຈົດໝາຍ, ອີເມວ… ມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນປີ 2026 ນີ້, ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງໃຫ້ຫຼາຍກວ່າອີກ ເພື່ອຊ່ວຍໃຫ້ລາຍການນັບມື້ນັບສົມບູນກວ່າ.

  (ງານບຸນວັດ ເຮືອງ 2026)  

ຕໍ່ໄປນີ້ລາຍການໂອ້ລົມກັບເພື່ອນ ລາວ ຈະຕອບຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ຈັນແສງນັກຝຶກງານ ລາວ ພວມຮ່ຳຮຽນຢູ່ສະຖາບັນຊົນເຜົ່າຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ພາຍຫຼັງບຸນເຕັດ, ຫວຽດນາມ ຈະຈັດຫຼາຍງານບຸນ. ຜ່ານແຫຼ່ງຂ່າວຂອງ VOV, ຂ້າພະເຈົ້າກໍ່ໄດ້ຮູ້ຈັກເຖິງງານບຸນຈຳນວນໜຶ່ງ, ຄື: ງານບຸນວັດ ເຮືອງ, ງານບຸນວັດ ອຽນຕື, ງານບຸນ ລິມ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ບັນດາງານບຸນອື່ນໆ ທີ່ໄດ້ຈັດຂຶ້ນຢູ່ທາງພາກເໜືອຂອງ ຫວຽດນາມ ຕື່ມອີກ. ຂໍຂອບໃຈທາງລາຍການ.

ເພື່ອນ ຈັນແສງ ທີ່ຮັກແພງ! ບັນດາງານບຸນຍາມຕົ້ນປີໃໝ່ຢູ່ ຫວຽດນາມ, ສ່ວນຫຼາຍແມ່ນໄດ້ຈັດຂຶ້ນໃນເດືອນຈຽງ (ໄລ່ຕາມຈັນທະປະຕິທິນ), ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ ພາວະນາຂໍໃຫ້ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ ແລະ ສະຫງົບສຸກ. ພົ້ນເດັ່ນແມ່ນບັນດາງານບຸນດ້ານຈິດວິນຍານ, ວັດທະນະທຳໃຫຍ່.

ຕໍ່ໄປນີ້, ພວກເຮົາຂໍແນະນຳງານບຸນຈຳນວນໜຶ່ງທີ່ໄດ້ຈັດຂຶ້ນຍາມຕົ້ນປີໃໝ່ສູ່ທ່ານຟັງ.

+ ງານບຸນ ຢ໊ອງ (ວິຫານ ຊອກ/ຝູດົ່ງ, ຮ່າໂນ້ຍ - ຈັດຂຶ້ນໃນວັນທີ 06 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ): ເຊີດຊູ ວິລະຊົນ ແທັງຢ໊ອງ, ເຊິ່ງ UNESCO ໄດ້ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕາງໜ້າໃຫ້ມວນມະນຸດ.

+ ງານບຸນວັດ ເຮືອງ (ຮ່າໂນ້ຍ - ຈັດຂຶ້ນແກ່ຍາວຮອດທ້າຍເດືອນ 3 ໄລ່ຕາມຈັນທະປະຕິທິນ): ງານບຸນແມ່ນການໄປນະມັດສະການມາເຂດດິນແດນຂອງພະພຸດທະເຈົ້າ, ຢ້ຽມຊົມທິວທັດທຳມະຊາດ.

+ ງານບຸນ ລິມ (ບັກນິງ - ຈັດຂຶ້ນໃນວັນທີ 13 ເດືອນ ຈຽງ): ມີຄວາມເປັນເອກະລັກສະເພາະດ້ວຍການຂັບ ກວານຫໍ້. ປີນີ້, ງານບຸນ ລິມ ທີ່ເປັນມູນເຊື້ອ ໄດ້ຮັບນາມມະຍົດແມ່ນມມໍລະດົກບໍ່ເປັນວັດຖຸລະດັບຊາດ.

+ ງານບຸນລະດູບານໃໝ່ ອຽນຕື (ກວາງນິງ - ຈັດຂຶ້ນແຕ່ວັນທີ 09 ເດືອນ ຈຽງ): ງານບຸນແມ່ນການໄປນະມັດສະການຢູ່ເທິງຈອມພູທີ່ສັກສິດ, ແກ່ຍາວໃນຕະຫຼອດລະດູບານໃໝ່.

ນອກນັ້ນ, ຍັງມີຫຼາຍງານບຸນທີ່ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ຖ້າມີເງື່ອນໄຂ, ເພື່ອນສາມາດເຂົ້າຮ່ວມບັນດາງານບຸນເພື່ອຊອກຮູ້ແຈ້ງກວ່າກ່ຽວກັບວັດທະນະທຳການເຫຼື້ອມໃສເຊື່ອຖືຂອງຊາວ ຫວຽດນາມ.

ເພື່ອນ ຄຳສີ, ນັກສຶກສາມະຫາວິທະຍະໄລ ຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມທາງ Facebook ຢາກຮູ້ວ່າ ໃນໄລຍະຈະມາເຖິງນີ້, ແຂວງ ກວາງນິງ ຈະຈັດງານບຸນໃຫຍ່ໃດບໍ່? ນັ້ນແມ່ນງານບຸນຫຍັງ ແລະ ຈະຈັດຂຶ້ນໃນເວລາໃດ?

  ຄາດວ່າ Carnaval ຮະລອງ 2026 ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ (ພາບປະກອບ: congly.vn)  

ເພື່ອນ ຄຳສີ ທີ່ຮັກແພງ,  ຕາມແຜນການ, ລາຍການ “Carnaval ຮະລອງ 2026 - ມະຫັດສະຈັນປະກາຍແຈ້ງໃນສັງກາດໃໝ່” ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງກວ່າ 4.000 ຄົນ ເຊິ່ງຈະດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ, ເຂົ້າຮ່ວມແຕ່ 500.000 ຫາ 700.000 ເທື່ອຄົນ.

ຄາດວ່າ, Carnaval ຮະລອງ 2026 ຈະໄດ້ຈັດຂຶ້ນຢູ່ 2 ຕາແສງ ຮະລອງ ແລະ ບາຍໄຈ, ແຂວງ ກວາງນິງ. ນີ້ກໍ່ແມ່ນສ່ວນໜຶ່ງຂອງສັບປະດາວັດທະນະທຳ, ກິລາ, ທ່ອງທ່ຽວ ກວາງນິງ ຕ້ອນຮັບລະດູຮ້ອນ 2026, ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະ 15 ລາຍການ, ໃນນັ້ນມີ: ລາຍການສະແດງສິລະປະເປີດ Carnaval, ການເຕັ້ນຕາມຖະໜົນ “ຈັງຫວະເຕັ້ນ 5 ທະວີບ”; ງານບຸນແຂ່ງຂັນອອກແບບ, ປະດິດຄິດສ້າງຮູບແບບທີ່ເປັນເອກະລັກສະເພາະຂອງແຂວງ; ການສະແດງແສງສີກຳປັ່ນທ່ອງທ່ຽວຢູ່ເຂດອ່າວ ຮະລອງ; ການສະແດງແຟຊັ່ນ, ຊຸດເສື້ອຍາວ ດ້ວຍຫົວຂໍ້ “ມໍລະດົກ ແລະ ສິ່ງມະຫັດສະຈັນ”…, ຜ່ານນັ້ນ, ກໍ່ຈະສ້າງຈຸດພົ້ນເດັ່ນທີ່ມີຊີວິດຊີວາ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກວາງນິງ.


top