ຂ່າວສານ

Cape Verde ສະ​ເໝີ​ກັບ ແຊ໊ມບານ​ເຕະ​ເອີ​ຣົບ ແອັດ​ສະ​ປາຍ

ຢູ່​ນັດ​ແຂ່ງ​ຂັນ​ຂອງ​ກຸ່ມ H, ໃນ​ສະ​ໜາມ​ກິ​ລາ Atlanta (ອາ​ເມ​ລິ​ກາ), ແອັດ​ສະ​ບາຍ ສະ​ເໝີ​ກັບ Cape Verde ດ້ວຍ 0 – 0ປະ​ຕູ ນີ້​ແມ່ນ​ຄວາມ​ແປກ​ໃຈ​ທີ່​ສຸດ​ນັບ​ແຕ່​ຕົ້ນ World Cup 2026.
Cape Verde ສະ​ເໝີ​ກັບ ແຊ໊ມບານ​ເຕະ​ເອີ​ຣົບ ແອັດ​ສະ​ປາຍ (ພາບ: REUTERS/Bernadett Szabo)

ຮຸ່ງ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ນັດແຂ່ງ​ຂັນ​ບານ​ເຕະ​ຮອບ​ຄັດ​ເລືອກ​ຂອງ ​ການ​ແຂ່ງ​ຂັນ​ບານ​ເຕະຮອບ​ຊິງ​ຊະ​ນະ​ເລີດ​ໂລກ (World Cup 2026). ຢູ່​ນັດ​ແຂ່ງ​ຂັນ​ຂອງ​ກຸ່ມ H, ໃນ​ສະ​ໜາມ​ກິ​ລາ Atlanta (ອາ​ເມ​ລິ​ກາ), ແອັດ​ສະ​ບາຍ ສະ​ເໝີ​ກັບ Cape Verde ດ້ວຍ 0 – 0ປະ​ຕູ ນີ້​ແມ່ນ​ຄວາມ​ແປກ​ໃຈ​ທີ່​ສຸດ​ນັບ​ແຕ່​ຕົ້ນ World Cup 2026, ເມື່ອ​ທິມ​ບານ​ເຕະ​ຈັດ​ຢູ່​ອັນ​ດັບ​ທີ 64 ໃນ​ໂລກຍາດ​ໄດ້​ຄະ​ແນນ​ໃນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ເຂົ້າ​ຮ່ວມWorld Cup, ຕໍ່​ໜ້າ​ທິມ​ບານ​ເຕະ​ທີ່​ຈັດ​ອັນ​ດັບ​ທີ 2 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຂອງ ສະ​ຫະ​ພັນ​ບານ​ເຕະ​ໂລກ (FIFA) ແລະ ແມ່ນ​ແຊ໊ມ​ບານ​ເຕະ​ເອີ​ລົບ.

ໃນ​ນັດ​ແຂ່ງ​ຂັນ​ຕໍ່​ໄປ​ຢູ່​ກຸ່ມ G ໃນ​ສະ​ໜາມ​ກິ​ລາ Lumen Field (ອາ​ເມ​ລິ​ກາ), ແມ່ນການ​ແຂ່ງ​ຂັນລະ​ຫວ່າງ​ແບນ​ຊິກ ແລະ ເອ​ຢິບເຊິ່ງ​ແມ່ນ​ສອງ​​ທິມ​ໄດ້​ຮັບ​​ຕີ​ລາ​ຄາວ່າ​ແມ່ນ​ທິມ​​ແຂງ​​ທີ່​ສຸດ​ຂອງກຸ່ມ, ໄດ້​ອັດ​ລົງ​​ດ້ວຍ​ຜົນ​​ສະ​ເໝີກັນ​ແມ່ນ 1-1​ປະ​ຕູ ໃນ​​ວັນ​ແຂ່ງ​ຂັນ​ທຳ​ອິດ​ຂອງ World Cup 2026. ຢູ່​ກຸ່ມ H, ອາ​ຣັບ​ບິ ຊາ​ອຸ​ດິ ແລະ ອູ​ຣູກວາຍ ສະ​ເໝີກັນ ດ້ວຍ 1 – 1​ປະ​ຕູ. ຢູ່​ກຸ່ມ F, ທິມບານ​ເຕະ ຕຸ​ນີ​ຊີ ​ຖືກເສ​ຍ​ໄຊ ຕໍ່​ທິມ​ບານ​ເຕະ​ຊູ​ແອັດ ດ້ວຍ 1 – 5 ​ປະ​ຕູ ອັນ​ໄດ້​ເຮັດ​ໃຫ້ ທ່ານ Sabri Lamouchi ຄູ​ຝືກ ຂອງ​ທິມ ຕຸ​ນີ​ຊີ ຖືກ​ໄລ່​ອອກຈາກ​ຕຳ​ແໜ່ງ.


top