ຢູ່ນັດແຂ່ງຂັນຂອງກຸ່ມ H, ໃນສະໜາມກິລາ Atlanta (ອາເມລິກາ), ແອັດສະບາຍ ສະເໝີກັບ Cape Verde ດ້ວຍ 0 – 0ປະຕູ ນີ້ແມ່ນຄວາມແປກໃຈທີ່ສຸດນັບແຕ່ຕົ້ນ World Cup 2026.
Cape Verde ສະເໝີກັບ ແຊ໊ມບານເຕະເອີຣົບ ແອັດສະປາຍ (ພາບ: REUTERS/Bernadett Szabo)
ຮຸ່ງເຊົ້າວັນທີ 16 ມິຖຸນາ, ສືບຕໍ່ດຳເນີນບັນດານັດແຂ່ງຂັນບານເຕະຮອບຄັດເລືອກຂອງ ການແຂ່ງຂັນບານເຕະຮອບຊິງຊະນະເລີດໂລກ (World Cup 2026). ຢູ່ນັດແຂ່ງຂັນຂອງກຸ່ມ H, ໃນສະໜາມກິລາ Atlanta (ອາເມລິກາ), ແອັດສະບາຍ ສະເໝີກັບ Cape Verde ດ້ວຍ 0 – 0ປະຕູ ນີ້ແມ່ນຄວາມແປກໃຈທີ່ສຸດນັບແຕ່ຕົ້ນ World Cup 2026, ເມື່ອທິມບານເຕະຈັດຢູ່ອັນດັບທີ 64 ໃນໂລກຍາດໄດ້ຄະແນນໃນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມWorld Cup, ຕໍ່ໜ້າທິມບານເຕະທີ່ຈັດອັນດັບທີ 2 ໃນຕາຕະລາງຈັດອັນດັບຂອງ ສະຫະພັນບານເຕະໂລກ (FIFA) ແລະ ແມ່ນແຊ໊ມບານເຕະເອີລົບ.
ໃນນັດແຂ່ງຂັນຕໍ່ໄປຢູ່ກຸ່ມ G ໃນສະໜາມກິລາ Lumen Field (ອາເມລິກາ), ແມ່ນການແຂ່ງຂັນລະຫວ່າງແບນຊິກ ແລະ ເອຢິບເຊິ່ງແມ່ນສອງທິມໄດ້ຮັບຕີລາຄາວ່າແມ່ນທິມແຂງທີ່ສຸດຂອງກຸ່ມ, ໄດ້ອັດລົງດ້ວຍຜົນສະເໝີກັນແມ່ນ 1-1ປະຕູ ໃນວັນແຂ່ງຂັນທຳອິດຂອງ World Cup 2026. ຢູ່ກຸ່ມ H, ອາຣັບບິ ຊາອຸດິ ແລະ ອູຣູກວາຍ ສະເໝີກັນ ດ້ວຍ 1 – 1ປະຕູ. ຢູ່ກຸ່ມ F, ທິມບານເຕະ ຕຸນີຊີ ຖືກເສຍໄຊ ຕໍ່ທິມບານເຕະຊູແອັດ ດ້ວຍ 1 – 5 ປະຕູ ອັນໄດ້ເຮັດໃຫ້ ທ່ານ Sabri Lamouchi ຄູຝືກ ຂອງທິມ ຕຸນີຊີ ຖືກໄລ່ອອກຈາກຕຳແໜ່ງ.