ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໄດ້ຕີລາຄາກການພົວພັນ ຫວຽດນາມ - Bhutan ພວມມີການພັດທະນາຢ່າງດີງາມ ແລະ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ໂດຮຸ່ງວຽດ ໄດ້ໃຫ້ການຕ້ອນຮັບທ່ານ Kinzang Dorji ເອກອັກຄະລັດຖະທູດ ລາຊະອານາຈັກ Bhutan
ວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ໂດຮຸ່ງວຽດ ໄດ້ໃຫ້ການຕ້ອນຮັບທ່ານ Kinzang Dorji ເອກອັກຄະລັດຖະທູດ ລາຊະອານາຈັກ Bhutan ປະຈຳໄທ ທັງຮັບຜິດຊອບປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດ ມາຫວຽດນາມ ຍື່ນສານຕາຕັ້ງ. ທ່ານ Kinzang Dorji ແມ່ນເອກອັກຄະລັດຖະທູດຄົນທຳອິດຂອງ Bhutan ມາຫວຽດນາມເພື່ອຍື່ນສານຕາຕັ້ງນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 2012.
ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໄດ້ຕີລາຄາກການພົວພັນ ຫວຽດນາມ - Bhutan ພວມມີການພັດທະນາຢ່າງດີງາມ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີ ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງ ສອງຝ່າຍເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການຮ່ວມມືທາງດ້ານວັດທະນະທຳ, ການທ່ອງທ່ຽວ. ທ່ານໂດຮຸ່ງວຽດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງໄປຍັງ Bhutan ຄື: ຜະລິດຕະພັນກະເສດ, ສະບຽງອາຫານ, ສິນທະເລ, ສິນໃນນ້ຳ, ເຄື່ອງຈັກກະສິກຳ, ເອເລັກໂຕນິກ, ລົດໄຟຟ້າ; ພ້ອມທັງແບ່ງປັນວ່າ ຫວຽດນາມ ມີວິສາຫະກິດໃຫຍ່ຫຼາຍແຫ່ງທີ່ມີກຳລັງຄວາມສາມາດ, ອາດຈະໄປລົງທຶນຢູ່ Bhutan ໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການບໍລິການ. ທ່ານຮອງລັດຖະມົນຕີ ສະເໜີ ທ່ານເອກອັກຄະລັດຖະທູດ ຕັ້ງໜ້າແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາອົງການ, ກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ ເພື່ອຊຸກຍູ້ບັນດາກາລະໂອກາດຮ່ວມມືສອງຝ່າຍ.
ສ່ວນທ່ານເອກອັກຄະລັດຖະທູດ Kinzang Dorji ເນັ້ນໝັກວ່າ Bhutan ຍາມໃດກໍ່ຖືຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ບຸລິມະສິດເພື່ອຊຸກຍູ້ການພົວພັນສອງຝ່າຍກໍ່ຄືປາດຖະໜາຢາກຮ່ຳຮຽນບົດຮຽນປະສົບການພັດທະນາຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດປາດຖະໜາຢາກຊຸກຍູ້ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືສອງປະເທດໃນບັນດາຂົງເຂດການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືກ່ຽວກັບສາສະໜາພຸດ.