ຂ່າວສານ

Bluetronics - ຢັ້ງຢືນຄຸນຄ່າເຄື່ອງໝາຍ ຫວຽດນາມ ຢູ່ ກຳປູເຈຍ

      ໂດຍອີງໃສ່ພື້ນຖານການພົວພັນທາງດ້ານການເມືອງອັນດີງາມ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ມີບາດກ້າວພັດທະນາຢ່າງກະໂດດຂັ້ນ. ນັບມື້ນັບມີວິສາຫະກິດຂອງຫວຽດນາມ ຫຼາຍແຫ່ງ ໄດ້ເປີດກວ້າງການລົງທຶນດຳເນີນທຸລະກິດໄປຍັງຕະຫຼາດ ກຳປູເຈຍ ແລະ ບັນລຸຜົນສຳເລັດຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ກຳປູເຈຍ ເປັນຕົ້ນແມ່ນ ບໍລິສັດ Metfone ຂອງກຸ່ມບໍລິສັດ Viettel, ທະນາຄານ BIDC  ຂອງ BIDV,  Angkor Air ຂອງ Vietnam Airlines, Angkor Milk ຂອງ Vinamilk ແລະ ຫວ່າງມໍ່ໆມານີ້ ແມ່ນບໍລິສັດ Bluetronics ຂອງ The gioi di dong (Mobile World). ດ້ວຍລະດັບພັດທະນາຢ່າງວ່ອງໄວ, ຈາກບໍລິສັດກໍ່ຕັ້ງໃໝ່ໆ Bluetronics ໄດ້ບື່ນຕົວຂຶ້ນກາຍເປັນບໍລິສັດຂາຍຍ່ອຍເຄື່ອງໄຟຟ້າເອເລັກໂຕນິກ - ເຄື່ອງເຢັນອັນດັບໜຶ່ງຢູ່ ກຳປູເຈຍ.
      ໂດຍບໍ່ຄືກັນກັບເຄື່ອງໝາຍການຄ້າອື່ນໆຂອງ ຫວຽດນາມ, ຕ້ອງຮອດເດືອນມິຖຸນາປີ 2017, ກຸ່ມບໍລິສັດ The gioi di dong (Mobile World) ຈຶ່ງເລີ່ມມາດໍາເນີນທຸລະກິດຢູ່ຕະຫຼາດ ກຳປູເຈຍ ຢ່າງເປັນທາງການດ້ວຍຮູບແບບ BigPhone ຄ້າຍຄືກັນກັບລະບົບຮ້ານ Thegioididong.com ຢູ່ ຫວຽດນາມ ເຊິ່ງຂາຍສະເພາະໂທລະສັບມືຖື, ເຄື່ອງອາໄຫຼ່ ແລະ ເຄື່ອງເຕັກນິກດີຈີຕອນ. ຮອດທ້າຍປີ 2019, ຈຳນວນຫ້າງຮ້ານທັງໝົດຂອງລະບົບດັ່ງກ່າວແມ່ນ 19 ແຫ່ງ ແລະ ສ່ວນຫຼາຍແມ່ນຕັ້ງຢູ່ ນະຄອນຫຼວງພະນົມເປັນ. ພາຍຫຼັງທຳຄວາມລື້ງເຄີຍກັບຕະຫຼາດເປັນເວລາ 3 ປີ, ທາງບໍລິສັດ ໄດ້ກ້າຫັນປ່ຽນຮູບແບບຈາກ BigPhone ມາເປັນ Bluetronics (ຄ້າຍຄືກັນກັບລະບົບ ຊູບເປີ້ມາກເກັດ Dien May Xanh ເຊິ່ງເປັນບ່ອນຂາຍສະເພາະເຄື່ອງໄຟຟ້າເອເລັກໂຕນິກ, ເຄື່ອງເຢັນ ຂອງ ຫວຽດນາມ), ພ້ອມທັງສ້າງແຜນການເປີດຮ້ານ Bluetronics 50 ແຫ່ງ ພາຍໃນ 6 ເດືອນທ້າຍປີ 2020. ທ່ານ ເຈິ່ນງວຽນຈຶກ, ຜູ້ອຳນວຍການ Bluetronics ປະຈຳຢູ່ ກຳປູເຈຍ ໃຫ້ຮູ້ວ່າ ນີ້ແມ່ນຕະຫຼາດແຫ່ງໃໝ່, ສະນັ້ນທາງບໍລິສັດກໍປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງກ່ຽວກັບບັນຫາພາສີອາກອນ, ຕາໜ່າງ logistics ກໍຍັງບໍ່ທັນໄດ້ດີປານໃດ, ບໍ່ພຽງແຕ່ເທົ່ານັ້ນ ຫາກຍັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ອີກດ້ວຍ, ສະນັ້ນ, ບັນດາວິສາຫະກິດ, ໂດຍສະເພາະແມ່ນບໍລິສັດຂາຍຍ່ອຍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ເຖິງຢ່າງໃດກໍຕາມ The gioi di dong ກໍຕັດສິນໃຈວ່າ “ເວົ້າໄດ້ກໍຕ້ອງເຮັດໄດ້”.
      ທ່າໄດ້ປຽບຂອງພວກຂ້າພະເຈົ້າແມ່ນເອົາຮູບແບບທີ່ປະສົບຜົນສຳເລັດພໍສົມຄວນຢູ່ ຫວຽດນາມ ໄປຜັນຂະຫຍາຍຢູ່ ກຳປູເຈຍ. ເພາະສະນັ້ນ, ມາຮອດປັດຈຸບັນ, Bluetronics ໄດ້ບັນລຸເປົ້າໝາຍເປີດຮ້ານ 50 ແຫ່ງ ຢູ່ 13 ໃນຈຳນວນ 25 ແຂວງ, ນະຄອນ ດ້ວຍຈຳນວນພະນັກງານປະມານ 700 ຄົນ ແລະ ຂາຍສະເພາະກ່ຽວກັບຜະລິດຕະພັນເຄື່ອງໄຟຟ້າ, ເຄື່ອງເຢັນ, ເຄື່ອງໃຊ້ໄຟຟ້າ, ໂທລະສັບມືຖື, ຄອມພິວເຕີ, ເຄື່ອງອາໄຫຼ່… ຄາດວ່າ ລາຍຮັບໃນປີ 2021 ບັນລຸປະມານ 22 ລ້ານ USD. ໃນຊຸມປີຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ປັບປຸງການເຄື່ອນໄຫວດຳເນີນທຸລະກິດໃຫ້ດີທີ່ສຸດ ແລະ ຂະຫຍາຍອອກບັນດາແຂວງ, ນະຄອນອື່ນ ຫຼືຢູ່ ພະນົມເປັນ ດ້ວຍເປົ້າໝາຍແມ່ນ ຕ້ອງປົກຄຸມໃຫ້ຫຼາຍ”.
      ລະບົບ Bluetronic ຢູ່ ກໍາປູເຈຍ ຖືຄວາມພໍໃຈຂອງລູກຄ້າ ເປັນປັດໄຈຈຸດສຸມ
ກໍຕາມທ່ານ ຈຶກ ແລ້ວ, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຕາມ, ແຕ່ຄາດວ່າ ລາຍຮັບຂອງ Bluetronics ຍັງເພີ່ມຂຶ້ນທົບ 1,5 ເທົ່າ ເມື່ອທຽບໃສ່ປີ 2020. ປັດຈຸບັນ, ທາງບໍລິສັດນີ້ພວມນຳໜ້າໃນຕະຫຼາດຂາຍຍ່ອຍຢູ່ ກຳປູເຈຍ ນັບທັງຂອບຂະໜາດ ແລະ ລາຍຮັບ. ເຄັດລັບທີ່ນຳມາເຊິ່ງຄວາມສຳເລັດຂອງ Bluetronics ແມ່ນ ໄປຄຽງຄູ່ກັບມາດຕະຖານກ່ຽວກັບຄຸນນະພາບຂອງຜະລິດຕະພັນແລ້ວ, Bluetronics ຖືລູກຄ້າເປັນຈຸດສຸມ ແລະ ນຳມາເຊິ່ງຄວາມພໍໃຈໃຫ້ແກ່ລູກຄ້າ. ອ້າຍ ຣິນແກວ, ຊາວ ກຳປູເຈຍ ດຳລົງຊີວິດຢູ່ ຮ່າໂນ້ຍ, ເຊິ່ງເປັນລູກຄ້າປະຈຳຂອງຊຸບເປີມາກເກດ Dien May Xanh ຫວຽດນາມ, ເມື່ອຮູ້ເຄື່ອງໝາຍການຄ້ານີ້ໄດ້ມີໜ້າຢູ່ ກຳຢູເຈຍ ດ້ວຍຊື່ວ່າ Bluetronics ກໍແນະນຳໃຫ້ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງຕົນໄປຊື້. ອ້າຍແບ່ງປັນວ່າ:
      ຂ້າພະເຈົ້າຊື້ເຄື່ອງຢູ່ Dien May Xanh ຫຼາຍແລ້ວ, ສະນັ້ນ, ເມື່ອຮູ້ວ່າຮູບແບບດັ່ງກ່າວໄດ້ມີໜ້າຢູ່ ກຳປູເຈຍ ກໍໄດ້ແນະນຳໃຫ້ໝູ່ໄປຊື້ເລີຍ. ຜູ້ໃດກໍຍ້ອງ. ຜະລິດຕະພັນຢູ່ທີ່ນີ້ມີຫຼາຍເກດ, ຫຼາຍລະດັບລາຄາໃຫ້ລູກຄ້າເລືອກຊື້, ພະນັກງານກໍສຸພາບ, ເປັນມິດສະໜິດສະໜົມ, ການບໍລິການຫຼັງການຂາຍກໍດີ.”
      ປັດຈຸບັນ, ລະບົບ Bluetronics ມີພະນັກງານ ແລະ ຜູ້ບໍລິຫານທັງໝົດ 700 ຄົນ, ສ່ວນຫຼາຍແມ່ນບັນດາເພື່ອນໜຸ່ມຂອງ ກຳປູເຈຍ, ມຸ່ງໄປເຖິງການສ້າງສະພາບແວດລ້ອມເຮັດວຽກແຫ່ງຄວາມສີວິໄລ, ທັນສະໄໝ, ຍຸຕິທຳ, ໂປ່ງໃສ, ນຳມາເຊິ່ງກາລະໂອກາດພັດທະນາໃຫ້ແກ່ທຸກໆຄົນ. ເຖິງວ່າໃນສອງປີຜ່ານມາລ້ວນແຕ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ທາງບໍລິສັດບໍ່ໄດ້ຫລຸດຈຳນວນພະນັກງານລົງ, ຫາກຍັງມີການດັດປັບຢ່າງເໝາະສົມ ແລະ ທັນການ ເພື່ອໃຫ້ພະນັກງານມີຄວາມອຸ່ນອ່ຽນໃຈເຮັດວຽກ. ທິດາ, ພະນັກງານຢູ່ຮ້ານ Bluetronics ຢູ່ ພະນົມເປັນ ແບ່ງປັນວ່າ:
ເຖິງວ່າມີວິສາຫະກິດຫຼາຍແຫ່ງຕ້ອງປິດປະຕູ, ຫລຸດຈຳນວນພະນັກງານ, ຕັດເງິນເດືອນ, ແຕ່ຢູ່ Bluetronics ບໍ່ມີຜູ້ຕ້ອງລາອອກ. ສຳລັບຜູ້ໃດທີ່ຢູ່ເຂດແດງ, ທາງບໍລິສັດກໍອະນຸຍາດໃຫ້ບໍ່ຕ້ອງໄປການໃນໄລຍຖືກຈຳກັດບໍລິເວັນ ແຕ່ຍັງໄດ້ຮັບເງິນເດືອນພື້ນຖານ 50% ບວກກັບເງິນອຸດໜູນຜູ້ລະ 50 USD ອີກດ້ວຍ. ສຳລັບຜູ້ໃດທີ່ຕິດເຊື້ອໂຄວິດ - 19, ກໍໄດ້ຮັບເງິນເດືອນ 50% ແລະ ເງິນອຸດໜູນ 100 USD/ຄົນ. ເຖິງວ່າ ເຮັດແນວນັ້ນຈະບໍ່ມີກຳໄລ ແຕ່ທາງບໍລິສັດກໍຍັງພະຍາຍາມຮັກສານະໂຍບາຍນັ້ນໃຫ້ພວກຂ້າພະເຈົ້າອຸ່ນອ່ຽນໃຈເຮັດວຽກ”.
ໄປຄຽງຄູ່ກັບການເຄື່ອນໄຫວດຳເນີນທຸລະກິດ, ລະບົບ Bluetronics ກໍຍັງເອົາໃຈໃສ່ເຖິງການເຄື່ອນໄຫວສັງຄົມ ໂດຍຜ່ານລາຍການລະດົມການບໍລິຈາກເຂົ້າສານ 100 ໂຕນໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນທີ່ມີສາຂາຂອງ Bluetronics.
      ຍ້ອນມີຄວາມຕັດສິນໃຈ ແລະ ທິດເດີນທີ່ຖືກຕ້ອງ, Bluetronics ໄດ້ ແລະ ພວມຢັ້ງຢືນຄຸນຄ່າເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ກຳປູເຈຍ. ເຖິງວ່າ ບໍ່ແມ່ນຕະຫຼາດທີ່ກວ້າງໃຫຍ່ກໍຕາມ, ແຕ່ The gioi di dong ຖື ກໍາປູເຈຍ ແມ່ນຕະຫຼາດຍຸດທະສາດ, ແມ່ນພື້ນຖານ ແລະ ໂອກາດເພື່ອຮຽນຮູ້ບັນດາປະສົບການລະອຽດ, ກະກຽມໃຫ້ຕົ້ນປີ 2022 ຈະມີບາດກ້າວເດີນໄປໄກກວ່າໃນພາກພື້ນ, ພິຊິດຕະຫຼາດໃຫຍ່ຄື ອິນໂດເນເຊຍ, ຟີລິບປິນ… ຈາກສິ່ງທີ່ໄດ້ປະຕິບັດຢູ່ ຫວຽດນາມ ແລະ ກຳປູເຈຍ, ຄວາມໄຝ່ຝັນດັ່ງກ່າວຂອງ The gioi di dong ແມ່ນມີພື້ນຖານ ແລະ ມີຄວາມເປັນໄປໄດ້ຢ່າງແທ້ຈິງ./. 


top