ຂ່າວສານ

BIDV ສູ້ຊົນກາຍເປັນສຳນັກການເງິນແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້

ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງທະນາຄານຫຸ້ນສ່ວນການຄ້າ ລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ດຳເນີນໃນຕອນເຊົ້າວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ.
  ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ພິທີ (ພາບ: VGP)  

 ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ຢັ້ງຢືນວ່າ 65 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, BIDV ໄດ້ກາຍເປັນທະນາຄານການຄ້າແຖວໜ້າ ຫວຽດນາມ ກ່ຽວກັບຂອບຂະໜາດ, ຄຸນນະພາບ, ປະສິດທິຜົນ, ມີກຳລັງຄວາມສາມາດດ້ານການເງິນ, ພັດທະນາລະບອບລະບຽບການ, ພ້ອມທັງແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຢ່າງມີປະສິດທິຜົນ ເພື່ອ ໜູນຊ່ວຍຜູ້ມີຄຸນງາມຄວາມດີ, ເປົ້າໝາຍນະໂຍບາຍ, ຮັບປະກັນການໜູນຊ່ວຍສັງຄົມ ແລະ ປະຕິບັດຄວາມຮັບຜິດຊອບສັງຄົມຂອງ ວິສາຫະກິດໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເປົ້າໝາຍຈຸດສຸມ, ຕົ້ນຕໍ ທີ່ໄດ້ວາງອອກໃຫ້ BIDV ນັບແຕ່ນີ້ຈົນຮອດປີ 2030 ແມ່ນຕ້ອງສູ້ຊົນໃຫ້ກາຍເປັນທະນາຄານໄດ້ນອນໃນ Top 20 ທະນາຄານແຖວໜ້າອາຊີຕາເວັນອອກສ່ຽງໃຕ້, Top 100 ທະນາຄານໃຫຍ່ທີ່ສຸດຢູ່ອາຊີປາຊີຟິກ.

ເນື່ອງໃນໂອກາດນີ້, ທ່ານຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ຂອງ ຫວຽດນາມ ໃຫ້ແກ່ BIDV, ທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ລາວ ໄດ້ມອບຫຼຽນໄຊພັດທະນາຊັ້ນ 2 ຂອງ ສປປ.ລາວ ແລະ ທ່ານນາງ Men Sam An ຮອງປະທານພັກປະຊາຊົນ ກຳປູເຈຍ, ຮອງນາຍົກລັດຖະມົນຕີ ກຳປູເຈຍ ມອບຫຼຽນໄຊ Sahametrei ຊັ້ນ Moha Sena ຂອງລາຊະອານາຈັກ ກຳປູເຈຍ ໃຫ້ແກ່ BIDV.


top