ເຄື່ອງໝາຍ ຫວຽດ

Austdoor-ປະຕູມ້ວນ ດ້ານຄວາມປອດໄພ

ດ້ວຍການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າປະຕູ ມ້ວນ ມາ ເປັນເວລາ 15 ປີ, ປັດຈຸບັນ, ກຸ່ມບໍລິສັດ Austdoor ໄດ້ຢັ້ງຢືນ ຖານະບົດບາດ ຂອງ ຕົນໃນການຜະລິດ ປະຕູມ້ວນ ແຖວໜ້າ ຢູ່ ຫວຽດນາມ ດ້ວຍບັນດາຜະລິດຕະພັນຄື: ປະຕູມ້ວນ, ປະຕູ ຢາງ, ປະຕູອາລູມີນຽມ, ປະຕູໄມ້ HUGE ແລະ ອື່ນໆ. 
ໄດ້ຮັບການສ້າງຕັ້ງເມື່ອປີ 2003 ດ້ວຍການເຊັນສັນຍາ ມອບ ຮັບເຕັກໂນໂລຊີ ກັບກຸ່ມບໍລິສັດ B&D-ເຄື່ອງໝາຍ ການຄ້າປະ ຕູມ້ວນ ທີ່ມີຊື່ສຽງຂອງ ອົດສະຕຣາລີ. Austdoor ຫວັງວ່າ ຈະ ນຳປະຕູທີ່ທັນສະໄໝ ເມືອ ຫວຽດນາມ ເພື່ອຊ່ວຍ ຜູ້ບໍລິໂພກ ຢູ່ ພາຍໃນ ໄດ້ມີໂອກາດ ນຳໃຊ້ບັນດາຜະລິດຕະພັນທີ່ ຈະເລີນ ກ້າວໜ້າ ແລະ ໄດ້ຜະລິດດ້ວຍເຕັກນິກໃໝ່. ທ່ານ ເຢືອງກວກ ຕວັນ-ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Austdoor ໃຫ້ຮູ້ວ່່າ: Austdoor ເລີ່ມຕົ້ນທຸລະກິດດ້ວຍການຕັ້ງໂຮງງານຜະລິດ ໃນເນື້ອທີ່ 350 ຕະລາງແມັດ ຢູ່ເຂດອຸດສາຫະກຳ ຫງອກໂຮ່ຍ, ເມືອງ ແທງຈີ່, ນະຄອນ ຮ່າໂນ້ຍ ມີກຳລັງການ ຜະລິດ 20.000 ຕະ ລາງແມັດຕໍ່ປີ. ປັດຈຸບັນ, Austdoor ມີພະນັກງານທັງໝົດ 1.000 ຄົນ ພວມເຮັດວຽກໃນ ໂຮງງານຜະລິດ 5 ແຫ່ງ ຢູ່ ຮຶງ ອຽນ, ເຫງ້ອານ ແລະ ເຍີນແຈກ (ແຂວງ ດົ່ງນາຍ). ໃນນັ້ນ ໂຮງ ງານ Austdoor ອຽນໝີ໋ ແມ່ນໂຮງງານຜະລິດປະຕູມ້ວນ ໃຫຍ່ ສຸດ ຢູ່ ຫວຽດນາມ ດ້ວຍກຳລັງການຜະລິດ 360.000 ຕະລາງ ແມັດຕໍ່ປີ. Austdoor ພວມເປັນຫົວໜ່ວຍຜະລິດປະຕູ ມ້ວນ ໜຶ່ງດຽວ ມີລະບົບຈຳໜ່າຍຜະລິດຕະພັນໃນທົ່ວປະເທດ ດ້ວຍ ສາຂາກວ່າ 500 ແຫ່ງ, ຮ້ານຂາຍ 2.000 ຮ້ານ ຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ. 


ຕ່ອງໂສ້ຈອດຂອບປະຕູມ້ວນທີ່ມີຄຸນນະພາບສູງຂອງ Austdoor.


ນັກວິສາວະກອນຂອງໂຮງງານ Austdoor ພວມກວດກາລະບົບອຸປະກອນເຕັກນິກຂອງຜະລິດຕະພັນ.


ບັນຊາລະບົບເຕົາເຜົາໄຟ ເພື່ອຄວບຄຸມຄຸນນະພາບຂອງຜະລິດຕະພັນ.


ຂັ້ນຕອນສຸດທ້າຍໃນການຜະລິດປະຕູມ້ວນ.


ກຳມະກອນຂອງໂຮງງານ Austdoor ພວມກວດກາບັນດາຜະລິດຕະພັນປະຕູມ້ວນ ກ່ອນທີ່ຈະຈຳໜ່າຍອອກ ສູ່ຕະຫຼາດ.


ຂັ້ນຕອນການຫຸ້ມຫໍ່ບັນດາຜະລິດຕະພັນປະຕູມ້ວນ ກ່ອນທີ່ຈະຈຳໜ່າຍອອກ ສູ່ຕະຫຼາດ..

Austdoor ຖືການປັບປຸງ ແລະ ພັດທະນາເຕັກໂນໂລຊີ ແມ່ນ ປັດໄຈ ສຳຄັນ, 15 ປີແຫ່ງການພັດທະນາ, Austdoor ໄດ້ມີ ການ ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ຕອບສະໜອງໃຫ້ແກ່ ຄວາມຕ້ອງການ ຂອງຜູ້ຊົມໃຊ້ ໃຫ້ດີທີ່ສຸດ. ແຕ່ພື້ນຖານເຕັກ ໂນໂລຊີຂອງ ອົດສະຕຣາລີ ໃນເບື້ອງຕົ້ນ, Austdoor ໄດ້ມີຫົວ ຄິດປະດິດສ້າງ, ດັດແປງ ຜະລິດຕະພັນໃຫ້ ນັບມື້ນັບດີ ຂຶ້ນ ແລະ ເໝາະກັບຄວາມຕ້ອງການ ຂອງ ຜູ້ບໍລິໂພກ ຫວຽດນາມ. ປັດຈຸບັນ, ປະຕູມ້ວຍ Austdoor ບໍ່ພຽງແຕ່ແມ່ນ ເຄື່ອງໝາຍ ການຄ້າ ປະຕູມ້ວນ ແຖວໜ້າຢູ່ພາຍໃນເທົ່ານັ້ນ, ຫາກຍັງປະ ກອບສ່ວນເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດ ນຳໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນການຜະລິດປະຕູ ມ້ວນ, ແຊງໜ້າບັນດາປະເທດພັດທະນາໃນພາກພື້ນຄື: ໄທ, ອິນໂດ ເນເຊຍ, ຟີລິບປິນ ແລະ ອື່ນໆ.

ປັດຈຸບັນ, Austdoor ໄດ້ສົ່ງຜະລິດຕະພັນ ປະຕູ ມ້ວນ ອອກ ສູ່ ບັນດາປະເທດຄື: ສປປ ລາວ, ກຳປູເຈຍ, ມຽນມາ ແລະ ໄທ. ປີ 2019, Austdoor ໄດ້ວາງເປົ້າໝາຍສົ່ງຜະລິດຕະພັນ ປະຕູ ມ້ວນ ອອກສູ່ຕະຫຼາດ ອາຊຽນ, ໃນນັ້ນສຸມໃສ່ ຕະຫຼາດ ສິງກະໂປ. 


ຜະລິດຕະພັນປະຕູມ້ວນ C70.


ປະຕູມ້ວນ Austvision, ຜະລິດຕະພັນໜຶ່ງທີ່ມີເຕັກໂນໂລຊີ ລະດັບສູງຂອງ Austdoor.


ກິດຈະກຳທີ່ທັນສະໄໝແຫ່ງໜຶ່ງ ໄດ້ຕິດຕັ້ງລະບົບປະຕູມ້ວນຂອງ Austdoor.


ລະບົບປະຕູມ້ວນ L120 ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ ເຈົ້າຂອງເຮືອນ. 

ນອກຈາກປະຕູມ້ວນ Austdoor, ປະຕູ ອາລູມີນຽມ Topal ເປັນປະເພດຜະລິດຕະພັນຍຸດທະສາດໃໝ່ຂອງກຸ່ມບໍລິສັດ. ເຄື່ອງໝາຍການຄ້າ TOPAL ຊຶ່ງກຸ່ມບໍລິສັດ Austdoor ສະ ເໜີຕົວເມື່ອປີ 2017, ມີວິໄສທັດ ຈະກາຍເປັນເຄື່ອງໝາຍການ ຄ້າປະຕູ ອາລູມີນຽມ ຫວຽດ ລະດັບສາກົນ, ນຳໜ້າໃນການ ສ້າງ ມາດຕະຖານໃໝ່ໃນຂະແໜງການຜະລິດ ອາລູມີນຽມ ເພື່ອຮັບໃຊ້ໃຫ້ການກໍ່ສ້າງຢູ່ ຫວຽດນາມ. ປະຕູ ອາລູມີນຽມ Topal Slima ຂັ້ນກາງ, ມີການອອກແບບທີ່ທັນສະໄໝ ແລະ ປະຕູ ອາລູມີນຽມTopal Prima ຂັ້ນສູງ ໄດ້ສ້າງຊື່ສຽງທີ່ໂດ່ງດັງ ໃນຕະຫຼາດ ອາລູມີນຽມ ຫວຽດ. Topal Prima ແມ່ນຜະລິດ ຕະພັນສໍາລັບ ອະນາຄົດ, ຕອບສະໜອງໄດ້ ຄວາມຮຽກຮ້ອງ ຕ້ອງການ ໃຫ້ແກ່ລະບົບປະຕູ ອາລູມີນຽມ ຂັ້ນສູງ, ພ້ອມແລ້ວ ທີ່ຈະຮັບໃຊ້ ໃຫ້ແກ່ ພາລະໜ້າທີ່ ສົ່ງຂະແໜງການຜະລິດ ອາລູ ມີນຽມ ຫວຽດ ຂຶ້ນສູ່ ລະດັບສູງໃໝ່. 
 
ບົດ: ບິກເວິນ - ພາບ: ແທງຢາງ

top