ຄະນະນັກກິລາ ຫວຽດນາມ ໄດ້ຮັກສາອັນດັບທີ 15 ໃນຕາຕະລາງຈັດອັນດັບຫຼຽນ ASIAD 2023, ດ້ວຍ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ.
ວັນທີ 29 ກັນຍາ ແມ່ນວັນແຂ່ງຂັນທາງການທີ 6 ຂອງງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 2023). ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຂອງ ຫວຽດນາມ ແມ່ນຜູ້ດຽວຄວ້າໄດ້ຫຼຽນໃຫ້ແກ່ຄະນະນັກກິລາ ຫວຽດນາມ.
ໄລ່ຮອດ 21 ໂມງ 30 ນາທີຂອງວັນທີ 29 ກັນຍາ, ຄະນະນັກກິລາ ຫວຽດນາມ ໄດ້ຮັກສາອັນດັບທີ 15 ໃນຕາຕະລາງຈັດອັນດັບຫຼຽນ ASIAD 2023, ດ້ວຍ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ. ປະເທດເຈົ້າພາບ ຈີນ ນຳໜ້າດ້ວຍ 105 ຫຼຽນຄຳ, ຖັດມາແມ່ນ ຍິ່ປຸ່ນ ດ້ວຍ 27 ຫຼຽນຄຳ, ອັນດັບທີ 3 ແມ່ນ ສ.ເກົາຫຼີ ດ້ວຍ 26 ຫຼຽນຄຳ.