ຂ່າວສານ

ASIAD 2018: ຫວຽດນາມ ຢືນອັນດັບທີ 13 ຊົ່ວຄາວໃນຕາຕະລາງຈັດອັນດັບດ້ວຍຫຼຽນທອງ 2 ຫຼຽນ

      ພາຍຫລັງວັນແຂ່ງຂັນກິລາທຳອິດຂອງ ASIAD 2018 ໄດ້ສິ້ນສຸດໃນວັນທີ 19 ສິງຫາ, ຄະນະນັກກິລາ ຫວຽດນາມ ມີຄວາມປິຕິຊົມຊື່ນຫລາຍຢ່າງ.
       ກິລາ ຫວຽດນາມ ຄວ້າໄດ້ຫຼຽນທອງຫຼຽນທຳອິດໃນການແຂ່ງຂັນກິລາມວຍ Taekwondo ເພດຊາຍ. ກິລາປະເພດຍິງປືນກໍ່ຄວ້າໄດ້ຫຼຽນທອງຫຼຽນທີ 2 ຢູ່ລາຍການຍິງປືນສັ້ນ 10 ແມັດຍິງ - ຊາຍ.
      ຕາມຕາຕະລາງຈັດອັນດັບ, ພາຍຫລັງມື້ແຂ່ງຂັນທຳອິດແລ້ວ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 13 ຊົ່ວຄາວ ກັບ ຟີລິບປີນ. ຢືນອັນດັບທີ 1 ແມ່ນ ຈີນ ດ້ວຍຫຼຽນຄຳ 7 ຫຼຽນ ຖັດມາແມ່ນ ຍີ່ປຸ່ນ, ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)
 


top