ຂ່າວສານ

ASIAD 2018: ມື້ແຂ່ງຂັນທີ 12 - ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 15

ໃນມື້ແຂ່ງຂັນທີ 12, ບັນດານັກກິລາຍິງໄດ້ນຳມາໃຫ້ຄະນະນັກກິລາ ຫວຽດນາມ ຕື່ມອີກຫຼຽນທອງ 2 ຫຼຽນ ໃນການແຂ່ງຂັນແລ່ນແລະລານ ແລະ Kurash, ໃນການແຂ່ງຂັນມື້ນີ້ ບໍ່ມີຈຸດພົ້ນເດັ່ນຫຍັງຫລາຍ ແລະ ກໍ່ບໍ່ມີຄວາມຫວັງທີ່ຈະຍາດໄດ້ຫຼຽນ.

ASIAD 2018: ມື້ແຂ່ງຂັນທີ 12 - ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 15 (ພາບ: AFP/TTXVN)

ບັນດານັກກິລາຍິງ, ກວັ໊ດທິລານ, ຫງວຽນທິອວັນ, ຫງວຽນທິຮັ່ງ ແລະ ຮ່ວາງທິງອັກ ຄວ້າໄດ້ຫຼຽນທອງໃນລາຍການແລ່ນລານ 4x400 ແມັດຍິງ ດ້ວຍຜົນງານ 3 ນາທີ 33 ວິນາທີ 23 ລິບດາ. ນັກກິລາ ຫວູທິເມັ໊ນ ຄ້ວາໄດ້ຫຼຽນທອງໃນລາຍການເຕັ້ນຍາວກ້າວ 3 ບາດ ດ້ວຍຜົນງານ 13,93 ແມັດ.

        ໄລ່ຮອດທ້າຍມື້ແຂ່ງຂັນທີ 12, ຄະນະນັກກິລາ ຫວຽດນາມ ຍາດໄດ້ທັງໝົດ 35 ຫຼຽນ, ໃນນັ້ນມີຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 15 ຫຼຽນ ແລະ ລຽນທອງ 16 ຫຼຽນ.

(ແຫຼ່ງຄັດຈາກ VOV)

 


top