ສື່ມວນຊົນສາກົນຕີລາຄາສູງໄຊຊະນະຂອງທິມ Olympic ຫວຽດນາມ
(ພາບ: thethaotv.vn)
ໃນບົດຂຽນກ່ຽວກັບນັດບານເຕະ, ໜ້າຫຼັກຂອງເວັບໄຊສະຫະພັນບານເຕະອາຊີ (AFC) ໄດ້ຕີລາຄາວ່າ ໄຊຊະນະຂອງທິນ Olympic ຫວຽດນາມ ແມ່ນດີຫຼາຍ ຍ້ອນນັບທັງດ້ານເຕັກນິກລີລາການເຕະ ແລະ ບົດຮຽນໃນການແຂ່ງຂັນ.
ສື່ມວນຊົນປະເທດເຈົ້າພາບອິນໂດເນເຊຍ ກໍ່ສະແດງໃຫ້ເຫັນຄວາມປະທັບໃຈຕໍ່ໄຊຊະນະ 3 – 0 ຂອງທິນບານເຕະຫວຽດນາມ ແລະ ມີທັດສະນະເຊັ່ນດຽວກັນທີ່ວ່າ, ອາດຈະຍາດໄດ້ຜົນງານຫຼາຍກວ່າ ຖ້າຫາກບັນດານັກກິລາບານເຕະຫວຽດນາມ ນຳໃຊ້ທຸກກາລະໂອກາດ.
ໃນຂະນະນັ້ນ, ໜັງສືພິມ Sohu ຂອງຈີນ ແລະ Sports Seoul ຂອງສ.ເກົາຫຼີ ໃຫ້ໃຫ້ຂໍ້ສັງເກດວ່າ ກຳລັງແຮງຂອງບັນດານັກກິລາຫວຽດນາມ ແມ່ນ “ບໍ່ອາດຖືເບົ່າໄດ້”.
(ແຫຼ່ງຄັດຈາກ VOV)