ອາຊຽນ

ASEAN ຜ່ານຜ່າສິ່ງທ້າທາຍ ໃນປີ 2021

ທ່ານ ປອ Collin Koh ຈາກໂຮງຮຽນຄົ້ນຄວ້າສາກົນ S. Raja ratnam International Studies (RSIS) ທີ່ ສິງກະໂປ ໄດ້ສັງ ເກດວ່າ ຈຸດເດັ່ນຂອງ ASEAN ໃນປີ 2021 ແມ່ນຄວາມພະຍາ ຍາມເພື່ອຄວບຄຸມການລະບາດ ໃນລະດັບພາກພື້ນ ແລະ ເພີ່ມທະວີການພົວພັນ ກັບບັນດາປະເທດ ນອກພາກພື້ນ.
ASEAN ຢືນຢັນຖານະບົດບາດ ຂອງຕົນ

ພິ​ເສດ, ຜູ້​ຊ່ຽວຊານ ​ຮວ່າງ​ທິຮ່າ​ ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ ISEAS-Yusof Ishak ​ໃຫ້​ຮູ້​ວ່າ ​ໃນ​ຖານະ​ເປັນ​ປະທານ​ ASEAN ​ປີ 2021, ບຣູ​ໄນ ​ໄດ້​ກຳນົດທິດ​​ການ​ເຄື່ອນ​ໄຫວ ​ຂອງ ASEAN ​ເຂົ້າໃນບັນ ດາ​ເນື້ອ​ໃນ​​ຮ່ວມ​ມື​ສະ​ເພາະຂະແໜງການ ຢ່າງລະອຽດ, ​ໂດຍ​ຜ່ານ​ຫົວ​ຂໍ້​ວ່າ: “ພວກ​ເຮົາ​ເອົາ​ໃຈ​ໃສ່, ກະກຽມ ​ແລະ ພັດທະນາ​ຮ່ວມ​ກັນ,” ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ​ໂຄງການປ້ອງ​ກັນ​ໂຄ​ວິດ-19, ຟື້ນ​ຟູ​ເສດຖະກິດ, ການ​ຫັນປ່ຽນ​ ດີ​ຈີ​ຕອນ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ໃນ​ນັ້ນ​ມີ​ຫຼາຍ​ໂຄງການ ​ແລະ ຫົວຄິດປະດິດສ້າງ​ໄດ້​ຮັບການລິ​ເລີ່​ມ ຂຶ້ນ ນັບ​ແຕ່ ​ຫວຽດນາມ ​ເປັນ​ປະທານ ASEAN 2020 ​ເຊັ່ນ: ກອງ​ທຶນຮັບມືກັບ ​ໂຄ​ວິດ-19, ຄັງ​ສະ​ສົມ ​ອຸປະກອນ ການ​ແພດ, ຂອບ ​ເຂດ​ການ​ຟື້ນ​ຟູ​ລວມ ​ແລະ ຂອບ​ເຂດ​ສັນຍາ ​ແລວ​ທາງ​ເສດ ຖະ ກິດ ​ຂອງ ASEAN ​ໄດ້​ຮັບ​ການ​ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ...


ແຕ່ວັນທີ 25-28 ຕຸລາ 2021, ຄະນະກຳມະການ ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ ປະຈຳ ເມັກຊິກໂກ (ACMC) ສົມທົບກັບສະພາທຸລະກິດ ເມັກຊິກໂກ ກ່ຽວກັບ ການ ຄ້າ ຕ່າງປະ ເທດ, ການລົງທຶນ ແລະ ເຕັກໂນໂລຊີ (COMCE) ໄດ້ທໍາການ ຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Michoacan (ເມັກ ຊິກໂກ) ແນໃສ່ ຊຸກຍູ້ການແລກປ່ຽນການຄ້າ ແລະ ການລົງທຶນ ກັບທ້ອງຖິ່ນ. ພາບ: ລືວຫວຽດຮຸ່ງ/VNA


ວັນ​ທີ 19 ຕຸ​ລາ 2021, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ​ ຂຶ້ນ ກັບ ມະ​ຫາ​ວິ​ທະ​ຍາ​ໄລ ​ສັງລວມແຫ່ງ​ຊາດ Kiev ມີຊື່ວ່າ Taras Shevchenko ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອູ​ແກຣນ ໄດ້​ຈັດ​ພິ​ທີ​ເປີດນຳໃຊ້​ສູນ​ກາງຄົ້ນຄວ້າ ບັນດາປະເທດ ASEAN ດ້ວຍການ ສົມທົບຂອງບັນດາສະ​ຖະ​ທູດ ປະ​ເທດ​ ອາ​ຊຽນ ຢູ່​ນະ​ຄອນ ຫຼວງ Kiev. ພາບ: VNA


ວັນ​ທີ 4 ທັນວາ 2021, ກອງທັບ​ເຮືອ ​ອິນ​ໂດ​ເນ​ເຊຍ​ ປະກາດ​ວ່າ ASEAN ແລະ ຣັດ​ເຊຍ​ ໄດ້​ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ ​ຄັ້ງ​ທຳ​ອິດ. ການ​ຊ້ອມ​ຮົບແກ່ຍາວ​ເປັນ​ເວລາ 3 ວັນ ຢູ່​ນອກ​ຝັ່ງ​ທະ​ເລ ​ແຂວງ ​Sumatra ​ເໜືອ​ ຂອງ ​ອິນ​ໂດ​ເນ​ເຊຍ ​ແນ​ໃສ່​ເພີ່ມ​ທະ ວີ​ການ​ປະສານສົມທົບ ​ລະຫວ່າງ​ກອງທັບ​ເຮືອ ​ຂອງ ​ບັນດາ​ປະ​ເທດ​ສະມາຊິກ ASEAN ​ແລະ ສ ຣັດ​ເຊຍ ​ໃນ​ເຂດ​ທະ​ເລ​ຍຸດ​ທະ​ສາດ ​ແຫ່ງນີ້. ພາບ: VNA


ວັນ​ທີ 9 ກັນຍາ 2021, ຢູ່​ນະຄອນຫຼວງ Prague (ສ.ເຊັກໂກ), ຄະນະ​ກຳມະການ​ ອາ​ຊຽນ ປະຈຳ ສ.ເຊັກ ໂກ ໄດ້​ຈັດ​ຕັ້ງ​ວັນ​ຄອບຄົວ​ ອາ​ຊຽນ 2021 ໂດຍສະຖານທູດ​ ມຽນມາ ເປັນປະທານ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດທີ່​ປຶກ​ສາ 6 ປະ​ເທດ ອາ​ຊຽນ ປະ​ຈຳ ສ.ເຊັກ​ໂກ ລວມມີ: ຫວຽດນາມ, ຟີ​ລິບ​ປິນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ ແລະ​ ມຽນມາ​ ພ້ອມ​ດ້ວຍ​ພັນລະຍາ, ສາມີ​ ແລະ​ ເຈົ້າ​ໜ້າ​ທີ່​ ແລະ​ ພະນັກງານ​ຂອງ​ສະຖານທູດ ແລະ​ ສຳນັກງານ​ຜູ້ຕາງໜ້າ​ຂອງ 6 ປະ​ເທດ​ສະມາຊິກ​ ອາ​ຊຽນ​ ແລະ​ ຄອບຄົວ​ຂອງ​ເຂົາ​ເຈົ້າ ໄດ້ ເຂົ້າຮ່ວມຢ່າງກະຕືລືລົ້ນໃນມື້ມ່ວນຊື່ນ. ເຂົ້າ​ຮ່ວມ​ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຖ໋າຍຊວນຢຸງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຜູ້​ແທນ ແລະ ບັນດາ​ອົງການ​ສື່​ມວນ​ຊົນ, ດ້ວຍການກະກຽມຢ່າງລະອຽດ ແລະ ມີ​ຫົວຄິດ​ປະດິດ​ສ້າງ​, ສະນັ້ນ ຈຶ່ງໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຄະນະ ກຳມະການ​ ອາ​ຊຽນ ​ແລະ ຄະນະ​ຜູ້​ແທນ​ ອາ​ຊຽນ. ພາບ: ຮົ່ງກີ/VNA 


ວັນ​ທີ 5 ກໍລະກົດ 2021, ຄະນະ​ກຳມະການ​ບັນດາ​ປະ​ເທດ ອາ​ຊຽນ ປະຈຳ ອາກຊັງຕິນ (ACBA) ລວມມີ  ຫວຽດນາມ, ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ ​ໄດ້​ຈັດ​ພິທີ​ມອບ​ຮັບ​ເຄື່ອງ​ບໍລິຈາກ ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ໃນ​ແຂວງ Buenos Aires ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ເກີດ​ຈາກ​ໂລກ​ລະ​ບາດ  COVID-19. ພາບ: TTXVN


ຕອນ​ເຊົ້າ​ວັນ​ທີ 9 ພະຈິກ 2021, ຢູ່ ​ຮ່າ​ໂນ້ຍ, ທ່ານ​ລັດຖະມົນ ຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ແລະ ທ່ານ ​ລັດຖະມົນຕີ​​ ການ​ຕ່າງປະ​ເທດ ອົດ​ສະ​ຕຣາ​ລີ Marise Payne ພ້ອມ​ດ້ວຍ​ບັນດາ​ເອກ​ອັກຄະ​ລັດຖະທູດ, ອຸປະທູດ​ ຂອງ​ ບັນດາ​ປະ​ເທດປະຈໍາ ຫວຽດ ນາມ ​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາ ASEAN - ອົດ​ສະ​ຕຣາ​ລີ ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ປ້ອງກັນ ຄວາມສະຫງົບ ​ຄັ້ງ​ທີ 2 ພາຍໃຕ້​ຫົວ​ຂໍ້​ “ບົນ​ເສັ້ນທາງ​ຟື້ນ​ຟູ​ ຫຼັງ​ການລະບາດ ​ໂຄ​ວິດ-19” ຖືກ​ຈັດ​ຂຶ້ນ​ຕາມຮູບແບບທາງໄກ. ພາບ: ເລີມແຄ໋ງ/VNA
 

ໃນປີ 2021, ASEAN ຍັງຮັກສາບົດບາດຂອງຕົນ ໃນການຄ້າ ທົ່ວໂລກ ເມື່ອສະແດງໃຫ້ເຫັນຄວາມຄ່ອງຕົວດ້ານເສດຖະກິດ, ເຖິງວ່າຈະເກີດການແຜ່ລະບາດຂອງເຊື້ອໄວຣັດ ສາຍພັນ Delta ແລະ ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ ແກ່ພາກພື້ນກໍ່ຕາມ. ນອກ ຈາກການແກ້ໄຂສິ່ງທ້າທາຍ ທີ່ເກີດຈາກການລະບາດ ໃນທັນທີ, ASEAN ຍັງສະແດງໃຫ້ເຫັນວິໄສທັດກວ້າງໄກ ແລະ ຊຸກຍູ້ຄວາມ ຄ່ອງຕົວໃນ ໄລຍະຍາວ. ບັນດາຄວາມພະຍາ ຍາມຢ່າງບໍ່ອິດ ເມື່ອຍ ຂອງ ASEAN ໃນການປ້ອງກັນໂລກ ລະບາດ ແລະ ຟື້ນ ຟູເສດຖະກິດ ໄດ້ຊ່ວຍເຮັດໃຫ້ ແງ່ຫວັງການຂະຫຍາຍຕົວ ຂອງ ບັນດາປະເທດໃນພາກພື້ນ ອາດຈະເປັນໄປ ໄດ້ໃນປີ 2022.

ທະນາຄານ Goldman Sachs - ທະນາຄານ​ຂ້າມ​ຊາດ​ທີ່​ດຳ​ເນີນ​ທຸລະ​ກິດ​ຕົ້ນຕໍ​ໃນ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ການ​ລົງທຶນ, ​ລົງທຶນ ​ແລະ ຫຼັກ​ຊັບ ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ ASEAN  ຈະ​ເພີ່ມ​ອັດຕາ​ການ​ເຕີບ​ໂຕ​ຂອງ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ແລະ​ ລາຍ​ໄດ້​ທີ່ສູງ​ກວ່າ​ຄ່າສະ​ເລ່ຍ.

ໃນ​ສະພາບ​ການ​ນັ້ນ, ເຫດການສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບ ດ້ານ​ພາກ​ພື້ນ (RCEP) ລະຫວ່າງ10 ປະ​ເທດ​ສະມາຊິກ ASEAN ​ແລະ 5 ປະ​ເທດ​ຄູ່​ເຈລະຈາ​ຄື: ອົດ​ສະ​ຕຣາ​ລີ, ສປ ຈີນ, ຍີ່ປຸ່ນ, ສ​ເກົາຫຼີ ​ແລະ ນິວຊີ​ແລນ ​​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 1 ມັງກອນ 2022 ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ຕໍ່​ປະ​ຊາ​ຄົມ​ໂລກ​ວ່າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍາມໃດກໍ່​ເປີດ​ກວ້າງ ​ການ​ດຳ​ເນີນ​ທຸ​ລະ​ກິດ ກັບບັນດາ ວິສາຫະກິດ.

ຄວາມໝັ້ນຄົງໃນ​ພາກ​ພື້ນ​ຍັງ​ແມ່ນ​ຈຸດ​ສຸມໜຶ່ງ​​ທີ່​ໄດ້ບັນດາ​ການ​ນຳ​ ASEAN ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ປຶກສາ​ຫາລື ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ. ຖະແຫຼງການຂອງປະທານ ກອງປະຊຸມສຸດຍອດ ຄັ້ງທີ 38 ແລະ 39 ໄດ້ສະແດງໃຫ້ເຫັນ ຄວາມເປັນຫ່ວງ ເປັນໄຍ ຂອງບັນດາການນໍາ ASEAN ກ່ຽວກັບການກະທໍາແບບຝ່າຍດຽວ ແລະ ບັນດາເຫດການ ຮ້າຍແຮງຢູ່ທະເລຕາເວັນອອກ; ຢືນຢັນ​ຄືນ​ໃໝ່​ ຄວາມ​ຕ້ອງ ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ແລະ ກັນ, ຫຼີກ​ເວັ້ນການ​ກະທຳ ​ທີ່​ສ້າງ​ຄວາມ​ສັບສົນ​ໃຫ້​ແກ່​ສະ ພາບການ; ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ ໃນ​ການ​ເດີນ​ເຮືອ ​ແລະ ການ ບິນ ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ກ່ຽວ​ກັບ​ບັນຫາ​ ມຽນມາ,  ASEAN ໄດ້​ບັນລຸ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ 5 ສະບັບ, ​ໄດ້​ສົ່ງ​ທູດ​ພິ​ເສດ ​ຂອງ​ ປະທານ ​ ASEAN ​ໄປ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ໄກ່​ເກ່ຍ ​ເພື່ອ​ຊຸກຍູ້​ຂະ​ບວນ ການ​ສົນທະນາ ​ແລະ ສະໜອງ​ການ​ຊ່ວຍ​ເຫຼືອ​ ດ້ານ​ມະນຸດສະທຳ ​ໃຫ້​ແກ່​ປະຊາ ຊົນ​ ມຽນມາ.

ສັນຍະລັກ ຫວຽດນາມ

ຜົນສຳ​ເລັດ​ຂອງ ASEAN ​ໃນ​ປີ 2021 ໄດ້​ຮັບຮອງການ​ປະກອບ ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ ຫວຽດນາມ. ຫົວຄິດປະດິດສ້າງ ຫຼາຍ​ຂໍ້​ໂດຍ​ ຫວຽດ​ນາມ ສະ​ເໜີ​ອອກໃນ​​ປີ ເປັນປະ​ທານ​ປະ​ເທດ 2020 ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ມີ​ຄວາມ​ຄືບ​ໜ້າ.

ຫວຽດນາມ ສືບ​ຕໍ່​​ເຂົ້າ​ຮ່ວມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຮ່ວມ​ຂອງ ASEAN, ສົມທົບ​ກັບ​ ບຣູ​ໄນ ຊຸກຍູ້​ບັນດາ​ບຸລິມະ ສິດ​ຂອງ​ປີ 2021, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ ​ໂຄ​ວິດ-19, ຕີລາຄາການຜັນຂະຫຍາຍກົດບັດ ASEAN, ສ້າງວິໄສທັດ ປະຊາ ຄົມ ASEAN ຫຼັງ​ປີ 2025 ​ແລະ ​ເສີມ​ຂະຫຍາຍ​ບົດບາດ ​ຂອງ​ ASEAN ​ໃນ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ.

ໃນບົດປາໄສ ​ຂອງ ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃນ​ກອງ​ປະຊຸມ​ສຸດ​ຍອດ ​ASEAN ຄັ້ງ​ທີ 38 ​ແລະ 39 ພ້ອມກັບ ກອງ ປະ ຊຸມ ກັບບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່ ​ດ້ວຍ​ວິທີ​ການ​ເຂົ້າເຖິງ​ທົ່ວ​ປວງ​ຊົນເພື່ອ ແກ້ໃຫ້ແທດເໝາະ​ຢ່າງ​ປອດ​ໄພ, ຮັບມື ຢ່າງໄຫວພິບ ​ແລະ ຄວບ​ຄຸມການ ລະບາດ​ໂຄ​ວິດ-19 ຢ່າງ​ມີ​ປະ ສິດທິ​ຜົນ, ຄວບຄູ່ໄປກັບການ​ຍູ້ແຮງ ການ​ຟື້ນ​ຟູ​ ແລະ​ ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ...ໄດ້​ຮັບ​ການຊົມເຊີຍ​ ແລະ​ ຕອບ​ສະ​ໜອງ​ຈາກ​ບັນດາປະ​ເທດ​.


ຕອນ​ບ່າຍ​ວັນ​ທີ 24 ​ເມສາ​ 2021, ທ່ານ​ນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມບັນດາ​ຜູ້ນຳ​ ASEAN, ​ຊຶ່ງໄດ້​ຈັດ​ຂຶ້ນ​ ຢູ່​ສຳນັກງານ​ຄະນະ​ເລຂາ ASEAN, ຢູ່​ນະຄອນຫຼວງ​ Jakarta (ອິນ​ໂດ​ເນ​ເຊຍ). ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໄປ​ໂດຍ ການເປັນ ປະທານ ຂອງ ກະສັດ​ ບຣູ​ໄນ Haji Hassanal Bolkiah, ປະທານ ASEAN 2021. ພາບ: ເຢືອງຢາງ/VNA


ຕອນ​ເຊົ້າ​ວັນ​ທີ 30 ພະຈິກ 2021, ຢູ່​ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ  ກ່ຽວ​ກັບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ລວມ. ພາບ: ເຢືອງຢາງ/VNA


ຕອນ​ເຊົ້າ​ວັນ​ທີ 10 ກັນຍາ 2021, ຢູ່​ສູນ​ປະຊຸມ​ ແລະ​ ວາງສະ​ແດງ​ສາກົນ​ນະຄອນ​ ໜານ​ໜິງ (ຈີນ) ໄດ້ຈັດພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ ອາ​ຊຽນ-ຈີນ (CAEXPO) ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ການ​ລົງ​ທຶນ​ ອາ​ຊຽນ - ຈີນ ຄັ້ງ​ທີ 18 (CABIS). ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ວັນ​ແທ່ງ ໄດ້​ເຂົ້າ​ຮ່ວມ ແລະ ມີບົດກ່າວປາໄສຜ່ານທາງອອນລາຍ. ພາບ: ແມ້ງເກື່ອງ/VNA


ວັນ​ທີ 15 ກຸມພາ 2021, ທ່ານ​ເລຂາທິການ​ໃຫຍ່ ​ອາ​ຊຽນ ​ຮັບຜິດຊອບ​ວຽກ​ງານ​ປະຊາ​ຄົມ ​ແລະ ​ພາຍ​ໃນ​ ອາ​ຊຽນ ​ເຈີ່ນ​ດຶກ​ບິ່ງ ພ້ອມ​ກັບ​ທ່ານ​ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ ຮັບຜິດຊອບ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ Robert Matheus Michael Tene ເຂົ້າຮັບຕຳແໜ່ງຢ່າງເປັນທາງການ ອາຍຸການປີ 2021-2024. ພາບ: ກອງເລຂາ ອາຊຽນ


ຕອນ​ບ່າຍ​ວັນ​ທີ 8 ສິງຫາ 2021, ຢູ່​ນະຄອນຫຼວງ ​ວຽງ​ຈັນ​ ໄດ້​ຈັດ​ພິທີ​ມອບ​ຮັບ​ຫໍ​ສະພາ​ແຫ່ງ​ຊາດ​ ຫຼັງໃໝ່ ຂອງ ລາວ, ເປັນຂອງ ຂວັນ​ຈາກ​ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ​ມອບໃຫ້​ແກ່​ພັກ, ລັດ ​ແລະ ປະຊາຊົນ ​ລາວ. ພາບ: ຟ້າມກຽນ/VNA


ພະລັງງານ​ໝູນວຽນ ຂອງ​ ຫວຽດນາມ ​ໄດ້​ພັດທະນາ​ຢ່າງ​ໜ້າ​ປະ​ທັບ​ໃຈ, ຍັງບໍ່​ມີ​ປະ​ເທດ​ໃດ​ ໃນ​ພາກ​ພື້ນ​ ອາຊີ​ຕາ​ເວັນ​ອອກ ສ່ຽງ​ໃຕ້​ເຮັດ​ໄດ້, ​ປັດຈຸ​ບັນ ​ກຳລັງ​ການຜະລິດ​ ​ບັນລຸໄດ້​ກວ່າ 17.000 ເມກາວັດ. ພາບ: VNA


ໃນ​ຂອບ​ເຂດ​ຂອງແຜນການ “ເວທີ​ປາ​ໄສ​ທ່ອງ​ທ່ຽວ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ATF 2022” ໄດ້ຈັດຂຶ້ນ​ແຕ່​ວັນ​ທີ 18-20 ມັງ ກອນ 2022, ຢູ່ ກຳປູ​ເຈຍ ທີ່​ຈະ​ມາ​ເຖິງ, ນະຄອນ ດ່າ​ລາດ (​ເລີມ ດົ່ງ) ​ຫວຽດນາມ ໄດ້​ຮັບ​ກຽດ​ເປັນ​ໜຶ່ງ​ໃນ 3 ນະຄອນ ​ທີ່​ຕາງໜ້າ​ໃຫ້ ຫວຽດນາມ ​ໄດ້​ຮັບ​ລາງວັນ​ນະຄອນ​ທ່ອງ​ທ່ຽວ​ ສະອາດ ​ASEAN 2022. ​ພາບ: ຫງວຽນ​ຢຸງ/VNA


ສັນຍະລັກ​ການ​ຕ່າງປະ​ເທດ​ຂອງ​ ASEAN ໃນ​ປີ 2021ຕ້ອງ​ລວມ​ ເຖິງ​ການສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ສປ ຈີນ​ ແລະ​ ອົດສະຕຣາລີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ້ງ ໄດ້ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ​ຄືປັດ​ຈຸ​ບັນ, ຄຸນ​ຄ່າ​ຂອງຄວາມ​ສາ​ມັກ​ຄີ, ຄຸນ​ຄ່າ​ຫຼັກ​ໝັ້ນ ແລະ ກຳ​ລັງ​ແຮງ​ຂອງ ASEAN ໃນ 54 ປີ​ຜ່ານ​ມາ, ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບ ແລະ ຈິດ​ໃຈ​ສ້າງ​ຕັ້ງ​ຂອງ​ບັນ​ດາ​ສະ​ມາ​ຊິກ ຄວນ​ໄດ້​ຮັບ​ການ​ເຊີດ​ຊູ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ ASEAN ມີ​ສຽງ​ເປັນ​ເອກະ​ພາບ, ​ເສີມ​ຂະຫຍາຍ​ບົດບາດເປັນ​ໃຈກາງ ​ແລະ ກຽດ​ສັກ​ສີ​ ຂອງ​ ASEAN

ກຳປູ​ເຈຍ ​ໄດ້ຮັບໜ້າທີ່​ເປັນ​ປະທານ ASEAN ​​ປີ 2022. ທ່ານ​ນາ ຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ ASEAN ​ເຂົ້າໃນການ​ປະຕິບັດ​ບັນດາ​ໜ້າ​ທີ່​ສຳຄັນ, ພິ​ເສດ​ແມ່ນ​ຂະ​ບວນ ການ​ ສ້າງປະຊາ​ຄົມ ​ASEAN ຢ່າງ​ສະ​ເໝີ​ພາບ, ​ເຂັ້ມແຂງ ​ແລະ ຮອບດ້ານ, ສອດຄ່ອງ​ກັບ ຈິດ​ໃຈ​ສຳຄັນ​ຂອງ​ ASEAN ຄື “ໜຶ່ງ ວິ​ໄສ​ທັດ​, ​ໜຶ່ງໜ່ວຍງານ ​ແລະ ໜຶ່ງປະຊາ​ຄົມ​”.


top